ລາວບໍ່ໄດ້ເຂົ້າສະພາ ສິດທິ ມະນຸດ

ຈໍາປາທອງ
2015.10.29
F-alliance2 ອົງການ ພັນທະມິຕ ເພື່ອ ປະຊາທິປະໄຕ ໃນ ລາວ
Alliance for democracy in Laos

ສປປລາວ ເປັນ ປະເທສ ນື່ງ ທີ່ ສມັກເຂົ້າ ແຂ່ງຂັນ ເລືອກຕັ້ງ ເປັນ ສະມາຊິກ ສະພາ ສິດທິ ມະນຸດ ຂອງ ສະຫະ ປະຊາຊາດ ໃນ ຈຳນວນ 5 ປະເທສ ສຳລັບ ເຂດ ເອເຊັຽ - ປາຊີຟີກ.

ແຕ່ ໃນການ ປ່ອນບັດ ເລືອກຕັ້ງ ຢູ່ໃນ ກອງປະຊຸມ ໃຫຍ່ ສະຫະ ປະຊາຊາດ ທີ່ ນະຄອນ ນິວຢ໊ອກ ສະຫະຣັຖ ອະເມຣິກາ ໃນ ວັນທີ 28 ຕຸລາ 2015 ນັ້ນ ສປປລາວ ບໍ່ໄດ້ຮັບ ເລືອກ ເຂົ້າເປັນ ສະມາຊິກ ສະພາ ສິດທິ ມະນຸດ, ຊຶ່ງ ພັນທະມິດ ເພື່ອ ປະຊາ ທິປະຕັຍ ໃນລາວ ເຫັນວ່າ ເປັນຜົລ ມາຈາກ ທາງການ ລາວ ໄດ້ ຣະເມີດ ສິດທິ ມະນຸດ ຢ່າງ ຮ້າຍແຮງ ແລະ ມາຈາກ ການເຄື່ອນໄຫວ ຂອງ ປະຊາຊົນ ລາວ ທີ່ ຕໍ່ສູ້ ເພື່ອ ສິດ ເສຣີພາບ ແລ ປະຊາທິປະຕັຍ. ກ່ຽວກັບ ເຣຶ່ອງ ນີ້ ດຣ. ບຸນທອນ ຈັນທະລາວົງ ວີເຊີ ປະທານ ພັນທະມິດ ເພື່ອ ປະຊາ ທິປະຕັຍ ໃນລາວ ສະແດງ ອອກເຖິງ ຄວາມ ຮູ້ສຶກ ຂອງຕົນ ກໍຄື ຂອງ ອົງການ ພວກທ່ານ ວ່າ: ຂໍເຊີນ ທ່ານ ຮັບຟັງ ການ ສັມພາດ ຕໍ່ໄປໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.