ລາວ ແລະວຽດນາມ ສັນຍາກັນວ່າ ຈະສົ່ງເສີມ ການຮ່ວມມືທາງດ້ານ ການສຶກສາ ສຳລັບສົກປີ 2008 ໂດຍໄດ້ລົງນາມ ໃນຂໍ້ຕົກລົງກັນ ອີກຢູ່ທີ່ກຸງຮາໂນຍ ໃນສັປະດາຜ່ານມານີ້.
ຝ່າຍລາວທີ່ລົງນາມ ໃນສັນຍາ ດັ່ງກ່າວແມ່ນ ທ່ານ ສົມກົດ ມັງນໍ່ເມກ ຣັຖະມົນຕຣີ ກະຊວງສຶກສາທີການ, ສ່ວນຝ່າຍວຽດນາມ ໄດ້ແກ່ທ່ານ Nguyen Thien Nhan ຮອງນາຍົກຣັຖະມົນຕຣີ ແລະຣັຖະມົນຕຣີ ກະຊວງ ສຶກສາທິການ. ພາຍໄຕ້ສັນຍາຂໍ້ຕົກລົງນັ້ນ ສອງປະເທດ ຈະເຮັດວຽກຮ່ວມກັນ ຢ່າງໄກ້ສິດ ໃນດ້ານການຝຶກແອບ ຊັພະຍາກອນມະນຸດ, ແລກປ່ຽນຄະນະຜູ້ແທນ ລະຫ່ວາງ ສອງປະເທດ, ຮັບເອົານັກສຶກສາ ຂອງແຕ່ລະປະເທດ ໄປຣຽນ ຫລືຝຶກແອບ, ລວບລວມຫລັກສູດ ການຮຽນ ແລະເຮັດປື້ມຮຽນ ເປັນພາສາລາວ ແລະ ພາສາວຽດນາມ.
ໃນປີ 2008 ນີ້ກະຊວງສຶກສາຂອງລາວ ແລະວຽດນາມ ຈະເລັ່ງລັດສ້າງໂຮງຮຽນ ມັທະຍົມມິຕະພາບ ຂື້ນຊຶ່ງຄາດວ່າ ຈະສຳເຣັດພາຍໃນປີ 2009.
ຄະນະຜູ້ແທນຈາກກະຊວງສຶກສາລາວ ທີ່ເດີນທາງໄປກຸງຮາໂນຍ ຄັ້ງນີ້ ຈະມອບຫລຽນມິຕະພາບ ໃຫ້ແກ່ມະຫາວິທະຍາໄລ ເສຖະສາດແຫ່ງຊາດ ຂອງ ວຽດນາມ ທີ່ປະກອບສວ່ນ ໃນການຝຶກແອບ ນັກສຶກສາລາວ.
ກະຊວງສຶກສາທິການຂອງລາວ ແລະວຽດນາມ ໄດ້ຈັດຕັ້ງປະຕິບັດສັນຍາ ຂໍ້ຕົກລົງ ການຮ່ວມມ ືທາງດ້ານເສຖະກິດ ວັດທະນະທັມ ແລະສັງຄົມ-ເທັກນິກທີ່ໄດ້ ລົງນາມເຊັນກັນເມື່ອປີ 2007 ແລະມີແຜນຈະສືບຕໍ່ ເຮັດວຽກຮ່ວມກັນກ່ຽວກັບ ການລວບລວມປື້ມສອນ ເປັນພາສາ ວຽດນາມ-ລາວ ແລະເຮັດວັດຈະນະນຸກົມ ລາວ-ວຽດນາມ ຂື້ນພາຍໃນປີນີ້.
ສົມເນ ຣາຍງານ
