ກັມມະກອນລາວ ໄດ້ຮັບຜົນໂຍດ ແນວໃດ? ຈາກບົດບາດ ການສົ່ງເສີມ ກັມມະກອນລາວ


2007.05.01

ສປປລາວ ສລອງ ວັນກັມມະກອນ ສາກົນ ເພື່ອ ສົ່ງເສີມ ສິດທິຜົນປະໂຍດ ແລະ ຖານະ ບົດບາດ ຂອງ ຊົນຊັ້ນ ກັມມະກອນ ຜູ້ອອກແຮງງານ. ແຕ່ບັນຫາ ມີຢູ່ວ່າ ປັດຈຸບັນ ກັມມະກອນ ລາວ ໄດ້ຮັບຜົນໂຍດ ແນວ ໃດແດ່ ຈາກການ ສົ່ງເສີມດັ່ງກ່າວ.

ຫລັງຈາກ ຍຶດອຳນາດ ໃໝ່ໆ ທ່ານ ໄກສອນ ພົມວິຫານ ຜູ້ນຳພັກ ແລະ ຣັຖບານ ລາວ ປະກາດ ຢ່າງແຈ້ມແຈ້ງ ວ່າ ພັກປະຊາຊົນ ປະຕິວັດລາວ ຈະນຳພາ ປະຊາຊົນ ລາວ ກ້າວຂື້ນ ສັງຄົມ ພາຍໃຕ້ ້ການນຳພາ ຂອງຊົນຊັ້ນ ກັມມະກອນ ຜູ້ອອກແຮງງານ.

ຕໍ່ມາ ເມື່ອປີ 1986 ຄະນະ ຜູ້ນຳພັກໄ ດ້ອອກກົດ ຣະບຽບ ຂອງ ພັກທີ່ບົ່ງໄວ້ວ່າ ພັກ ປະຊາຊົນ ປະຕິວັດລາວ ແມ່ນ ພັກມາກ-ເລນິນ ທີ່ແທ້ຈິງ ຂອງຊົນຊັ້ນ ກັມມະກອນ ລາວ, ເປັນ ກອງນຳໜ້າ ທີ່ມີ ການຈັດຕັ້ງ ແລະ ກໍແມ່ນການຈັດຕັ້ງ ສູງສຸດ ຂອງກັມມະກອນ ລາວ.

ບໍ່ເທົ່ານັ້ນ ເມື່ອປີ 1991 ຄະນະ ຜູ້ນຳພັກ ແລະ ຣັຖບານລາວ ກໍອອກ ຣັຖທັມມະນູນ ຊຶ່ງເປັນ ກົດໝາຍ ສູງສຸດ ຂອງຊາດ; ມາດຕຣາ 2 ກຳນົດ ໄວ້ຢ່າງຄັກແນ່ວ່າ ສປປລາວ ແມ່ນ ຣັຖປະຊາທິປະໄຕ ປະຊາຊົນ ໂດຍ ປະຊາຊົນ ເພື່ອຜົນປະໂຍດ ຂອງປະຊາຊົນ ຊຶ່ງປະກອບ ດ້ວຍກັມມະກອນ ກະສິກອນ ແລະ ນັກຮຽນ ຮູ້ປັນຍາຊົນ ເປັນຫລັກ ແຫລ່ງ.

ໃນສມັຍນັ້ນ ໃນເມື່ອໄດ້ຍິນຄຳ ປະກາດ ແລະ ເຫັນບົ່ງໄວ້ ໃນເອກກະສານ ທີ່ສຳຄັນ ຢ່າງຄັກແນ່ ແບບນັ້ນ ກັມມະກອນ ລາວ ເຖິງວ່າຍັງບໍ່ມີ ຫລາຍປານ ໃດກໍຕາມ ກໍມີຄວາມ ດີອົກດີໃຈ ແລະ ຫວັງວ່າ ຖານະບົດບາດ ແລະ ຜົນປະໂຍດ ຂອງຕົນ ຄົງຈະໄດ້ ຮັບການສົ່ງເສີມ ໃຫ້ສູງຂື້ນ ຢ່າງແນ່ນອນ ໃນອານາຄົດ. ຊາວ ສາມສິບ ປີ ຕໍ່ມາ ຄືໃນປັດຈບັນ ເປັນແນວໃດ ກັມມະກອນ ຜູ້ອອກແຮງງານ ຢູ່ລາວໄດ້ຮັບ ຜົນປະໂຍດ ຕາມຄວາມ ຕັ້ງໃຈ ນັ້ນຫລືບໍ່?

