ຊ່ອຍທາງດ້ານເທັກນິກ

ຄຳຖາມທົ່ວໄປ ແລະ ຄຳຕອບ ເປົ້າໜາຍ ຂອງວິທຍຸເອເຊັຍເສຣີ ແມ່ນຫຍັງ?

ເປົ້າໝາຍ ຂອງວິທຍຸເອເຊັຽເສຣີ ແມ່ນເພື່ອສເນີຂ່າວ ແລະ ເຣື້ອງລາວຕ່າງໆ ທີ່ປະຊາຊົນລາວ ບໍ່ມີ ໂອກາດໄດ້ຍິນ ຍ້ອນຣັຖບານ ສປປລາວ ຈຳກັດເສຣີພາບ ຂອງ ສື່ມວນຊົນ.  ເອເຊັຽເສຣີ ຈະບໍ່ເປັນ ກະບອກສຽງ ໃຫ້ແກ່ ພັກການເມືອງໃດໆ ຫລື ກຸ່ມຄົນໃດໆ ທັ້ງສີ້ນ ແລະ ຈະສເນີຂ່າວ, ເຣື້ອງລາວຕ່າງໆ ທີ່ມີແຕ່ ມູນຄວາມຈິງ.

ວິທຍຸເອເຊັຽເສຣີ ຜແນກ ພາສາລາວ ມີຣາຍການ ຫຍັງແດ່ ທີ່ ອອກອາກາດ ແລະ ອອກທາງ ອິນເຕີເນັຕ?

ຣາຍການ ຂອງ ພວກເຮົາມີຂ່າວ ແລະ ສາຣະຄະດີ. ສຳລັບ ຂ່າວນັ້ນ ປະກອບດ້ວຍ ຂ່າວລາວ, ຂ່າວ ຕ່າງປະເທດ ໃນຂົງເຂດ ເອເຊັຽ ແລະ ຂ່າວໂລກ. ພວກເຮົາມີ ສາຣະຄະດີ ແລະ ສາຣະຄະດີ ປະຈຳສັປດາ. ສາຣະຄະດີ ກໍມີ ບົດວິເຄາະ, ບົດວິຈານ. ສາຣະຄະດີ ປະຈຳ ສັປດາ ກໍມີ ແມ່ຍິງ ແລະ ເດັກນ້ອຍ, ບົດຮຽນ ພາສາລາວ, ຣາຍການ ອ່ານຈົດໝາຍ ຈາກຜູ້ຟັງ.


AudioNow = ຟັງເອເຊັຽເສຣີຈາກມືຖື

ຟັງວິທຍຸເອເຊັຽເສຣີ ພາສາລາວ ຈາກມືຖືຂອງທ່ານ. ໂທຣ (857) 232-0088.

ຕົວໜັງສືລາວ (Lao Font) ຊະນິດໃດ ທີ່ທາງ RFA ໃຊ້ອອກໃນ RFA Website ຂອງຜແນກ ພາສາລາວ?

ພວກເຮົາ ໃຊ້ຕົວໜັງສື ທີ່ເອີ້ນວ່າ Saysettha OT. ຖ້າທ່ານຕ້ອງການ ຕົວໜັງສືຊະນິດນີ້ ໃຫ້ທ່ານ ຍ້າຍ ລູກສອນ ໄປໃສ່ Saysettha OT ທີ່ມີສີຟ້າ ຂ້າງເທິງນັ້ນ ແລ້ວກົດປຸ່ມ, ທ່ານກໍຈະເຫັນ Web site ທີ່ທ່ານ ສາມາດເອົາຕົວໜັງສືລາວ ຊະນິດນີ້ ມາໃສ່ໄວ້ໃນ ເຄື່ອງ Computer ຂອງທ່ານໄດ້.

ເປັນຫຍັງຕົວໜັງສື ຢູ່ໃນ RFA Website ຂອງຜແນກພາສາລາວ ຈຶ່ງເປັນຕົວ ທີ່ບໍ່ສາມາດ ອ່ານອອກໄດ້ ແລະ ກໍບໍ່ແມ່ນຕົວໜັງສືລາວ?

