ໜັງສືພີມຜູ້ຈັດກາຣຣາຍວັນຂອງໄທຽ ສະບັບວັນທີ່ 12 ກຸມພານີ້ແຈ້ງວ່າ: ທາງກາຣ ສປປລາວ ໄດ້ເປີດເຜີຽ ກ່ຽວກັບແຜນກາຣ ທີ່ຈະເຮັດໃຫ້ເຂຕອ້ອມແອ້ມ ສະຖານີຣົຖໄຟ ແຫ່ງທຳອິດ ທີ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໃຫ້ກາຍ ເປັນເຂຕເສຖກິຈ ກາຣຄ້າສຳຄັນ ແຫ່ງໜື່ງ ຄາວມີກາຣເປີດໃຊ້ ທາງຣັຖໄຟຈາກໜອງ ຄາຍທີ່ມີຄວາມຍາວ 3.5 ກິໂລແມ໊ຕ ໂດຽທາງກາຣໄທຽ ໃຫ້ເງີນທຶນຊ່ວຍເຫລືອນັ້ນ ແລະປັຈຈຸບັນ ກໍສ້າງສຳເຣັຈ ໄປແລ້ວປະມານ 80%.
ສະເພາະໂຄງກາຣ ທີ່ຈະສ້າງ ຮາງຣົຖໄຟ ຕໍ່ໄປຈາກບ້ານດົງໂພສີ ດັ່ງກ່າວເຂົ້າໄປຍັງເຂຕນະຄອນຫ ລວງວຽງຈັນ ທີ່ມີຄວາມຍາວ 9 ຫລັກກິໂລແມ໊ຕກວ່ານັ້ນ ທາງບໍຣິສັທຣົຖໄຟຈາກຝຣັ່ງເສສ ກຳລັງ ດຳເນີນກາຣສຳຣວຈ ກັນຢູ່ໃນປັຈຈຸບັນນີ້.
ເຖີງຢ່າງໃດກໍຕາມ ຫວ່າງມໍ່ໆມານີ້ ທາງກາຣກ່ຽວຂ້ອງຂອງລາວ ໄດ້ມີກາຣປະຊຸມ ຮ່ວມກັນ ພ້ອມກັບນັກວິຊາກາຣ ເພື່ອວາງແຜນ ໃນກາຣທີ່ຈະຈັດສ້າງ ເຂຕສະຖານີຣົຖ ໄຟທີ່ບ້ານດົງໂພສີ ໃຫ້ເປັນເຂຕ ຕລາດກາຣຄ້າ ຊາຍແດນ ໂດຽມີເປົ້າໝາຍໃຫ້ສ້າງສຳ ເຣັຈໃນປີ 2009 ທີ່ຈະມາເຖີງນີ້ ເພື່ອໃຫ້ສາມາດເປັນໂຄງກາຣ ກໍ່ສ້າງທີ່ສຳຄັນສຳ ຫລັບກາຣຕຣຽມ ສລອງຄົບຮອບ 450 ຂອງກາຣສ້າງຕັ້ງ ນະຄອນຫລວງວຽງຈັນ ໃຫ້ ເປັນເມືອງເອກ ຂອງປະເທດລາວ.
ຫວາດ ສີມູນ ຣາຍງານ