ໃນສມັຍນີ້ ຈຳນວນ ກັມມະກອນ ຢູ່ລາວ ເພີ້ມຂື້ນ; ສ່ວນຫລາຍ ກໍເປັນ ກັມມະກອນ ທີ່ເຮັດຢູ່ ໂຮງງານ ຕັດຫຍິບ ບໍຣິສັດ ຂຸດຄົ້ນບໍ່ແຮ່ ໂຮງງານໄມ້ ແລະໂຄງການ ສ້າງເຂື່ອນໄຟຟ້າ. ເມື່ອເວົ້າເຖິງ ຖານະ ບົດບາດ ຂອງກັມມະກອນ ເຫຼົ່ານີ້ ຍັງຕົກຕ່ຳຢູ່ ຍັງ ເປັນຜູ້ຂາຍແຮງງານ ກິນຕາມເຄີຍ. ຍັງບໍ່ມີ ກັມມະກອນ ທີ່ແທ້ຈິງຜູ້ໃດ ທີ່ມີຖານະບົດ ບາດ ກາຍເປັນຜູ້ນຳ ຂອງພັກ ແລະ ຂອງຣັຖ; ໝົດຢ່າງ ກໍໄດ້ເປັນ ແຕ່ຫົວໜ້າ ຈຸຫົວໜ້າ ໜ່ວຍພາຍ ໃນການຈັດຕັ້ງ ໃນໂຮງງານ ແລະ ໃນຣະດັບ ທ້ອງຖິ່ນເທົ່ານັ້ນ.

ໃນດ້ານ ສິດທິຜົນປະໂຍດ ກໍເຊັ່ນດຽວກັນ; ກັມມະກອນລາວ ມີສິດປະທ້ວງຢຸດ ງານບໍ່ ຕົວຢ່າງ ກັມມະກອນ ໂຮງງານ ຕັດຫຍິບ ທີ່ນະຄອນ ຫລວງວຽງຈັນ ເຄີຍປະທ້ວງ ຂໍຂື້ນເງິນເດືອນບໍ່? ຄຳຕອບ ກໍຄື ບໍ່ເຄີຍ ມີຈັກເທື່ອ ໃນປະຫວັດສາດ ຂອງສປປ ລາວ. ເປັນຫຍັງ ກັມມະກອນລາວ ຈຶ່ງບໍ່ກ້າປະທ້ວງ ຂໍເງິນເດືອນ ທັງໆທີ່ເງິນເດືອນ ຂອງພວກເຂົາເຈົ້າ ກໍໜ້ອຍເຕັມທີ. ຄຳຕອບກໍຄື ກັມມະກອນລາວ ໂດຍສະ ເພາະ ກັມມະບານລາວ ເປັນການຈັດຕັ້ງ ຂອງພັກ ໝາຍຄວາມວ່າ ຖືກຄວບຄຸມຈາກ ພັກຢ່າງເຂັ້ມງວດ; ຖ້າພັກ ບໍ່ເຫັນດີ ເຫັນພ້ອມ ແລະບໍ່ນຳພາ ຈັດການປະທ້ວງ ກັມມະກອນລາວ ກໍບໍ່ສາມາດ ປະທ້ວງໄດ້.

ໃນສະພາບ ປັດຈຸບັນ ພັກແລະຣັຖບານລາວ ຍັງຄິດຢ້ານວ່າ ການປະທ້ວງ ຂອງ ກັມມະກອນ ຈະເປັນ ໄພຂົ່ມຂູ່ຕໍ່ ຄວາມໝັ້ນຄົງທາງ ດ້ານການເມືອງ ຂອງພັກ ແລະ ຂອງຣະບອບ ການປົກຄອງ ຂອງຕົນ; ອີກຢ່າງນຶ່ງ ຄະນະຜູ້ນຳລາວ ກໍຄິດຢ້ານ ການປະທ້ວງນັ້ນ ຈະມີຜົນກະທົບ ກະເທືອນຕໍ່ການ ລົງທຶນ ຂອງ ຕ່າງປະເທດ ເອົາໃຈ ນັກລົງທຶນ ຕ່າງປະເທດ ຫລາຍຜົນປະໂຍດ ຂອງປະຊາຊົນ ຂອງຕົນ. ຖ້າກັມມະກອນ ປະທ້ວງ ຮຽກຮ້ອງ ຂໍຂື້ນເງິນເດືອນ ພັກແລະຣັຖ ກໍຄິດຢ້ານ ຄ່າແຮງງານ ຢູ່ລາວຈະແພງຂື້ນ ຢ້ານບໍ່ສາມາດ ແຂ່ງຂັນ ກັບປະເທດອື່ນໄດ້ ແລະຢ້ານ ຕ່າງປະເທດ ບໍ່ມາລົງທຶນຢູ່ລາວ.