ບັນຫາ ກໍແມ່ນທ່ານບໍ່ມີຕົວໜັງສືລາວ ທີ່ເອີ້ນວ່າ Saysettha OT. ຖ້າຫາກທ່ານໃຊ້ Window XP ທ່ານ ຈະບໍ່ມີບັນຫາ ເຣື້ອງຕົວໜັງສື. ແຕ່ຫາກ ທ່ານບໍ່ໄດ້ໃຊ້ Windows XP ທ່ານຈະຕ້ອງ ເອົາຕົວໜັງສື Saysettha OT ໄປໄວ້ ( install ) ໃນເຄື່ອງ Computer ຂອງທ່ານ. ແລ້ວທ່ານ ກໍ່ສາມາດ ເຫັນຕົວໜັງສືລາວ ໃນ Website ຂອງພວກເຮົາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Aug 11, 2011 02:26 AM

ຍານາງ ວຽງໄຊ ເຫົ່ລາປະຫັວດສາຕ ຂອງລາວເຮົາໄດ້ດີຫລາຍຂໍສັລເສີນເປັນພິເສດມາພ້ອມນີ້ດ້ວຍ ໄນປັດຈຸບັນ ຢູ່ລາວເຮົາລູກຫລານ ເກີດໄຫ່ມໄຫ່ຍລຸນຮຽນຮູ້ແຕ່ຄາວການປ່ຽນປີ້ນໄນຍຸກປີ 1975 ເປັນຕົ້ນມາເທົ່ານັ້ນ ຈະເປັນການດີຫລາຍທີ່ສຸດ ຖ້າຫາທາງເຜີຍແຜ່ທາງ ສາສນາ ແລະ ວັດທະນະທັມ ດັ້ງເດີມຂອງລາວເຮົາຕື່ມ ເພື່ອໄຫ້ຊາວລາວລຸ້ນຫັລງໄດ້ຮັບຮູ້ແຈ້ງ ວ່າອັນໄດຂອງຈິງ ແລະ ອັນໄດ ຂອງບໍ່ຈິງ ຂໍຂອບໄຈເປັນພິເສດເຖິງຍານາງ ວຽງໄຊ ຂອບໄຈ.

Anonymous
Feb 16, 2012 12:21 PM

ສະບາຍດີ!ທຸກໆທ່ານທີ່ເປັນສະມາຊິກວິທະຍຸ VOA ຂ້ອຍມີຄວາມຮູ້ສຶກດີໃຈຫຼາຍທີ່ທາງວິທະຍຸໃຫ້ຂໍ້ມູນຕາມຄວາມຈິ່ງໄດ້ດີຫຼາຍ ແລະ ທັນກັບເວລາ.

Anonymous
Apr 28, 2011 11:26 AM

ໃນໜ້າ ສາຣະຄາດີ ມີຮູບຍີງລາວຫ້າຄົນທີ່ນຸ່ງຖືຊຸດ ລາວເຜົ່າຕ່າງໆ ເເຕ່ມີຍີງນື່ງທີ່ນຸ່ງ ນ້ອຍເຫັນຮອດສາຍບືນັ້ນເເມ່ນຊົນເຜົ່າໄນນໍ

Anonymous
Apr 06, 2012 07:16 PM

ສບາຍດີ ວິທຍຸ ເອເຊັຍເສຣີ

Anonymous
Dec 07, 2012 03:20 AM

ເປັນຫຍັງ ຄົນລາວຈິງເອົາເງີນ ເປັນໃຫຍ ເບິງເຊື້ອສາຍເປັນຫຼັກ ລູກປະຊາຊົນ ຄືເຮົານີ້ ຈະຮຽນຈົບລະດັບໃດມາ ກໍ່ບໍ່ມີປະໂຫຍດຕໍຊາດ ຍັງຕົກຕຳກວ່າ ປະຊາຊົນ ຜູ້ເຮັດ ສ່ວນໃບປະກາສະນີຍະບັດ ເອົາມາເຮັດຫຍັງ ຈະໄປເຮັດຢູ່ໃສ່ ກໍ່ມີແຕ່ເງີນ ໄປກ່ອນຄົນ ແລ້ວຈິງເວົ້າ ຊີເບີ່ງໃຫ້. ນີ້ແມ່ນເຮັດ ເພື່ອປະເທດ ຫຼືເຮັດເພື່ອຕົນເອງ?


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]