ຖແລງການໃຫ້ປ່ອຍຄົນງານ ຖືກຈັບ

ຈໍາປາທອງ
2016.05.24
F-Soukanh (ຊ້າຍຫາຂວາ)ທ້າວສົມພອນ ພິມມະສອນ, ນາງຫລອດ ທັມມະວົງ ຖືກຈັບໃນວັນທີ 5 ມິນາ ຢູ່ບ້ານນາວາງໃຕ້ ເມືອງໜອງບົກ ແຂວງຄຳມ່ວນ, ທ້າວ ສຸການ ໃຈທັດ ຫາຍສາບສູນ ໃນວັນທີ 22 ມີນາ ໃນຂນະທີ່ ມາຕໍ່ໜັງສື ເດີນທາງ ຢູ່ຫ້ອງການ ປກສ ແຂວງ ສວັນນະເຂດ
Citizen Journalist

ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ທີ່ ມີສູນກາງ ຢູ່ ປະເທສ ເຢັຽຣະມັນ ອອກ ຖແລງການ ໃນວັນທີ 22 ພຶສພາ 2016 ປະນາມ ການຈັບ ຄົນງານລາວ 3 ຄົນ ກັບຈາກ ປະເທສໄທ ຢູ່ ສປປລາວ ແລະ ທວງໃຫ້ ທາງການລາວ ປ່ອຍຕົວ ພວກກ່ຽວ ຢ່າງຮີບດ່ວນ ແລະ ປາສຈາກ ເງື່ອນໄຂ.

ດຣ. ບຸນທອນ ຈັນທະລາວົງ ວີເຊີ ປະທານ ອົງການ ກ່າວວ່າ ການກະທໍາ ຂອງ ທາງການລາວ ບໍ່ພຽງແຕ່ ເປັນ ການຣະເມີດ ສິດທິ ພື້ນຖານ ຂອງ ພົລເມືອງລາວ ແຕ່ ຍັງຣະເມີດ ກົດໝາຍ ທີ່ ຕົນເອງ ເປັນຜູ້ສ້າງຂຶ້ນ. ດັ່ງນັ້ນ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ຈຶ່ງ ຂໍປະນາມ ຢ່າງຮຸນແຮງ ຕໍ່ການ ກະທໍາ ອັນໂຫດຫ້ຽມ ຂອງ ທາງການລາວ. ດຣ. ບຸນທອນ ຈັນທະລາວົງ ວີເຊີ ກ່າວວ່າ:

"ພວກເຮົາ ອົງການ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ນີ້ປະນາມ ຢ່າງຮຸນແຮງ ຕໍ່ທາງການລາວ ທີ່ໄດ້ຈັບ ຄົນງານລາວ ທີ່ ເປັນລູກຫຼານລາວ ຢູ່ໄທ ທີ່ ກັບຄືນ ໄປລາວ ນັ້ນ ເປັນການ ກະທຳ ທີ່ຜິດພາດ ຢ່າງຮ້າຍແຮງ ແລະ ເປັນການ ຈັບກຸມ ທີ່ວ່າ ບໍ່ແຈ້ງ ໃຫ້ຊາບວ່າ ເຫດຜົລ ຈັບຫຍັງ ລະກະ ປະຕິເສດ ວ່າບໍ່ຮູ້ ບໍ່ເຫັນ ຄັນຈັບ ໄປແລ້ວ ກໍຕ້ອງຮັບ ຜິດຊອບ ວ່າຈັບໄປ ມື້ໃດ ຢູ່ໃສ ແລະ ເຫດຜົລຫຍັງ".

ຖແລງການຄັ້ງນີ້ ອີງໃສ່ ຣາຍງານ ຂອງ ໝູ່ຄນະ ຮ່ວມງານ, ຜູ້ໃກ້ຊິດ ຂອງພວກ ທີ່ຖືກຈັບ ທີ່ໄປເຮັດວຽກ ຢູ່ ປະເທສໄທ ດ້ວຍກັນ ແລະ ຕາມຂໍ້ມູນ ຂ່າວສານ ຈາກ ວິທຍຸ ເອເຊັຽ ເສຣີ ຜແພກ ພາສາລາວ ເມື່ອ ວັນທີ 12 ແລະ 19 ພຶສພາ 2016 ນີ້ວ່າ ທ້າວ ສົມພອນ ພິມມະສອນ ຫລື ເພັດອາຄົມ, ອາຍຸ 29 ປີ ຢູ່ບ້ານ ດົງກະລຶມ ເມືອງ ປາກງື່ມ ນະຄອນຫຼວງ ວຽງຈັນ ແລະ ນາງ ຫລອດ ທັມມະວົງ ຫລື ນາງ ພອຍ, ອາຍຸ 30 ປີ ຢູ່ ບ້ານວັງໃຕ້ ເມືອງ ໜອງບົກ ແຂວງ ຄໍາມ່ວນ ໄດ້ຖືກ ທາງການ ລາວ ຈັບ ໃນວັນທີ 5 ມິນາ 2016 ທີ່ ບ້ານຂອງ ນາງຫລອດ.

ແລະ ທ້າວ ສຸກັນ ໃຈທັດ ອາຍຸ 32 ປີ ຢູ່ບ້ານຄໍາແຮ້ງ ເມືອງ ໄຊພູທອງ ແຂວງ ສະຫວັນນະເຂດ ຫາຍສາບສູນ ໄປ ຈາກຫ້ອງການ ປກສ ແຂວງ ສະຫວັນນະເຂດ ໃນຂນະທີ່ ຢືນລຽນແຖວ ລໍຖ້າເຮັດ ເອກກະສານ ເດີນທາງ ເມື່ອ ວັນທີ 22 ມິນາ 2016. ດຣ. ບຸນທອນ ຈັນທະລາວົງ ກ່າວເພີ້ມວ່າ:

"ພວກເຮົາ ອົງການ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ທວງໃຫ້ ທາງການ ສປປລາວ ຈົ່ງປ່ອຍ ຄົນງານທັງ 3 ຄົນ ທີ່ຈັບໄປນັ້ນ ໃຫ້ມີ ອິສຣະພາບ ແລະ ບໍ່ມີ ເງື່ອນໄຂ ຢ່າງຮີບດ່ວນ ນັບທັງບັນດາ ຄົນລາວ ທຸກໆຄົນ ທີ່ຖືກຈັບ ຢູ່ໃນ ສປປ ລາວ ໃນຂໍ້ກ່າວຫາ ທາງການເມືອງ ໃຫ້ປ່ອຍ ຂະເຈົ້າ ທຸກຄົນ, ແລະ ທວງໃຫ້ ທາງການ ສປປ ລາວ ຍອມແກ້ໄຂ ບັນຫາ ຣະບົບ ການປົກຄອງ ໃນລາວ ໃຫ້ປ່ຽນແປງ ໄປສູ່ ປະຊາທິປະຕັຍ ແລະ ໃຫ້ມີ ເອກຣາດ ຢ່າງສົມບູນ".

ເມື່ອວັນທີ 19 ພຶສພາ 2016, ຖແລງການ ສະບັບນີ້ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ກໍໄດ້ສົ່ງ ຣາຍງານ ກ່ຽວກັບ ຄົນງານລາວ 3 ຄົນ ທີ່ ຖືຈັບນັ້ນ ໄປຍັງ ອົງການ ນີຣະໂທດກັມ ສາກົນ ທີ່ ກຸງລອນດອນ ປະເທສ ອັງກິດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.