ພະນັກງານຂອງຣັຖະບານລາວໃນນະຄອນຫລວງວຽງຈັນຈົ່ມວ່າ ໃນທຸກມື້ນີ້ ມີການແຂ່ງຂັນ ກັນຫລາຍ

ພະນັກງານ ຂອງຣັຖະບານລາວ ໃນນະຄອນຫລວງວຽງຈັນ ຈົ່ມວ່າ ໃນທຸກມື້ນີ້ ມີການແຂ່ງຂັນກັນຫລາຍ ກ່ອນຈະເຂົ້າເຮັດວຽກ ເປັນພະນັກງານ ຂອງຣັຖ ຫລື ເອກະຊົນກໍດີ, ເຈົ້າຕ້ອງມີເສັ້ນມີສາຍ, ຖ້າບໍ່ເສັ້ນມີສາຍ ກໍຍາກທີ່ໄດ້ ເຂົ້າເປັນພະນັກງານໄດ້. ທ່ານໄດ້ກ່າວ ເປັນພາສາໄທ ວ່າ:

(ສຽງ)" ມີໃຈຄວາມວ່າ ຈະເຂົ້າເຮັດວຽກ ກັບຣັຖະບານນີ້ແຫລະ ຕ້ອງມີເສັ້ນ. ພວກລູກເຈົ້າລູກນາຍ ກໍຄືກັນຕ້ອງມີເສັ້ນ, ອັນນີ້ກໍມີຫລາຍ ກໍຣະນີ ມັນຫລີກລຽງບໍ່ໄດ້."

ທ່ານວ່າ ກົງກັນຂ້າມ ການເຮັດວຽກກັບ ອົງການສາກົນ ນັ້ນ ສວ່ນມາກ ບໍ່ມີການຫລີ້ນເສັ້ນ ຫລີ້ນສາຍພໍປານໃດ ເພາະວ່າອົງການສາກົນ ເນັ້ນເຖິງການຮູ້ພາສາອັງກິດ ເປັນຫລັກ, ມີຄວາມຮູ້, ມີຄວາມສາມາດ. ທ່ານກ່າວວ່າ ລະບົບເສັ້ນສາຍນີ້ ບໍ່ຄວນມີຢູ່ໃນສັງຄົມລາວ, ບໍ່ວ່າຈະເປັນຄົນ ຊົນຊັ້ນໃດ ກໍຕາມຄວນໄດ້ຮັບສິດທິເທົ່າທຽມກັນ, ແລະວ່າບັນຫານີ້ຄົງຍາກ ທີ່ຈະແກ້ໄຂໄດ້.

(ສຽງ)" ມີໃຈຄວາມວ່າ ບັນຫານີ້ກ່ອນຈະແກ້ໄຂໄດ້ ຍັງຈະຕ້ອງໄຊ້ເວລາອີກ ຍາວນານ ແຕ່ທ່ານເອງ ບໍ່ເຊື່ອວ່າ ຈະແກ້ໄຂໄດ້ ມັນລຳບາກໃຈ, ຄົນເກ່ງເຂົາບໍ່ໄດ້ເຮັດວຽກ ເອົາຄົນທີ່ບໍ່ເກ່ງ ເອົາຄົນມີເສັ້ນສາຍ ກໍເອົາມາກອບໂກຍຢ່າງດຽວ ນັ້ນແຫລະ."

ທ່ານຜູ້ດຽວກັນນີ້ກ່າວຕໍ່ໄປວ່າ ໃນທຸກວັນນີ້ພົບເຫັນວ່າ ມີຄົນທີ່ມີເສັ້ນມີສາຍ ຫລາຍ ເຮັດວຽກເປັນພະນັກງານຣັຖ ແລະເອກະຊົນ ທີ່ບໍ່ມີຄວາມສາມາດໃນ ການເຮັດວຽກ. ບໍ່ຮູ້ວ່າລະບົບເສັ້ນສາຍນີ້ ຍາມໃດມັນຈະໝົດໄປຈາກ ສັງຄົມຂອງລາວ.

ສົມເນ ຣາຍງານ