ບັດນີ້ມາສຶກສາ ເບິ່ງເງິນເດືອນ ແລະຜົນປະໂຍດ ຢ່າງອື່ນໆ ທີ່ກັມມະກອນລາວໄດ້ ຮັບໃນປັດຈຸບັນ ວ່າຈະໄດ້ ້ຫລາຍເທົ່າໃດ? ກັມມະກອນລາວ ສ່ວນຫລາຍ ເຊັ່ນກັມມະກອນ ຢູ່ໂຮງງານ ຕັດຫຍິບ ໄດ້ຮັບເງິນ ເດືອນ ຕ່ຳສຸດ; ເງິນເດືອນ ພື້ນຖານ ພຽງແຕ່ 2 ແສນ ແລະ 9 ໝື່ນກີບ ເທົ່ານັ້ນ ບໍ່ພໍ ຢູ່ບໍ່ພໍກິນ ຄົນງານ ຫລາຍໆຄົນ ຈຳເປັນຕ້ອງ ເຮັດວຽກໜັກ ແລະ ເກີນເວລາ ຈຶ່ງມີຣາຍ ໄດ້ພໍຢູ່ລອດໄດ້.

ໃນກໍຣະນີ ເຮັດວຽກເປັນສິ້ນ ກັມມະກອນລາວ ຈຳເປັນຕ້ອງ ເຮັດວຽກໄວ້ຂື້ນ ໜັກຂື້ນ ຈຶ່ງຈະໄດ້ເງິນເພີ້ມ ດັ່ງ ຫົວໜ້າ ໂຮງງານຕັດຫຍິບ ແຫ່ງນຶ່ງ ຢູ່ແຂວງສວັນນະເຂດ ໄດ້ ກ່າວວ່າ

"ການຄິດໄລ່ເງິນນິ ແມ່ນໄລ່ເປັນສີ້ນ ມັນກໍແລ້ວແຕ່ ຜູ້ຍິບເກັ່ງ ກໍຕົກປະມານ ເດືອນ ນຶ່ງ 4 - 5 ແສນ ເພາະວ່າ ຍິບນັ້ນມັນໄລ່ເປັນສີ້ນ ເດ້. ເຈົ້າຍິບໄດ້ຫລາຍ ມັນກໍໄດ້ຫລາຍ"

ໃນດ້ານ ຜົນປະໂຍດ ຢ່າງອື່ນ ກັມມະກອນລາວ ກໍຍັງບໍ່ໄດ້ຮັບ ຫຍັງຫລາຍ; ຣັຖບານລາວ ບໍ່ໄດ້ວາງເງື່ອນໄຂ ຕໍ່ເຈົ້າຂອງ ໂຮງງານວ່າ ໃນການຈ້າງ ຄົນງານລາວ ທາງ ໂຮງງານ ຕ້ອງໃຫ້ຜົນປະໂຍດ ແກ່ ຄົນງານ ຢ່າງໜ້ອຍ ແບບນັ້ນແບບນີ້. ເທົ່າທີ່ເປັນຢູ່ ໃນປັດຈຸບັນ ຫລາຍໆໂຮງງານ ຍັງບໍ່ໃຫ້ ຜົນປະໂຍດ ແນວອື່ນໆ ຫລາຍເທື່ອ ເຊັ່ນ ປະກັນໄພ ການຮັກສາ ສຸກຂະພາບ ແລະ ເງິນອຸດໜູນ ເບັ້ຍບຳນານ ກໍຍັງບໍ່ມີ. ກັມມະກອນ ອາໃສແຕ່ຄວາມດີ ຂອງໂຮງງານ; ຕົວຢ່າງ ບໍຣິສັດ ໂອຊີອານາ ຄິດເຫັນໃຈ ຄົນງານລາວ ກໍໃຫ້ ເງິນເດືອນ ແກ່ກັມມະກອນ ຢູ່ບໍ່ຄຳເຊໂຊນ ແຂວງສວັນນະເຂດ ຜູ້ນຶ່ງເຖິງ 1 ລ້ານກີບ. ສ່ວນທາງ ຣັຖບານລາວ ນັ້ນ ບໍ່ກ້າ ຈະກົດດັນ ບໍຣິສັດ ຕ່າງປະເທດ ຫລາຍ ເກີນໄປໃນເຣື່ອງເງິນເດືອນ ເພາະຣັຖບານ ກຳລັງ ຕ້ອງການ ການລົງທຶນ ຂອງຕ່າງປະເທດ.

