ແຂວງວຽງຈັນ ມີຜູ້ມາລົງທຶນ ໂຄງການກໍ່ສ້າງເຂື່ອນ ຫລາຍທີ່ສຸດ ແລະ ເຊື່ອໝັ້ນວ່າ ຈະສ້າງຣາຍໄດ້ ໃຫ້ກັບປະຊາຊົນ ແລະ ແຂວງ ຢ່າງຫລວງຫລາຍ
2008.01.31
ຂະນະນີ້ ກຸ່ມທຶນຂນາດໃຫຍ່ ຈະເລັ່ງໃສ່ ການກໍ່ສ້າງເຂື່ອນ ໃນແຂວງວຽງຈັນ ຢ່າງຫລວງຫລາຍ ເພື່ອກັ້ນແມ່ນໍ້າງື່ມ ເປັນຫລັກ ແລະ ເຊື່ອໝັ້ນວ່າ ການສ້າງເຂື່ອນ ໃນແຂວງ ຈະນໍາຜົນດີ ເຂົ້າໄປຫລາຍກ່ວາຜົນເສັຍ, ອີງຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ຂັ້ນສູງ ຈາກຜແນກພະລັງງານ ແລະ ບໍ່ແຮ່ ປະຈໍາແຂວງວຽງຈັນ.
(ສຽງ) “ສໍາຣັບແຂວງວຽງຈັນ ພວກເຮົາ ເວົ້າໄດ້ວ່າ ການລົງທຶນ ຫລາຍທີ່ສຸດ ກໍແມ່ນລົງທຶນ ເຮັດເຂື່ອນໄຟຟ້າ, ສໍາຣັບເຂື່ອນໄຟຟ້າ ຢູ່ແຂວງເຮົາ ທີ່ວ່າ ກໍາລັງສ້າງຂຶ້ນ ກໍ 5-6 ເຂື່ອນແລ້ວ.”
ເອກະສານ ຈາກໜ່ວຍງານ ພາຍໃນ ທີ່ວິທຍຸ ເອເຊັຍເສຣີ ໄດ້ຮັບມອບມານັ້ນ ພົບວ່າ ໃນແຂວງວຽງຈັນ ມີໂຄງການສ້າງເຂື່ອນ ທີ່ສໍາເຣັດ ແລະ ຍັງບໍ່ທັນສໍາເຣັດ. ພ້ອມກັນນັ້ນ, ກໍຍັງມີໂຄງການ ທີ່ຈະກຽມເຊັນ ບົດບັນທຶກຄວາມເຂົ້າໃຈ ຫລື MOU ເພື່ອກັ້ນແມ່ນໍ້າ ສາຂາຫລັກໆ, ຮວມ 7 ໂຄງການ, ປະກອບດ້ວຍ ນໍ້າງື່ມ 1 ຫາ ນໍ້າງື່ມ 4, ນໍ້າລີກ, ນໍ້າມາງ ແລະ ນໍ້າເລິກ, ນໍ້າງຽບ, ນໍ້າເຟືອງ, ໂດຍມີທັງ ນັກລົງທຶນ ພາຍໃນ ແລະ ຕ່າງປະເທດ, ຊຶ່ງສ່ວນໃຫຍ່ແລ້ວ ແມ່ນນັກລົງທຶນ ຊາວໄທ ແລະ ຊາວຈີນ.
ຫ້ອງການພະລັງງານ ແລະ ບໍ່ແຮ່ ມີຄວາມເຊື່ອໝັ້ນ ວ່າ ໂຄງການກໍ່ສ້າງເຂື່ອນດັ່ງກ່າວ ຈະສ້າງຣາຍໄດ້ ໃຫ້ປະຊາຊົນ ແລະ ແຂວງເຊັ່ນດຽວກັນ.
(ສຽງ) “ກໍສົ່ງຫລາຍພໍສົມຄວນ ເປັນຕົ້ນແມ່ນ ການຜລິດໄຟຟ້າ ກໍມີຣາຍຮັບເຂົ້າແຂວງ, ແລ້ວ ກໍເປັນການສ້າງວຽກເຮັດງານທໍາ, ແລ້ວກໍປະຊາຊົນ ພາຍໃນຊາດ ພາຍໃນທ້ອງຖິ່ນ, ພາຍໃນແຂວງ.”
