ທາງກາຣ ສປປລາວ ມີໂຄງກາຣ ທີ່ຈະກໍ່ສ້າງ ຫໍພິພິທພັນ ແຫ່ງຊາຕໃໝ່
2008.01.31
ທາງກາຣ ສປປລາວ ມີໂຄງກາຣ ທີ່ຈະກໍ່ສ້າງຫໍພິພິທພັນ ແຫ່ງຊາຕໃໝ່ ແລະ ໃຫຍ່ກວ່າເກົ່າ ເພື່ອໃຫ້ສາມາດ ບັນຈຸຫລັກຖານ ຄວາມເປັນມາ ຂອງຊົນຊາວລາວ.
ທາງກາຣ ສປປລາວ ມີໂຄງກາຣ ທີ່ຈະກໍ່ສ້າງຫໍພິພິທພັນ ແຫ່ງຊາຕ ຢູ່ບ່ອນໃໝ່ໃຫ້ ໃຫຍ່ ່ແລະກວ້າງຂວາງກວ່າເກົ່າ ເພື່ອໃຫ້ສາມາດ ວາງແສດງວັຕຖຸພັນຕ່າງໆ ຫ້ສົມສັກສີທຸກຢ່າງ ກ່ຽວກັບ ຄວາມເປັນມາ ຂອງຊົນຊາຕລາວ ແຕ່ອະດີດ ມາເຖີງປັຈຈຸບັນ ດັ່ງທີ່ ທ່ານບົວເງີນ ຊາພູວົງ ຮອງ ຣັຖມົນຕຣີກະຊວງ ແຖລງຂ່າວ ແລະ ວັທນາທັມຂອງລາວ ໄດ້ໃຫ້ກາຣອະທິບາຍ ຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນຕອນໜື່ງວ່າ:
(ສຽງ) “ຫໍພິພິທພັນ ກໍເປັນກາຣຮວບຮວມເອົາ ບັນດາວັຕຖຸພັນ ທີ່ຢັ້ງຢືນ ເຖີງຄວາມເປັນຊາຕ ເປັນເຊື້ອ ຂອງຊາຕ ມາແຕ່ເຕົ້າໂຮມ ເພື່ອສຶກສາ ອົບຮົມຄົນຮຸ້ນໜຸ່ມ ເພື່ອໃຫ້ຕ່າງປະເທດ ໄດ້ຮູ້ໄດ້ເຫັນ ກ່ຽວກັບລາວ ກໍຄືວ່າ ຢາກໃຫ້ມີຫໍພິພິທພັນ ແຫ່ງຊາຕຫລັງໃໝ່ ມັນກໍຕ້ອງກວ້າງໃຫຍ່ ສົມຄວນສົມສັກສີຂອງມັນ”
ທ່ານບົວເງີນ ໄດ້ໃຫ້ກາຣຊີ້ແຈງເພີ່ມວ່າ: ໃນປັຈຈຸບັນນີ້ ທາງຣັຖບາລລາວ ເຫັນດີ ໃຫ້ກາຣຈັດສັນພື້ນທີ່ ຕອນໜື່ງໄວ້ໃຫ້ແລ້ວ ໃນເຂຕເມືອງໄຊທານີ ນະຄອນຫລວງ ວຽງຈັນ ສຳຫລັບ ໃຫ້ສ້າງຫໍພິພິທພັນ ດັ່ງກ່າວ ຊື່ງທາງຣັຖບາລ ກໍກຳລັງຣະດົມຫາງົບປະມານ ແລະສຶກສາ ດ້ານກາຣອອກແບບ ຂອງໂຄງຮ່າງປະກອບ.
ສຳຫລັບແຜນກາຣ ດັ່ງກ່າວນີ້ ທາງກາຣລາວ ຖືເປັນບຸຣິມະສິທ ທີ່ຈະຕ້ອງລົງມືໃຫ້ໄດ້ ເພາະຈະເປັນປະໂຍດ ໃຫ້ແກ່ຊາຕ ແລະຊົນຊາວລາວ ຮຸ້ນຫລັງ ຢ່າງຫລວງຫລາຍ ແຕ່ ແລ້ວ ກໍບໍ່ໄດ້ໃຫ້ຣາຍລະອຽດ ເຖີງກຳໜົດ ກາຣກໍ່ສ້າງ ວ່າຈະເຣີ່ມຂື້ນ ຫລືໃຫ້ສ້າງສຳເຣັຈ ເປັນທີ່ຮຽບຮ້ອຍ ພາຍໃນປີໃດກັນແທ້.