ແຕ່ໃດມາ ຄະນະຜູ້ນຳພັກ ແລະຣັຖບານ ສປປລາວຖືວ່າ ພະນັກງານ ຂອງຣັຖ ກໍ ເປັນກັມມະກອນ ຜູ້ອອກແຮງງານ ເຊັ່ນກັນ; ຢູ່ກະຊວງກົມກອງ ຕ່າງໆ ມີການຈັດຕັ້ງ ກັມມະບານ ປະຈຳຢູ່. ແຕ່ວ່າ ພະນັກງານ ຂອງຣັຖ ຍິ່ງບໍ່ມີສິດ ບໍ່ມີສິດປະທ້ວງຢຸດ ງານເລີຍ; ການຮຽກຮ້ອງ ທຸກຢ່າງ ຕ້ອງຂື້ນກັບ ພັກກັບຣັຖ. ເຖິງວ່າ ໄດ້ເງິນເດືອນ ໜ້ອຍ ພະນັກງານ ຂອງຣັຖ ກໍຈຳເປັນຕ້ອງ ອົດທົນ ດັ່ງ ນາຍຄຣູ ຜູ້ນຶ່ງ ຢູ່ນະຄອນ ຫລວງວຽງຈັນ ໄດ້ພຽງແຕ່ຈົ່ມວ່າ:

"ເງິນເດືອນ ຂອງຄຣູ 4 ແສນ ກ່ວາກີບ ກໍປະມານ ພັນ ກ່ວາບາດ ເງິນເດືອນ ພັນກ່ວາບາດ ມັນຢູ່ບໍ່ໄດ້ ຄ່ານ້ຳຄ່າໄຟ ນ້ຳມັນ ແພງເບາະແພງ ເຂົ້າກິນ ແຫ່ງອັຕະລາຍ ແພງເບາະແພງ ເຂົ້າກິນແຕ່ກິມີແຕ່ ໝື່ນຊາວປາຍພັນ ກີບ ດຽວນີ້ ໝື່ນ ສີ່ສີບພັນ ກີບ."

ສລຸບແລ້ວ ໃນວັນກັມມະກອນ ຫລືວັນແຮງງານ ສາກົນທຸກໆປີ ກັມມະກອນລາວ ໝົດຢ່າງ ກໍໄດ້ພັກຜ່ອນ ເປັນມື້ພັກ ບໍ່ຈຳເປັນ ຕ້ອງເຮັດວຽກ; ແຕ່ວ່າເມື່ອເວົ້າເຖິງ ຖານະບົດບາດ ແລະຜົນປະໂຍດ ຢ່າງແທ້ຈິງແລ້ວ ກັມມະກອນ ລາວ ຍັງມີຖານະບົດບາດ ຕ່ຳ ແລະ ໄດ້ຮັບເງິນເດືອນ ໜ້ອຍຫລາຍ ເມື່ອ ທຽບຄ່າຄອງຊີບ ໃນປັດຈຸບັນ ແລະບໍ່ໄດ້ ດັ່ງທີ່ຄະນະຜູ້ນຳພັກ ແລະຣັຖບານ ໄດ້ໃຫ້ຄຳໝັ້ນສັນຍາ ໄວ້ໃນເມື່ອກ່ອນ.

ອາວະຣີ ວິເຄາະ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.