ຈັນຍາບັນ

ຍຶດໝັ້ນ ຢ່າງເຂັ້ມງວດ ຕໍ່ມາຕຖານ ສື່ມວນຊົນ ແມ່ນ ພາຣະໜ້າທີ່ ຂອງ ວິທຍຸ ເອເຊັຽ ເສຣີ. ຂ່າວ ທີ່ອອກອາກາດ ແລະ ອອກທາງເວັບໄຊທ໌ ຕ້ອງ ຖືກຕ້ອງ, ເປັນທັມ ແລະ ຍຸຕິທັມ.

ຫຼັກຈັນຍາບັນ ຂອງ​ນັກຂ່າວ ວິ​ທ​ຍຸເອເຊັຽເສຣີ

ຫຼັກການ ສໍາຄັນທີ່ສຸດ ໃນການປະກອບ ພາຣະກິຈ ຂອງວິທຍຸເອເຊັຽເສຣີ (RFA) ແມ່ນ ຍຶດໝັ້ນ ຢ່າງເຄັ່ງຄັດ ໃນມາຕຖານສູງສຸດ ຂອງການສເນີຂ່າວ. ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ໄດ້ຮັບທຶນ ຈາກ​ຣັສະພາ ສະຫະຣັຖ ແຕ່ຮັກສາ ຄວາມເປັນເອກຣາດ ດ້ານບັນນາທິການ ຢ່າງເຕັມທີ່ ຈາກຣັບານ ສະຫະຣັ. ບັນນາທິການ ວິຍຸເອເຊັຽເສຣີ ທຸກໆຄົນ ຕ້ອງປະຕິບັດໜ້າທີ່ ແບບມືອາຊີບ, ຢ່າງ ມີຈັນຍາບັນ ແລະ ສົ່ງເສີມ ມາຖານອັນສູງສຸດ ໃນການຂຽນຂ່າວ ຕາມຫຼັກການພື້ນຖານ ດັ່ງຕໍ່ໄປນີ້[1]:

