ເຍົາວະຊົນລາວ ໃນປັດຈຸບັນ ບໍ່ຄ່ອຍສົນໃຈ ໃນເຣື້ອງ ສາສນາ ເໝືອນກັນກັບ ເຍົາວະຊົນ ໃນເມື່ອກ່ອນ


2008.01.29

ພຣະອາຈານ ທ່ານນຶ່ງ ຈາກວັດ ທີ່ນະຄອນຫລວງວຽງຈັນ ເວົ້າວ່າ ທຸກມື້ນີ້ ເຍົາວະຊົນລາວ ບໍ່ຄ່ອຍເຂົ້າວັດເລີຍ, ຊຶ່ງໂດຍສ່ວນຫລາຍແລ້ວ ເຍົາວະຊົນເຫລົ່ານັ້ນ ຈະໄປກັບຜູ້ປົກຄອງ ເພື່ອຟັງເທດ ທໍາບຸນ ໃສ່ບາດ, ບໍ່ມີກິຈກັມຫຍັງ ເປັນພິເສດ ເຊັ່ນບວດຮຽນ ຫລື ຖືສິນ ຕ່າງໆ.

ປັດຈຸບັນນີ້ ວັທນະທັມ ແລະ ຄ່ານິຍົມ ຈາກຕ່າງຊາດ ໄດ້ເຂົ້າໄປມີບົດບາດ ຢ່າງຫລວງຫລາຍ ໃນກຸ່ມເຍົາວະຊົນລາວ, ທັງໃນແງ່ຄວາມຄິດ ແລະ ການກະທໍາ, ຊຶ່ງພຣະອາຈານ ອົງດັ່ງກ່າວ ອະທິບາຍ ໃນຕອນນຶ່ງວ່າ:

(ສຽງ) “ມັນເຕີບໂຕ ແລະ ກ້າວໄປສູ່ ຢາກລອງ ເທັກໂນໂລຈີໃໝ່ໆ, ແລ້ວກໍຂ່ອນຂ້າງ ຈະຮັບວັທນະທັມ ຕາເວັນຕົກຫລາຍຂຶ້ນ, ກໍປ່ຽນແປງ ຈາກເດີມຫລາຍ, ມີພຶຕິກັມ ທີ່ຢາກລອງ ແລະ ຂ່ອນຂ້າງ ທີ່ຈະລ່ວງເກີນ ຫລາຍຂຶ້ນ.”

ທ່ານ ກ່າວຕື່ມວ່າ ເຖິງແມ່ນວ່າ ເຍົາວະຊົນ ເຫລົ່ານັ້ນ ຈະມັກທ່ຽວກາງຄືນ ຫລື ຕິດຢາເສບຕິດ, ສ່ວນໃນເຣື້ອງ ຂອງການລັກຂໂມຍນັ້ນ, ເປັນບັນຫາ ທີ່ສືບເນື່ອງ ມາຈາກການຕິດຢາເສບຕິດ, ແຕ່ວ່າ ເຍົາວະຊົນ ກຸ່ມນີ້ ກໍບໍ່ໄດ້ ສ້າງບັນຫາຮຸນແຮງ ໃຫ້ກັບສັງຄົມ.

ສ່ວນເຣື້ອງມາລະຍາດ, ເປັນຕົ້ນແມ່ນ ການສະແດງອອກ ຕໍ່ຜູ້ໃຫຍ່ ແມ່ນບໍ່ຮຽບຮ້ອຍ ຄືແຕ່ກ່ອນ.

(ສຽງ) “ກໍຢາກໃຫ້ຮັກສາ ວັທນະທັມເດີມ ຄື ມີຄວາມເປັນຜູ້ໃຫຍ່ ແລະ ມີການຮູ້ຈັກເດັກ ຮູ້ຈັກຜູ້ໃຫຍ່ ຮູ້ຈັກປະມານຕົນ ສະແດງອອກ ໃນທາງລັກສະນະ ທີ່ຮູ້ຈັກ ກາລະເທສະ, ບໍ່ແມ່ນວ່າ ຮຽນຮູ້ ຮັບວັທນະ ທັມ ຕາເວັນຕົກ ມາເຮັດໃຫ້ເສັຍໝົດທຸກຢ່າງ.”

ທ່ານ ໄດ້ກ່າວມ້ວນທ້າຍ ວ່າ: ເຍົາວະຊົນ ທຸກມື້ນີ້, ເຖິງແມ່ນວ່າ ທາງການ ສປປລາວ ຈະມີບັນຫາ ທາງສັງຄົມ, ແຕ່ທັງໝົດນັ້ນ ກໍບໍ່ໄດ້ຂຶ້ນ ຢູ່ກັບໂຕເຍົາວະຊົນ ພຽງຜູ້ດຽວ, ຜູ້ໃຫຍ່ ກໍຄວນ ໃຫ້ການອົບຮົມລ້ຽງດູ ທີ່ດີ ແລະ ບອກສອນ ໃຫ້ຮູ້ ຖືກ ແລະ ຮູ້ຜິດ ເພື່ອເຍົາວະຊົນ ເຫລົ່ານັ້ນ ຈະໄດ້ປະຕິບັດ ໃນສິ່ງທີ່ດີໆ ຕໍ່ໄປ.

ຈະເຣີນສຸກ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.