ການສູນເສັຍຄັ້ງໃຫຍ່ຂອງ ລາວ

0:00 / 0:00

ນັບແຕ່ປີ 2012 ເປັນຕົ້ນມາ ປະເທດລາວ ຕ້ອງ ປະສົບກັບ ເຫດການ ໃຫຍ່ ທີ່ສຸດ ທີ່ໂລກ ໃຫ້ຄວາມ ສົນໃຈ ຄື ເຫດການ ລັກພາຕົວ ທ່ານ ສົມບັດ ສົມພອນ ນັກ ພັທນາ ອາວຸໂສ ດີເດັ່ນ ຂອງລາວ ແລະ ເຫດການ ເຮືອບິນ ຕົກ ຢູ່ ແຂວງ ຊຽງຂວາງ ທີ່ເຮັດໃຫ້ ຜູ້ນຳ ຄົນສຳຄັນ ເສັຍ ຊີວິດ. ໃນຕອນເຊົ້າ ຂອງ ວັນທີ 17 ພືສພາ ທີ່ ຜ່ານມາ ຄົນລາວ ຕົກຕະລຶງ ໃນເຫດການ ເຮືອບິນ ອານ 74-300 ຂອງ ກອງທັບ ອາກາດລາວ ປະສົບ ອຸບັດຕິເຫດ ຢູ່ເຂດ ບ້ານນາດີ ເມືອງແປກ ແຂວງ ຊຽງຂວາງ.

ອຸບັດຕິເຫດ ດັ່ງກ່າວ ເຮັດໃຫ້ມີ ຜູ້ ເສັຍຊີວິດ 14 ທ່ານ ໃນນັ້ນ 4 ທ່ານ ຄື ທ່ານ ພົນໂທ ດວງໃຈ ພິຈິດ ຣັຖມົນຕຼີ ວ່າການ ກະຊວງ ປ້ອງກັນ ປະເທດ, ທ່ານ ທອງບັນ ແສງອາພອນ ຣັຖມົນຕຼີ ວ່າການ ກະຊວງ ປ້ອງກັນ ຄວາມສງົບ, ທ່ານ ສຸກັນ ມະຫາລາດ ເຈົ້າຄອງ ນະຄອນ ຫລວງ ວຽງຈັນ, ແລະ ທ່ານ ເຈືອງ ສົມບູນຂັນ ຫົວໜ້າ ໂຄສະນາ ອົບຮົມ ສູນກາງພັກ.

ເຫດການ ດັ່ງກ່າວ ໄດ້ເຮັດໃຫ້ ເກີດຄວາມ ເສົ້າສລົດໃຈ ໃນບັນດາ ຜູ້ນຳ ຂອງລາວ ແລະ ມາເຖີງຕອນນີ້ ປະເທດລາວ ກໍຍັງຢູ່ ໃນຊ້ວງ ໄວ້ອາໄລ. ສາເຫດ ຂອງ ອຸບັດ ຕິເຫດ ເຮືອບິນ ຕົກ ໃນຄັ້ງນີ້ ທາງການລາວ ຍັງບໍ່ທັນ ອອກມາ ເປີດເຜີຍ ຣາຍຣະອຽດ ເທື່ອ.

ໃນອາທິດ ທີ່ ຜ່ານມາ ແຫລ່ງຂ່າວ ທີ່ໃກ້ຊິດ ຄອບຄົວ ທ່ານ ພົນໂທ ດວງໃຈ ພິຈິດ ກໍໄດ້ໃຫ້ ທັສນະວ່າ: ຕອນນີ້ ຍັງບໍ່ ສາມາດ ສລຸບ ສາເຫດ ໄດ້ວ່າ ມັນເປັນຍ້ອນ ຄົນວາງ ຣະເປີດ ເຮືອບິນ ຫລື ເປັນຍ້ອນ ມີຄົນ ລັດຍິງ ໃນເວລາ ທີ່ ເຮືອບິນ ກຳລັງ ຈະບິນລົງ ຫລື ເປັນຍ້ອນ ຄວາມຜິດພາດ ຂອງ ຄົນຂັບ ຊຶ່ງ ຍັງ ບໍ່ສາມາດ ສລຸບສາເຫດ ໄດ້ຢ່າງ ຊັດເຈນ. ກ່ອນໜ້ານີ້ ຜູ້ເຫັນ ເຫດການ ຢູ່ແຂວງ ຊຽງຂວາງ ໄດ້ບອກວ່າ ຍົນບິນຕ່ຳ ຜິດ ປົກກະຕິ ຊຶ່ງທັງໝົດ ຈະຕ້ອງ ມີການ ຄົ້ນຫາ ສາເຫດ ອີກຕໍ່ໄປ.

ເຫດການ ໃນຄັ້ງນີ້ ເປັນການ ສູນເສັຍ ຄັ້ງຍິ່ງໃຫຍ່ ສຳລັບ ສປປ ລາວ ໂດຍສະເພາະ ທ່ານ ພົນໂທ ດວງໃຈ ພິຈິດ ທີ່ ກຳລັງ ມີ ອະນາຄົດ ທາງການເມືອງ ແລະ ກໍມີ ການຄາດການ ກັນວ່າ ທ່ານ ຈະກ້າວ ໄປສູ່ ຕຳແໜ່ງ ຮອງ ປະທານ ປະເທດ ຫລື ນາຍົກ ຣັຖມົນຕຼີ ຄົນຕໍ່ໄປ.