  • ຄະນະ ບັນນາທິການ ວິ​ຍຸເອເຊັຽເສຣີ ຄວນ​​ຮັບຜິດຊອບ ຄວາມຖືກຕ້ອງ ຕໍ່ວຽກງານຂອງຕົນເອງ. ຣາຍງານ ແລະ ຣາຍການ ຕ່າງໆ ຕ້ອງຖືກຕ້ອງແນ່ນອນ, ກ້ຳເກິ່ງ ສເມີພາບ ແລະ ເປັນຈິງ. ຂໍ້ມູນ ຕ້ອງຜ່ານການກວດກາ ກ່ອນຖືກເປີດເຜີຍ, ໂດຍການນຳໃຊ້ ແຫຼ່ງຂໍ້ມູນ ຕົ້ນສະບັບ ເປັນຕົ້ນຕໍ, ໃນເວລາ ທີ່ເປັນໄປໄດ້. ຕ້ອງ​​​ຮິບໂຮມຂໍ້ມູນ ໃຫ້ຄົບຖ້ວນ, ຕິດຕາມຂໍ້ມູນຫຼ້າສຸດ, ແລະ ໃຫ້ຖືກຕ້ອງ ຕັ້ງແຕ່ຕົ້ນ ຈົນຈົບ.
  • ນັກຂ່າວ ວິ​ຍຸເອເຊັຽເສຣີ ຕ້ອງ ສຸຂຸມ (ໃຈເຢັນ) ທຳໃຈງົບ, ບໍ່ຕື່ນເຕັ້ນ ໃນການປະຕິບັດວຽກງານ ແລະ ຣາຍງານ ແບບມືອາຊີບ, ແລະ ຫຼີກລຽງ ການປະທະກັນ, ການໂຄສະນາຊວນເຊື່ອ, ຫຼື ໃສ່ຮ້າຍປ້າຍສີ ບຸກຄົນ, ກຸ່ຄົນ, ຫຼື ຣັບານຕ່າງໆ. ນັກຂ່າວ ວິຍຸເອເຊັຽເສຣີ ຕ້ອງເນີ ທຸກໆມຸມມອງ ປາຈາກ ການລຳອຽງ ແລະ ຫຼີກລຽງກາມີສ່ວນຮ່ວມ ໃນການນັບນູນ ຫຼື ວິພາກວິຈານ ທີ່ເປັນການສະແດງຄວາມເຫັນ ຫຼື ທັນະ ເໜືອຄວາເປັນຈິງ ແລະ ໜ້າເຊື່ອຖື ຂອງການຣາຍງານຂ່າວ.
  • ນັກຂ່າວ ວິ​ຍຸເອເຊັຽເສຣີ ຕ້ອງບໍ່ສນັບ​ນູນ ຄວາມຮຸນແຮງ, ການກະບົດ ຫຼື ການຍ້າຍ​ຖິ່ນຖານ. ໃນເວລາ ມີຣາຍງານ ກ່ຽວກັບ ການກໍ່ການຮ້າຍ, ລັດທິຫົວຮຸນແຮງ, ຫຼື ການຂົ່ມຂູ່ໃຊ້ຄວາມຮຸນແຮງ, ນັກຂ່າວ ວິຍຸເອເຊັຽເສຣີ ຕ້ອງ: ມີສະຕິ ແລະ ປ້ອງກັນ ອັນຕະຣາຍ ທີ່ອາດເກີດຂຶ້ນ ກັບຕົນເອງ ແລະ ຜູ້ອື່ນໄດ້; ​ແລະ ​ບໍ່​ອະນຸຍາດ ໃຫ້​ໃຊ້ ວິຍຸເອເຊັຽເສຣີ ​ເປັນ​ເວທີ​ໂຄສະນາ ທີ່ມີຄວາມຮຸນແຮງ ຫຼື​ ການ​ຂົ່ມຂູ່​ ທີ່ມີຄວາມ​ຮຸນ​ແຮງ. ນັກ​ຂ່າວ/ບັນ​ນາ​ທິ​ການ ວິຍຸເອເຊັຽເສຣີ ​ຕ້ອງ​​ປຶກ​ສາ​ຫາ​ລື ​​ບັນ​ນາ​ທິ​ການ ທີ່ຮັບຜິດຊອບ ເຂດເອເຊັຽຕາເວັນອອກ ຫຼື ເອເຊັຽຕາເວັນອອກສ່ຽງໃຕ້ ຫຼື ບັນນາທິການ ບໍຣິຫານ, ກ່ອນເຜີຍແຜ່ ຂໍ້ມູນໃດນຶ່ງ ທີ່ອາດເຮັດໃຫ້ ວິຍຸເອເຊັຽເສຣີ ຕົກຢູ່ໃນຄວາມສ່ຽງ ຖືກໃຊ້ເປັນເວ​​ທີ ໃນຈຸດປະສົງໃດນຶ່ງ.
