ສປປລາວ ປັບອັດຕຣາ ການຫລຸດພາສີ ສິນຄ້ານໍາເຂົ້າ ຫລາຍຣາຍການ ຈາກປະເທດສະມາຊິກ ອາຊຽນ ລົງເຫລືອ 0 ຫາ 5 ສ່ວນຮ້ອຍ ຕາມຂໍ້ຕົກລົງ ເຂດການຄ້າເສຣີອາຊຽນ

0:00 / 0:00

ສປປລາວ ຊຶ່ງເປັນນຶ່ງ ໃນສະມາຊິກ ຂອງເຂດການຄ້າເສຣີອາຊຽນ ທີ່ມີຈຸດປະສົງ ຮ່ວມກັນ ເພື່ອສ້າງຄວາມສາມາດ ໃນການແຂ່ງຂັນ ກັບສິນຄ້າ ຈາກອາຊຽນ ໃນຕລາດໂລກ, ໂດຍມີຂໍ້ກໍານົດໃຫ້ ສະມາຊິກ ຫລຸດອັດຕຣາພາສີ ສິນຄ້າອຸດສາຫະກັມ ແລະ ກະສິກັມແປຮູບ ຣະຫວ່າງກັນ. ມາຮອດປີນີ້, ທາງການລາວ ກໍໄດ້ມີການຈັດຕັ້ງປະຕິບັດ ຕາມຂໍ້ຕົກລົງດັ່ງກ່າວແລ້ວ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ກົມພາສີ ໃນວັນທີ 9 ມົກກະຣານີ້.

(ສຽງ) “ພຸ້ນແລ້ວ, ມັນເຣີ້ມມາແຕ່ປີ 1998, ແຕ່ມັນຄ່ອຍທະຍອຍ ເຂົ້າ ແລະ ຖືວ່າ ປີ 2008 ເປັນປີສຸດທ້າຍ ຂອງການຫລຸດຜ່ອນ ອັດຕຣາພາສີ ໃຫ້ເຫລືອ 0-5% ເປັນຫລາຍໆພັນຣາຍການ, ຍົກເວັ້ນ ສິນຄ້າກະສິກັມ ຈໍານວນນຶ່ງ ກັບສິນຄ້າ ທີ່ວ່າ ເປັນອາວຸດຍຸທພັນ.”

ທ່ານ ກ່າວຕື່ມວ່າ: ໃນສ່ວນຂອງລາວ, ຊຶ່ງໄດ້ເຂົ້າຮ່ວມ ເປັນສະມາຊິກ ແຕ່ປີ 1997 ຖືວ່າ ເປັນການປະຕິບັດຕາມ ຂໍ້ກໍານົດ ທີ່ຈະຕ້ອງ ຫລຸດຜ່ອນພາສີ ໃຫ້ແກ່ສິນຄ້າ ຈາກປະເທດ ສະມາຊິກອື່ນ ໃຫ້ລົງເຫລືອ ພຽງແຕ່ 0 ຫາ 5 ສ່ວນຮ້ອຍ ພາຍໃນ 10 ປີ, ຊຶ່ງໃນປີ 2008 ນີ້, ກໍແມ່ນຄົບກໍານົດເວລາ ທີ່ທາງການລາວ ຈະຕ້ອງປະຕິບັດຕາມ.

ການປະຕິບັດ ຕາມຫລັກການດັ່ງກ່າວ ສົ່ງຜົນ ໃຫ້ການເກັບພາສີສິນຄ້າ ຫລາຍໆປະເພດ, ເປັນຕົ້ນແມ່ນ ນໍ້າມັນພືດ, ສານເຄມີ, ປຸ໋ຍ, ໄມ້ ເຟີນີເຈີ, ປູນຊີເມັນ, ຢາຮັກສາໂຣກ, ເຄື່ອງນຸ່ງຮົ່ມ, ອັນຍະມະນີ, ເຄື່ອງປະດັບ ແລະ ເຄື່ອງໃຊ້ໄຟຟ້າອື່ນໆ. ເພາະສິນຄ້າ ເຫລົ່ານັ້ນ ນໍາເຂົ້າ ຈາກປະເທດສະມາຊິກ ຈະບໍ່ສາມາດເກັບຄ່າພາສີ ເກີນ 5 ສ່ວນຮ້ອຍໄດ້.

(ສຽງ) “ຖືວ່າ ບາງອັນ ມັນກະທົບ ມັນກໍມີ ສົມມຸດວ່າ ເຮົານໍາເຂົ້າໝົດແລ້ວ ທຸກອັນ ແລ້ວເຮົາຈະສ້າງຕັ້ງ ໜໍ່ແໜງຂຶ້ນ ມັນກໍຈະບໍ່ແພ້ເຂົາ, ຊິມາສ້າງຕັ້ງຂຶ້ນ ມັນກໍເປັນໄປບໍ່ໄດ້ ມັນຊ້າເກີນໄປແລ້ວ. ເພາະເຮົາ ມັນໄດ້ເປີດເສຣີແລ້ວ, ເຮົາບໍ່ສາມາດ ສະກັດກັ້ນ ສິນຄ້າໄດ້, ຕ້ອງເວົ້າ ໃນຂອບອື່ນພຸ້ນ ຈຶ່ງຈະໄດ້.”

ເຖິງຢ່າງໃດ ກໍຕາມ, ການປະຕິບັດ ຂໍ້ຕົກລົງດັ່ງກ່າວ ຈະເຮັດໃຫ້ລາວ ໄດ້ເຂົ້າຮ່ວມ ເປັນສະມາຊິກ ໃນເຂດການຄ້າເສຣີອາຊຽນ ຢ່າງເຕັມຮູບແບບ. ພ້ອມກັນນັ້ນ, ກໍເປັນການສົ່ງເສີມ ໃຫ້ເກີດຄວາມເຊື່ອໝັ້ນ ແກ່ປະເທດສະມາຊິກ ແລະ ປະເທດສາກົນອື່ນໆ, ຊຶ່ງຈະໄດ້ມີການຕິດຕໍ່ ພົວພັນ ຂະຍາຍຄວາມຮ່ວມມື ດ້ານການຄ້າການລົງທຶນ ຮ່ວມກັນຕໍ່ໄປ.

ຈະເຣີນສຸກ ຣາຍງານ