ສໍາພາດຍານາງ ບຸນທັນ ສິມມະສຸກ

0:00 / 0:00

ຍານາງ ບຸນທັນ ສິມມະສຸກ ໃຫ້ຄໍາເຫັນ ໃນ ກອງປະຊຸມ ຮິບໂຮມ ຂໍ້ມູນ ຫລັກຖານ ການຣະເມີດ ສິດທິມະນຸດ ຢູ່ ສປປລາວ ເພື່ອ ຍື່ນຕໍ່ ສະຫະ ປະຊາຊາດ ທີ່ ໄດ້ຈັດຂຶ້ນ ຢູ່ Atlanta ສະຫະຣັຖ ອະເມຣິກາ ໃນ ທ້າຍເດືອນ ພຶສພາ ຜູ້ເຂົ້າຮ່ວມ ຫລາຍໆ ທ່ານ ໄດ້ ປະກອບ ຄໍາເຫັນ.

ເມື່ອມໍ່ໆ ມານີ້ ຢູ່ Atlanta ຣັຖ ຈໍເຈັຍ ສະຫະຣັຖ ອະເມຣິກາ ໄດ້ມີກອງ ປະຊຸມ ຮິບໂຮມ ຂໍ້ມູນ ຫລັກຖານ ກ່ຽວກັບ ການຣະເມີດ ສິດທິມະນຸດ ຢູ່ ສປປ ລາວ ເພື່ອ ຍື່ນຕໍ່ ກອງປະຊຸມ ໃຫຍ່ ດ້ານ ສິດທິມະນຸດ ຂອງ ສະຫະປະຊາດ ຊຶ່ງ ຈະຈັດຂຶ້ນ ທີ່ ນະຄອນ ເຈນີວາ ປະເທສ ສວິຊເຊີແລັນ ໃນຕົ້ນປີ 2015 ທີ່ ຈະມາ ເຖິງນີ້.

ເພື່ອ ຕອບສນອງ ໄດ້ຕາມ ເປົ້າໝາຍ ທີ່ວ່ານັ້ນ ຜູ້ເຂົ້າຮ່ວມ ກອງປະຊຸມ ຈາກ ຣັຖຕ່າງໆ ທົ່ວ ສະຫະຣັຖ ອະເມຣິກາ ຮວມທັງ ທ່ານ ວັນລັງ ຄໍາສຸກ ຈາກຣັຖ Oregon, ທ່ານ ບາຣະມີ ມິດຕິວົງ ຈາກຣັຖ Tennesseeທ່ານ ຂິນຖາວອນ ບຸນພາຄົມ ຈາກຣັຖ Florida ແລະ ຍານາງ ບຸນທັນ ສິມມະສຸກ ຈາກ ຣັຖຈໍເຈັຍ ກໍໄດ້ ປະກອບ ຄໍາເຫັນ ທີ່ ມີຄວາມໝາຍ ສໍາຄັນ ຕໍ່ຂໍ້ມູນ ຫລັກຖານ ກ່ຽວກັບ ການ ຣະເມີດ ສິດທິມະນຸດ ຢູ່ ປະເທສ ລາວ.

ເວົ້າສະເພາະ ຍານາງ ບຸນທັນ ສິມມະສຸກ, ອາດີດ ຄຣູສອນ ສມັຍ ພຣະຣາຊອານາຈັກ ລາວ ກໍໄດ້ກ່າວ ເຖິງຫລາຍ ບັນຫາ ເປັນຕົ້ນແມ່ນ ໄດ້ເນັ້ນ ໜັກເຖິງ ສະພາບການ ສຶກສາ ຮໍ່າຮຽນ ຂອງ ເດັກນ້ອຍ ນັກຮຽນ ຢູ່ ສປປລາວ ທີ່ ຍັງຂາດເຂີນ ທັງໂຮງຮຽນ, ທັງນາຍຄຣູ ແລະ ອຸປກອນ ການຮຽນ ການສອນ ຕາມທີ່ໄດ້ ເຫັນຢູ່ໃນ video ຊຶ່ງ ດຣ. ບຸນທອນ ຈັນທະລາວົງ ວິເຊີ ປະທານ ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ໄດ້ສາຍ ໃຫ້ເບິ່ງ ເປັນຕົວຢ່າງ ປະກອບກັບ ບົດຣາຍງານ ກ່ຽວກັບ ການຣະເມີດ ສິດທິມະນຸດ ຢູ່ ປະເທສລາວ. ຍານາງ ບຸນທັນ ສິມມະສຸກ ໄດ້ຕອບ ຄໍາຖາມ ຂອງນັກຂ່າວ ເອເຊັຍ ເສຣີ ໂດຍເລີ່ມຈາກ ຜົລ ຂອງ ກອງປະຊຸມ ວ່າ: ...ສຽງ...

ຍານາງ ບຸນທັນ ສິມມະສຸກ ໄດ້ອົພຍົບ ຫລົບໜີ ອອກຈາກ ການ ປະຫັດ ປະຫານ ຂອງ ພວກຜູ້ນໍາ ພັກ ປະຊາຊົນ ປະຕິວັດ ລາວ ທີ່ ໃຊ້ຣະບອບ ຜະເດັດການ ພັກດຽວ ຜູກຂາດ ອໍານາດ ຢູ່ ສປປລາວ ໃນປີ 1977. ຍານາງ ຕິດຕາມ ຂ່າວຄາວ ແລະ ສະພາບການ ໃນລາວ ຕລອດມາ ແລະ ປະກອບສ່ວນ ເຂົ້າໃນການ ເຄື່ອນໄຫວ ວຽກງານ ການເມືອງ ເພື່ອເຮັດໃຫ້ ປະເທສລາວ ມີ ເອກກະຣາດ, ເຮັດໃຫ້ ປະຊາຊົນ ລາວ ມີສິດ, ເສຣີພາບ ແລະ ປະຊາທິປະຕັຍ. ປັດຈຸບັນ ຍານາງ ບຸນທັນ ສິມມະສຸກ ພ້ອມດ້ວຍ ຄອບຄົວ ມີຄວາມສຸກ ຢູ່ຣັຖ ຈໍເຈັຍ ສະຫະຣັຖ ອະເມຣິກາ, ແຕ່ກໍບໍ່ ຫມົດ ຄວາມເປັນຫວ່ງ ເປັນໃຍ ນໍາບ້ານເກີດ ເມືອງນອນ ຂອງ ຕົນ.