  • ນັກ​ຂ່າວ ວິ​ຍຸເອເຊັຽເສຣີ ບໍ່ຕ້ອງ​ເອົາ ​ຂ່າວ​ເລົ່າລື, ຂໍ້​ມູນ​ຜິດພາດ ຫຼື​ ຂໍ້​ມູນ​ທີ່​ບໍ່​ມີການຢືນຢັນ ແລະ​ ທິດ​ສະ​ດີ ​ສົມ​ຮູ້​ຮ່ວມ​ຄິດ​ ໃສ່ໃນ​ຣາຍ​ງານ ​ຫຼື ​ຣາຍການ​ໃດນຶ່ງ ໂດຍບໍ່ມີ ການອ້າງເຖິງ ສິ່ງທີ່ເກີດຂຶ້ນ. ເມື່ອໃດກໍຕາມ ທີ່ເປັນໄປໄດ້, ໃນ​ການ​ຂຽ​ນ​ຂ່າວ​ໃດ​ນຶ່ງ, ນັກ​ຂ່າວ ຕ້ອງຊອກຫາ ແລະ ​ເອົາຂໍ້ມູນ ມາຈາກຫຼາຍກວ່າ ນຶ່ງແຫຼ່ງຂ່າວ. ແຫຼ່ງຂ່າວ ຄວນມີຕົວຕົນ, ໃນເວລາ ທີ່ເປັນໄປໄດ້, ຫຼື ຂໍ້ມູນ ທີ່ໄດ້ມານັ້ນ ພຽງພໍ ຈຶ່ງເຮັດໃຫ້ ຜູ່ຟັງ/ຜູ່ອ່ານ ເນື້ອຫາ ຂອງວິຍຸເອເຊັຽເສຣີ ສາມາດຕັດສິນໃຈເອົາເອງໄດ້ ກ່ຽວກັບ ຄວາມຖືກຕ້ອງ ຂອງຂໍ້ມູນ ແລະ ທັນະ ທີ່ໄດ້ແບ່ງປັນຜ່ານ ແຫຼ່ງຂ່າວເຫຼົ່ານີ້. ເຖິງຢ່າງໃດ ກໍຕາມ, ໃນເມື່ອຈຳເປັນ, ນັກຂ່າວ ວິຍຸເອເຊັຽເສຣີ ຕ້ອງມີສະຕິ ເພື່ອປົກປ້ອງແຫຼ່ງຂ່າວ ບໍ່ໃຫ້ເປັນອັນຣາຍ ແລະ ເຄົາຣົບແຫຼ່ງຂ່າວ ທີ່ມີຈຸດປະສົງ ບໍ່ອອກນາມ.
  • ຖ້າຫາກວ່າ ນັກຂ່າວ ວິ​ຍຸເອເຊັຽເສຣີ ເຫັນ​ວ່າມີຂໍ້ມູນຜິດພາດ ໃນເວລາອອກອາກາດ ຫຼື ໃນເວລາເຜີຍແຜ່ ຂ່າວສານ​, ບົດວິຈານ, ຫຼື ເນື້ອຫາ, ນັກຂ່າວ ແລະ ຜແນກພາສາດັ່ງກ່າວ ຕ້ອງຍອມຮັບ ຄວາມຜິດພາດ ແລະ ແກ້ຄວາມຜິດທັນທີ, ໂດຍຜ່ານຊ່ອງທາງ ທີ່ຂໍ້ມູນຜິດພາດນັ້ນ ຖືກເຜີຍແຜ່ ອອກໄປ.​
  • ນັກ​ຂ່າວ ວິ​ຍຸເອເຊັຽເສຣີ ຕ້ອງ​ໃສ່​ຊື່ແຫຼ່ງທີ່ມາ ຂອງຂໍ້ມູນ ໃນເວລາທີ່ ນຳເອົາບາງຕອນ ຂອງການສັມພາດ, ຣາຍງານ, ຫຼື ຂໍ້ມູນໃດນຶ່ງ ຂອງສຳນັກຂ່າວ ຫຼື ແຫຼ່ງຂ່າວອື່ນ ມາໃຊ້.
  • ຮູບ​ພາບ, ວິ​ດີ​ໂອ, ຫຼື ເນື້ອຫາຮູບ​ພາບອື່ນໆໃຫ້ຂໍ້ມູນຕ່າງໆ ​ທີ່​ນັກ​ຂ່າວ ວິຍຸເອເຊັຽເສຣີ ​ເຜີຍ​ແຜ່ນັ້ນ ຕ້ອງຍຶດໝັ້ນ ຕາມຄຳແນະນຳ ຂອງວິຍຸເອເຊັຽເສຣີ.
  • ນັກ​ຂ່າວ ວິ​ຍຸເອເຊັຽເສຣີ ຕ້ອງບໍ່​ເປັນ ສະມາຊິກ ຂອງ​ພັກ​ການ​ເມືອງ, ກຸ່ມຝ່າຍ​ຄ້ານ, ອົງການ​ຈັດ​ຕັ້ງພັດຖິ່ນ, ຫຼື ກຸ່ມ​ສາສນາ​ ​ໃນປະ​ເທດເປົ້າໝາຍ ຂອງວິຍຸເອເຊັຽເສຣີ, ແລະ​ຕ້ອງ​ບໍ່ສນັບນູນ ຄວາມເຫັນ ທາງການເມືອງ ​ທີ່ມີຜົເສັຽຫາຍ ຫຼື​ ພາໃຫ້ເຂົ້າໃຈວ່າ ມີຜົລສະທ້ອນບໍ່ດີ ຕໍ່ຄວາມເປັນຈິງ ແບບເປັນກາງ ຂອງວິຍຸເອເຊັຽເສຣີ. ນັກຂ່າວ ວິຍຸເອເຊັຽເສຣີ ຄວນຮັກສາ ຄວາມເປັນກາງທາງດ້ານການເມືອງ ໃນສື່ສັງຄົມ ໂດຍບໍ່ຄຳນຶງເຖິງ ຂົງເຂດ ທີ່ພວກຂະເຈົ້າ ອອກຄວາມເຫັນ.