ນອກຈາກນັ້ນ, ເອກະສານ ດັ່ງກ່າວ ຍັງສລຸບ ໂຄງການຕ່າງໆ ທີ່ສ້າງແລ້ວ ແລະ ຍັງສ້າງບໍ່ແລ້ວ, ຊຶ່ງພົບວ່າ ມີ 75 ໂຄງການ ກັ້ນແມ່ນໍ້າສາຍຫລັກ ແລະ ແມ່ນໍ້າສາຂາ ທົ່ວປະເທດ. ພ້ອມກັນນັ້ນ, ທາງການລາວ ອະນຸມັດ ໃຫ້ສຶກສາ ຄວາມເປັນໄປໄດ້ ຮວມແລ້ວ 14 ເຂື່ອນ ທົ່ວປະເທດ.
ຢ່າງໃດກໍຕາມ, ທາງການລາວ ມີໂຄງການຜລິດ ກະແສໄຟຟ້າ ຮວມ 25 ໂຄງການ, ຊຶ່ງການກໍ່ສ້າງ ຈະເຣີ້ມສໍາເຣັດ ຕັ້ງແຕ່ປີ 2010 ເປັນຕົ້ນໄປ.
ທາງການລາວ ກ່າວວ່າ ເມື່ອສ້າງເຂື່ອນເຫລົ່ານີ້ ສໍາເຣັດແລ້ວ ຈະເຮັດໃຫ້ 95 ສ່ວນຮ້ອຍ ຂອງຄົວເຮືອນ ທົ່ວປະເທດ ມີກະແສໄຟຟ້າ ໃຊ້ພາຍໃນ 2020, ແລະ ສາມາດສົ່ງຂາຍ ຕ່າງປະເທດອີກດ້ວຍ.
ຈະເຣີນສຸກ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ໂຄງການ ນາຮິໂກະ ກໍາລັງລໍຖ້າ ທຶນພັທນາ ເພື່ອໂຄສນາ ການເຝົ້າຣະວັງ ໂຣກໄຂ້ຫວັດນົກ ທີ່ແຜ່ຣະບາດ ໃນມະນຸດ ແລະ ຝູງສັດປີກ
- ການສ້າງ ສູນວັດແທກ ແຜ່ນດິນໃຫວ ໃນແຂວງຫລວງພະບາງ ແລະ ແຂວງບໍຣິຄຳໄຊ ຂອງລາວ
- ອົງການທ່ອງທ່ຽວ ແຫ່ງຊາດລາວ ຈັດເທສະການ ສະແດງຊ້າງພື້ນເມືອງ ຂື້ນເປັນຄັ້ງ ທີ ສອງ ຢູ່ທີ່ເມືອງປາກລາຍ ແຂວງໄຊຍະບຸຣີ
- ບໍຣິສັທສິງຄະໂປ ເຂົ້າມາລົງທຶນ ສົ່ງເສີມປູກຕົ້ນ ຢາສູບ ຢູ່ ແຂວງຫລວງພຣະບາງ
- ກາຣຂຍາຍປັບປຸງ ເສັ້ນທາງໝາຍເລຂ R3a ທາງພາຄເໜືອ ຂອງລາວເກືອບຈະສຳເລັດ
- ທາງກາຣໄທຍ ໃນແຕ່ລະແຂວງ ທີ່ມີຊາຍແດນຕິດກັບ ສປປລາວ ເຂັ້ມງວດ ດ້ານກາຣປ້ອງກັນ ໂຣຄໄຂ້ຫວັດນົກ
- ເຈົ້າໜ້າທີ່ກົມພາສີ ຂອງລາວ ຈະໄຊ້ເຄື່ອງ ສະແກນ ເພື່ອກວດຕູ້ ຄອນແຕນເນີ້ ສິນຄ້າຂະນາດໃຫ່ຽ
- ແຂວງຊຽງຂວາງ ມີນະໂຍບາຍ ດຶງດູດ ນັກລົງທຶນ ຂແນງລ້ຽງສັດ ໂດຍບໍ່ເກັບ ພາສີອາກອນ ເພື່ອກະຈາຍຣາຍໄດ້ ໃຫ້ປະຊາຊົນ ຢ່າງທົ່ວເຖິງກັນ
- ນັກລົງທຶນ ພວມພິຈາຣະນາ ເຖິງຄວາມເປັນໄປໄດ້ ໃນການປູກ ໝາກ ບລູເບີຣີ ໃນລາວ
- ເຍົາວະຊົນລາວ ໃນປັດຈຸບັນ ບໍ່ຄ່ອຍສົນໃຈ ໃນເຣື້ອງ ສາສນາ ເໝືອນກັນກັບ ເຍົາວະຊົນ ໃນເມື່ອກ່ອນ