ເຖີງຢ່າງໃດກໍຕາມ ນອກຈາກໂຄງກາຣສ້າງສາ ຫໍພິພິທພັນແຫ່ງຊາຕ ໃໝ່ນີ້ແລ້ວ ທາງກາຣລາວ ວ່າຍັງມີແຜນກາຣ ສນັບສນູນ ໃຫ້ບັນດາເຂຕເມືອງ ແລະແຂວງຕ່າງໆ ໃນທົ່ວປະເທດ ໄດ້ຈັດສ້າງ ຫລືຂຍາຍຫໍພິພິທພັນ ປະຈຳເຂຕທ້ອງຖີ່ນ ໃຜລາວໃຫ້ໃຫ່ຍ ແລະ ດີຂື້ນກວ່າເກົ່ານຳດ້ວຍ.
ຫວາດ ສີມູນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ນັກວິຊາກາຣໄທຽ ວ່າຊາວລາວ ບໍ່ນິຍົມໄປຫລິ້ນກາຣພະນັນ ຢູ່ “ກາຊີໂນ” ແຕ່ມັກຈະຫລີ້ນໄພ້ ຊື້ຫວຍ ແລະເບີຣ໌ ເປັນສ່ວນໃຫຍ່
- ແຂວງວຽງຈັນ ມີຜູ້ມາລົງທຶນ ໂຄງການກໍ່ສ້າງເຂື່ອນ ຫລາຍທີ່ສຸດ ແລະ ເຊື່ອໝັ້ນວ່າ ຈະສ້າງຣາຍໄດ້ ໃຫ້ກັບປະຊາຊົນ ແລະ ແຂວງ ຢ່າງຫລວງຫລາຍ
- ໂຄງການ ນາຮິໂກະ ກໍາລັງລໍຖ້າ ທຶນພັທນາ ເພື່ອໂຄສນາ ການເຝົ້າຣະວັງ ໂຣກໄຂ້ຫວັດນົກ ທີ່ແຜ່ຣະບາດ ໃນມະນຸດ ແລະ ຝູງສັດປີກ
- ການສ້າງ ສູນວັດແທກ ແຜ່ນດິນໃຫວ ໃນແຂວງຫລວງພະບາງ ແລະ ແຂວງບໍຣິຄຳໄຊ ຂອງລາວ
- ອົງການທ່ອງທ່ຽວ ແຫ່ງຊາດລາວ ຈັດເທສະການ ສະແດງຊ້າງພື້ນເມືອງ ຂື້ນເປັນຄັ້ງ ທີ ສອງ ຢູ່ທີ່ເມືອງປາກລາຍ ແຂວງໄຊຍະບຸຣີ
- ບໍຣິສັທສິງຄະໂປ ເຂົ້າມາລົງທຶນ ສົ່ງເສີມປູກຕົ້ນ ຢາສູບ ຢູ່ ແຂວງຫລວງພຣະບາງ
- ກາຣຂຍາຍປັບປຸງ ເສັ້ນທາງໝາຍເລຂ R3a ທາງພາຄເໜືອ ຂອງລາວເກືອບຈະສຳເລັດ
- ທາງກາຣໄທຍ ໃນແຕ່ລະແຂວງ ທີ່ມີຊາຍແດນຕິດກັບ ສປປລາວ ເຂັ້ມງວດ ດ້ານກາຣປ້ອງກັນ ໂຣຄໄຂ້ຫວັດນົກ
- ເຈົ້າໜ້າທີ່ກົມພາສີ ຂອງລາວ ຈະໄຊ້ເຄື່ອງ ສະແກນ ເພື່ອກວດຕູ້ ຄອນແຕນເນີ້ ສິນຄ້າຂະນາດໃຫ່ຽ
- ແຂວງຊຽງຂວາງ ມີນະໂຍບາຍ ດຶງດູດ ນັກລົງທຶນ ຂແນງລ້ຽງສັດ ໂດຍບໍ່ເກັບ ພາສີອາກອນ ເພື່ອກະຈາຍຣາຍໄດ້ ໃຫ້ປະຊາຊົນ ຢ່າງທົ່ວເຖິງກັນ