  • ນັກ​ຂ່າວ ວິ​ຍຸເອເຊັຽເສຣີ ຕ້ອງ​ບອກ​ຜູ້ປະກອບສ່ວນ ຈາກພາຍນອກ ຢ່າງຈະແຈ້ງ ແລະ, ໃນເວລາມີບົດວິຈານ​, ຕ້ອງບອກວ່າ ຄວາມຄຶດຄວາມເຫັນ ທີ່ໄດ້ສະແດງອອກ ເປັນຂອງຜູ້ຂຽນ ບໍ່ແມ່ນຂອງ ວິຍຸເອເຊັຽເສຣີ. ຄວາມຄຶດຄວາມເຫັນ ແລະ ບົດວິຈານ ຕ້ອງລະບຸ ຢ່າງຈະແຈ້ງ ເຊັ່ນດຽວກັນ. ໃນແຕ່ລະກໍລະນີ, ວິຍຸເອເຊັຽເສຣີ ມີສິແກ້ຂໍ້ມູນ ຂອງຜູ້ປະກອບສ່ວນ ຈາກພາຍນອກ ແລະ ເປັນຜູ້ຕັດສິນໃຈ ຂັ້ນສຸດທ້າຍວ່າ ຄວນເອົາ ຂໍ້ມູນໃດແດ່ ໃສ່ໃນຣາຍກງານ ຫຼື ຣາຍການ.
  • ນັກ​ຂ່າວ ວິ​ຍຸເອເຊັຽເສຣີ ຕ້ອງ​ບໍ່​ຮັບ ​ສິ່ງ​ທີ່​ມີ​ຄ່າ ເຊັ່ນ​ ຂອງ​ຂວັນ, ສິທພິເສດ, ຫຼື ແຮງຈູງໃຈອື່ນໆ ຈາກແຫຼ່ງຂ່າວ ຫຼື ຄົນອື່ນ ທີ່ອາດຢູ່​ - ຫຼື​ ຜູ້​ທີ່ເຊື່ອວ່າຢູ່​ - ໃນ​ຖານະ​ທີ່​ມີ​ອິດ​ທິພົນ ​ຕໍ່​ຣາຍ​ງານ​ ຫຼື ​ຣາຍການ​ຕ່າງໆ ຂອງວິຍຸເອເຊັຽເສຣີ. ຂອງຂວັນ ທີ່ມີມູນຄ່າ ($20 ຫຼື ໜ້ອຍກວ່າ) ອາດຮັບໄດ້ ແຕ່ຕ້ອງແຈ້ງ ໃຫ້ຜູ້ຮັບ​ຜິດຊອບຮູ້ ແລະ, ຖ້າເຫັນວ່າ ບໍ່ເໝາະສົມ, ກໍໃຫ້ສົ່ງຄືນ ດ້ວຍຄຳອະທິບາຍ ທີ່ສຸພາບ.
  • ນັກຂ່າວ ວິ​ຍຸເອເຊັຽເສຣີ ຕ້ອງບໍ່ຮັບວຽກ ຫຼື ກິຈກັມອື່ນໆ ນອກເໜືອຈາກຂອງ ວິ​ຍຸເອເຊັຽເສຣີ ຊຶ່ງຈະເປັນການລະເມີດ ຄວາມຮັບຜິດຊອບ ຂອງຂະເຈົ້າ ຕໍ່ວິ​ຍຸເອເຊັຽເສຣີ. ຜູ້ໃດ ຕ້ອງການດໍາເນີນ ພາ​ຣະກິຈ ຫຼື ກິຈກັມ ພາຍນອກ, ຮວມທັງ ປາ​ຖະກະຖາ ຫຼື ໄປປາກົດໂຕ ຕາມສະຖານທີ່ ສາທາຣະນະຕ່າງໆ ອາດເຮັດໃຫ້ເຂົ້າໃຈວ່າ ໄປໃນນາມ ວິຍຸເອເຊັຽເສຣີ, ຕ້ອງໄດ້ຮັບ ອະນຸຍາດ ເສັຽກ່ອນ ຕາມ​ທີ່ລະບຸໄວ້ ໃນນະໂຍບາຍ ວ່າດ້ວຍ ການຂັດແຍ້ງ ທາງຜົລປໂຍດ.
  • ໃນການປະຕິບັດໜ້າທີ່ໃຫ້ ວິ​ຍຸເອເຊັຽເສຣີ, ນັກຂ່າວ ຕ້ອງບໍ່ສະແດງຕົນວ່າ ເປັນໂຕແທນ ຂອງນິຕິບຸກຄົນອື່ນໃດ, ອົງການຈັດຕັ້ງສື່ມວນຊົນ, ໜ່ວຍ​ງານຣັຖບານ ຫຼື ອົງການ​ທີ່ບໍ່​ຂຶ້ນ​ກັບ ​ຣັ​ບານ, ນອກຈາກ ວິຍຸເອເຊັຽເສຣີ.
  • ການລະເມີດ ຫຼັກຈັນຍາບັນ ຂອງນັກຂ່າວ ແລະ ຄຳ​ແນະນຳ ດ້ານບັນນາທິການ ຂອງວິຍຸເອເຊັຽເສຣີ ອາດຈະສົ່ງຜົລ ໃຫ້ມີການປະຕິບັດວິນັຍ ເຖິງ ແລະ ຮວມທັງ ການຍຸ​ຕິຈ້າງງານ.

