ພໍ່ຄ້າໄທຢູ່ລາວບໍ່ຕື່ນເຕັ້ນກັບ AEC

0:00 / 0:00

ນັກ ລົງທຶນ ໄທ ໃນ ສປປລາວ ຄາດວ່າ ການເປີດ ປະຊາຄົມ ເສຖກິຈ ອາຊຽນ ຫຼື ເອອີຊີ ໃນ ທ້າຍປີນີ້ ຈະບໍ່ມີ ຜົລປໂຍດ ຫຍັງຕື່ມ ຕໍ່ການ ເຮັດ ທຸຣກິຈ ໃນລາວ. ຕາມຄຳ ໃຫ້ ສຳພາດ ຂອງ ນັກ ທຸຣກິດ ໄທ ຜູ້ນຶ່ງ ທີ່ ຕຣຽມ ເປີດສູນ ການຄ້າ ຂນາດ ນ້ອຍ ຢູ່ ນະຄອນຫຼວງ ວຽງຈັນ ໃນ ປີຫນ້າ:

"ທ່ານ ເວົ້າວ່າ ໃນ ເອອີຊີ ມີການ ຮ່ວມມື ຂອງ ກຸ່ມ ຍ່ອຍຕ່າງໆ ຢູ່ແລ້ວ ເຊັ່ນ ລາວ ວຽດນາມ ແລະ ພະມ້າ. ທຸຣກິຈ ຂອງ ທ່ານ ຈະບໍ່ໄດ້ ປໂຍດຫຍັງ ແລະ ກໍຄົງບໍ່ ເກີດ ຜົນເສັຽ ໃດໆ ເຊັ່ນກັນ. ເຖິງແມ່ນວ່າ ປະເທດ ສະມາຊິກ ເອອີຊີ ອາດຈະ ຕົກລົງ ຫລຸດພາສີ ບາງຢ່າງ ຮ່ວມກັນ, ແຕ່ໃນເມື່ອ ທຸກ ປະເທດ ຕ້ອງ ປະຕິບັດ ຄືກັນ, ຜົນກະທົບ ຕໍ່ການ ແຂ່ງຂັນ ໃນ ຕລາດ ກໍຈະບໍ່ ເກີດຂຶ້ນ".

ແຕ່ນັກ ທຸຣກິຈ ໄທ ອີກ ທ່ານນຶ່ງ ໃຫ້ ຄຳເຫັນ ຕ່າງ ອອກໄປ. ທ່ານ ຄິດວ່າ ການເປີດ ເອອີຊີ ຈະສົ່ງຜົນ ເສັຽ ຕໍ່ ທຸຣກິຈ ຂອງທ່ານ ຄື ການສົ່ງ ເຟີນິເຈີ ໄປລາວ ເພາະ ປະເທດ ອື່ນ ໃນ ອາຊຽນ ກໍ ສາມາດ ສົ່ງສິນຄ້າ ນັ້ນ ໄປຂາຍ ໃນລາວ ໄດ້ ເຊັ່ນກັນ:

"ທ່ານ ເວົ້າວ່າ ຍິ່ງໃກ້ເປີດ ເອອີຊີ ເຈົ້າຫນ້າທີ່ ດ່ານ ຊາຍແດນ ຍິ່ງກວດກາ ຣົດ ຂົນສົ່ງ ສິນຄ້າ ເຂັ້ມງວດ. ແລະ ທຸຣະກິຈ ຂອງ ທ່ານ ກໍຈະມີ ຄູ່ແຂ່ງ ຫຼາຍຂຶ້ນ ນຳ. ຢ່າງໃດກໍຕາມ ທ່ານ ກໍຕຣຽມ ເຮັດ ທຸຣະກິຈ ອື່ນໆ ເປັນຕົ້ນ ການສົ່ງ ເຄື່ອງໃຊ້ ໃນ ຊີວິດ ປະຈຳວັນ ໄປຂາຍ ໃນລາວ ເພາະ ຫນ້າຈະ ຂາຍດີ ກວ່າ”.

10 ປະເທດ ອາຊຽນ ຈະກາຍເປັນ ປະຊາຄົມ ເສຖກິຈ ອາຊຽນ ໃນ ທ້າຍປີນີ້. ຄາດວ່າ ປະເທດ ສະມາຊິກ ຈະປັບ ຫລັກເກນ ບາງຢ່າງ ໃຫ້ ຄືກັນ ເພື່ອ ໃຊ້ຮ່ວມກັນ ເປັນຕົ້ນ ພາສີ ແລະໂຄຕ້າ ສິນຄ້າ ສົ່ງອອກ ແລະ ນຳເຂົ້າ ປະເທດ ຂອງຕົນ.