ທາງການ ແຂວງຈຳປາສັກ ແລະ ແຂວງເຊກອງ ໄດ້ສົ່ງເຈົ້າໜ້າທີ່ຂອງຕົນ ຈຳນວນ 8 ຄົນ ໄປສຶກສາບົດຮຽນ ການເຮັດຟາມປາ ໃນ ປະເທດໄທ


2008.02.01

Fishing2.jpg
ຊາວປະມົງ ທີ່ມີອາຊີພ ຫາປາ ຕາມ ແມ່ນ້ຳຂອງ ທີ່ ເມືອງ ທ່າແຂກ ກະຕຽມ ທີ່ຈະອອກເຮືອ ເພື່ອຈັບປາ. Photo by AFP

ເພື່ອຍົກລະດັບ ຄວາມຮູ້ວິຊາ ໃນການເຮັດຟາມລ້ຽງປາ ທີ່ຖືກຕ້ອງ ແລະເພື່ອພັດທະນາ ການລ້ຽງປາໃນຟາມ ຂອງແຂວງຈຳປາສັກ ແລະແຂວງເຊກອງ ໃຫ້ກ້າວໜ້າ, ທາງແຂວງ ຈຶ່ງໄດ້ສົ່ງ ເຈົ້າໜ້າທີ່ລາວ ຈຳນວນ 8 ຄົນ ໄປສຶກສາບົດຮຽນ ການເຮັດຟາມປາ ໃນປະເທດໄທ.

ດັ່ງທ່ານ ສີສົມຫວັງ ແກ້ວດວງດີ ຫົວໜ້າຫ້ອງການລ້ຽງສັຕ ແລະການປະມົງ ປະຈຳ ແຂວງຈຳປາສັກໄດ້ກ່າວວ່າ:

(ສຽງ ) "ເປັນໂຄງການ ພັດທະນາການລ້ຽງປາ ເຂດຊົນະບົດ ແຂວງຈໍາປາສັກ ແຂວງເຊກອງ. ໂຕແທນ ຂອງຂະແໜງລ້ຽງສັຕໄ ດ້ໄປເຂົາຮ່ວມອົບຣົມ ກ່ຽວກັບ ການບໍຣິຫານ ການຈັດຟາມ ລ້ຽງປາ. ດຽວນີ້ສີ່ແມ່ນອອກ ແຖບພາກອິສານນີ້ແຫລະ ."

ທ່ານວ່າ ໂຄງການດັ່ງກ່າວ ແມ່ນການຮ່ວມມື ທາງດ້ານວິຊາການ ລະຫ່ວາງ ລາວ ແລະໄທ ສຳລັບ 3 ປີ ຈາກປີ 2007-2009 ໂດຍມີຈຸດປະສົງ ສົ່ງເສີມໃຫ້ ປະຊາຊົນ ມີຄວາມສາມາດລ້ຽງປາໃ ນເຂດຊົນະບົດ ຂອງແຂວງຈຳປາສັກ ແລະ ແຂວງເຊກອງ ໂດຍອາໃສ ເຈົ້າໜ້າທີ່ການລ້ຽງສັຕ ປະຈຳສະຖານີລ້ຽງສັຕ ເປັນຜູ້ ຖ່າຽທອດ ວິຊາການລ້ຽງປາ ໃຫ້ແກ່ປະຊາຊົນ ໃນເຂດຊົນະບົດ.

(ສຽງ ) "ໝາຍຄວາມວ່າ ຫັລງຈາກ ຜ່ານການອົບຣົມໄປແລ້ວ ພວກເຈົ້າໜ້າທີ່ ສະຖານີຈະເປັນຄູຝຶກແອບ ບົດຮຽນ ແລະເອົາວິທີຈັດການ ເອົາເທັກນິກ ເພື່ອໄປຝຶກຕໍ່ອີກ ເພາະວ່າ ໂຄງການນີ້ ຈະໄດ້ຝຶກ ອົບຣົມ ໃຫ້ຊາວກະສິກອນ ຫລືເອົາພະນັກງານເມືອງ ມາຝຶກອົບຣົມ ຢູ່ສະຖານີຕໍ່ໄປ."

ປະຊາຊົນໃ ນເຂດຊົນະບົດ ສ່ວນມາກແລ້ວ ກໍພາກັນຫາປາ ຕາມທັມະຊາດຊຶ່ງ ປູປາເລົ່ານີ້ ກໍມີຈຳນວນຈຳກັດ ແລະນັບມື້ຈະບໍ່ມີຕໍ່ໄປ ອັດເຮັດໃຫ້ ສະພາບແວດລ້ອມ ທັມະຊາດປ່ຽນແປງໄປ. ປະຊາຊົນ ໃນແຂວງ ກໍຈຳເປັນຕ້ອງທຳການລ້ຽງປາ ເພື່ອໃຫ້ມີ ອາຫານກິນ ຢ່າງພຽງພໍ ໂດຍອາໃສ ວິຊາການລ້ຽງທີ່ຖືກຕ້ອງ.

ສົມເນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.