[1] ເຖິງແມ່ນວ່າ ວຽກ​ງານ​ການ​ຂ່າວ ເປັນຄວາມຮັບຜິດຊອບ ຕົ້ນຕໍ ຂອງຜ​ແນກ ບັນນາທິການ, ນັກ​ຂ່າວທຸກຄົນ ຄວນຮັບ​ຮູ້ ແລະ ສນັບ​ສ​ນູນ ຫຼັກຈັນຍາບັນ ຂອງນັກຂ່າວ. 

Update: ວັນທີ 22 ມີນາ 2022

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Sep 23, 2015 04:26 PM

Please use the current Lao grammar, which would be more impact and more interesting for the Lao people living inside the country. Language is something can change by time pass..


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Anonymous
Sep 22, 2014 11:34 PM

ຢາກມີສ່ວນຮ່ວມ ໃນການໃຫ້ ຂ່າວ


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Anonymous
Aug 31, 2015 03:57 PM

Thank you so much...


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Anonymous
Mar 10, 2013 04:09 PM

ໝົດປີ ມີແຕ່ຂ່າວອັນເກົ່າ, ບໍ່ມີບໍຂ່າວໃຫ່ມໆ ທີ່ໜ້າເຊື່ອຖືໄດ້, ເບື່ອສຽງສຳພາດ ມີແຕ່ສຽງຜູ້ດຽວ ແລະ ດັດສຽງເອົາ ບໍ່ມີຄວາມເຊື່ອຖື


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]