ທະນາຄານແຫ່ງຊາດລາວ ໄດ້ອອກແຈ້ງການ ໃຫ້ບໍຣິສັດ PS ສົ່ງເງິນຄືນ ໃຫ້ລູກຄ້າ ທັງໝົດ ພາຍໃນ 1 ເດືອນ ເລີ້ມແຕ່ວັນທີ 6 ມິຖຸນາ ຫາວັນທີ 6 ກໍຣະກະດາ 2017.ແຕ່ຈົນມາເຖິງ ປັດຈຸບັນ ກໍບໍ່ມີລູກຄ້າ ຄົນໃດ ສາມາດຖອນເງິນໄດ້, ດັ່ງລູກຄ້າ ຄົນນຶ່ງກ່າວ ໃນວັນທີ 10 ກໍຣະກະດາ ນີ້ວ່າ:
"ເງິນຂອງຂ້ອຍນີ້ນະ ເປັນຫຍັງເຈົ້າຈຶ່ງ ບໍ່ໃຫ້ຂ້ອຍຄືນ ເງິນຂອງຂ້ອຍເປັນຫຍັງ ເຈົ້າຈຶ່ງບໍ່ສົ່ງຂ້ອຍຄືນ ຂ້ອຍມີສັນຍາ ກັບເຈົ້າຄັກແນ່ ບໍ່ແມ່ນວ່າ ເຈົ້າໃຫ້ຂ້ອຍສອງ ສາມເດືອນ ລະຈາວກັນໄປເລີຍວ່າ".
ລູກຄ້າອີກ ທ່ານນຶ່ງເວົ້າວ່າ ໃນເວລາໄປເອົາເງິນ ບໍຣິສັດອ້າງຫລາຍເຫດຜົນ ແລະ ເລື່ອນເວລາຈ່າຍເງີນ ໄປຕລອດ.ນອກຈາກບໍ່ຈ່າຍໜີ້ ໃຫ້ລູກຄ້າແລ້ວ ບໍຣິສັດຍັງໃຫ້ ເຫດຜົນວ່າທະນາຄານ ໃສ່ຮ້າຍປ້າຍສີບໍຣິສັດ, ດັ່ງທ່ານ ປໍເຮີ ປະທານຮ່ວມ ບໍຣິສັດ ພີເອັສ ກ່າວໃນວັນທີ 24 ມິຖຸນາ ວ່າ:
"ເຫດການເຫລົ່ານີ້ພວກເຈົ້າເຂົ້າໃຈລະຕີ້ ວ່າທະນາຄານຈົງໃຈໃສ່ຮ້າຍ ປ້າຍສີ ບໍຣິສັດ ພີເອັສ ສ້າງຄວາມເສັຍຫາຍ ໃຫ້ແກ່ສັງຄົມ".
ນອກຈາກນີ້ ບໍຣິສັດ PS ຍັງໄດ້ຂົນຂວາຍ ປະຊາຊົນ ຢູ່ແຂວງອຸດົມໄຊ ແລະ ແຂວງຫລວງພຣະບາງ ໃຫ້ມາຝາກເງິນ ກັບຕົນຢູ່ຄືເກົ່າ ໂດຍເອົາຊື່ ຫ້ອງການຣັຖບານ ຫລື ສຳນັກງານນາຍົກ ມາອ້າງ. ດັ່ງ ພະນັກງານ ຂອງບໍຣິສັດ ໄດ້ກ່າວກັບ ປະຊາຊົນ ຢູ່ແຂວງອຸດົມໄຊ ໃນວັນທີ 19 ມິຖຸນາ ຕອນນຶ່ງວ່າ:
"ດົນເນາະຮອດເດືອນ 9 ນີ້ ຢ່າງຊ້າສຸດແມ່ນເດືອນ 10 ເພິ່ນຈະແຈ້ງການ ອອກຈາກ ຫ້ອງການຣັຖບານ ເລີຍເນາະ ວ່າ ບໍຣິສັດ ພີເອັສ ເປັນບໍຣິສັດ ທີ່ນຳພາ ປະຊາຊົນ ຫລຸດພົ້ນ ຄວາມທຸກຍາກແທ້ໆ ເນາະ ໃຫ້ສົມກັບ ຄຳຂັວນທີ່ວ່າປີ 2020 ຈະນຳພາປະຊາຊົນ ຫຼຸດພົ້ນ ອອກຈາກຄວາມທຸກຍາກ ເນາະ ເອົາເປັນທຸກງ່າຍ ຊະເນາະ.”
ກ່ຽວກັບບັນຫາດັ່ງກ່າວ ເອເຊັຍເສຣີ ກໍໄດ້ໂທລະສັບໄປຫາ ກົມຄຸ້ມຄອງ ສະຖາບັນການເງິນ ທີ່ຂຶ້ນກັບ ທະນາຄານກາງ ແຫ່ງຊາດລາວ ໃນວັນທີ 10 ກໍຣະກະດາ, ແຕ່ ເຈົ້າໜ້າທີ່ ຜູ້ຮັບໂທຣະສັບ ບໍ່ສາມາດໃຫ້ຂໍ້ມູນໄດ້ ໂດຍອ້າງວ່າ ມັນເປັນເລື້ອງ ລະອຽດອ່ອນ.
ນອກຈາກຈາກນີ້ ເອເຊັຍເສຣີ ກໍໄດ້ໂທຣະສັບ ໄປຖາມ ດຣ ອາຄົມ ປຣະເສີດ ຫົວໜ້າກົມຄຸ້ມຄອງ ສະຖາບັນການເງິນ ຫລາຍຄັ້ງ ແຕ່ ໂທຣະສັບ ບໍ່ມີສັນຍານ ແລະ ບາງຄັ້ງ ກໍຕິດແຕ່ທ່ານ ບໍ່ຮັບ.