ອີກເຫດການ ນຶ່ງ ກໍຄື ການລັກພາ ຕົວ ທ່ານ ສົມບັດ ສົມພອນ ນັກພັທນາ ອາວຸໂສ ດີເດັ່ນ ຂອງລາວ ເຈົ້າຂອງ ຣາງວັນ ແມັກໄຊໄຊ ອາວອດ ໃນປີ 2005 ກໍເຮັດໃຫ້ ວົງການ ພັທນາ ຂອງລາວ ຕ້ອງສູນເສັຍ ບຸກຄົນ ທີ່ຄຳຄັນ ເຊັ່ນກັນ.

ອີງຕາມ ຫລັກຖານ ຈາກ ກ້ອງວົງຈອນປິດ, ທ່ານ ສົມບັດ ສົມພອນ ຖືກລັກພາຕົວໄປໃນວັນທີ 15 ທັນວາ ປີ 2012 ເວລາ ປະມານ 18 ໂມງ ຫລື 6 ໂມງແລງ ເຫດການ ເກີດຂຶ້ນ ໃນມື້ນັ້ນ ເມື່ອ ຣົດ ຂອງທ່ານ ສົມບັດ ຖືກ ເຈົ້າໜ້າທີ່ ຕຳຫຣວດ ຈະຣາຈອນ ຢຸດ ຢູ່ໜ້າ ປ້ອມຍາມ ຕຳຫຣວດ ໃກ້ກັບ ໂຮງຮຽນ ການຊ່າງລາວ ເຢັຍຣະມັນ, ຖະໜົນ ທ່າເດື່ອ ເຂດບ້ານ ວັດນາກ, ເມືອງ ສີສັດຕະນາກ, ນະຄອນ ຫລວງ ວຽງຈັນ

ໃນການ ຫາຍຕົວໄປ ຂອງ ທ່ານ ຫລາຍ ປະເທດ ກໍ ສະແດງ ຄວາມເປັນຫ່ວງ ແລະ ໄດ້ ສອບຖາມ ໄປຍັງ ທາງການລາວ ເພື່ອໃຫ້ ມີການ ສືບສວນ ຄົ້ນຫາ ຕົວທ່ານ ສົມບັດ ສົມພອນ ຢ່າງ ຮີບດ່ວນ.

ເຖີງວ່າ ການ ລັກພາຕົວ ທ່ານ ສົມບັດ ຜ່ານໄປ ຫລາຍກວ່າ 500 ວັນ, ແຕ່ຄອບຄົວ ຂອງທ່ານ ກໍຍັງຄົງ ສືບຕໍ່ ຊອກຫາຕົວ ທ່ານຢ່າງ ບໍ່ສິ້ນຫວັງ. ຍານາງ ອຶງ ຊຸຍ ເມັງ ຊຶ່ງເປັນ ພັລຍາ ຍັງຄົງສືບຕໍ່ ຊອກຫາ ຜູ້ເປັນ ສາມີ ຂອງຕົນ.

ຍານາງ ກ່າວວ່າ: ກໍພຍາຍາມ ສຸດຂີດເນາະ ກະຮ້ອງຂໍ ຣັຖບານ ຫັ້ນລະ ຫລືວ່າ ຂັ້ນເທີງ ສົ່ງຂ່າວແດ່ ສົມບັດ ຢູ່ໃສ ຮອດ ປັດຈຸບັນ ບໍ່ມີຂ່າວ ຫຍັງເລີຍ ບໍ່ຮູ້ວ່າ ເພີ່ນ ຢູ່ໃສ ບໍ່ຮູ້ວ່າ ເພີ່ນຍັງ ຫລື ວ່າບໍ່ຍັງ ສິ່ງທີ່ ຂ້າພະເຈົ້າ ຢາກໄດ້ ຢາກໄດ້ ຂ່າວ ເພີ່ນຢູ່ໃສ ເພີ່ນ ຍັງຢູ່ບໍ່ ກະທໍ່ນັ້ນ.

ມາຮອດ ປັດຈຸບັນ ການຫາຍຕົວໄປ ຂອງ ທ່ານ ສົມບັດ ສົມພອນ ກໍຍັງຄົງ ບໍ່ຮູ້ ຮ່ອງຮອຍ ແລະ ໂຊກ ຊະຕາກັມ ຂອງທ່ານ ຈະເປັນ ແນວໃດ. ແຕ່ສິ່ງທີ່ ເຫັນໄດ້ ຢ່າງ ຊັດເຈນ ກໍຄື ບັນດາ ປະຊາຄົມໂລກ ກໍໃຫ້ ຄວາມສົນໃຈ ແລະ ສື່ມວນຊົນ ສາກົນ ກໍໃຫ້ ຄວາມສົນໃຈ ໃນການ ລັກພາຕົວ ທ່ານໄປ.

ທີ່ຜ່ານມາ ເຈົ້າໜ້າທີ່ ຂັ້ນສູງ ຈາກ ຫລາຍໆປະເທດ ກໍໄດ້ ທວງຖາມ ຣັຖບານລາວ ຢ່າງຕໍ່ເນື່ອງ ກ່ຽວກັບ ການສືບສວນ ສອບສວນ ຫາ ຕົວ ທ່ານ ສົມບັດ ສົມພອນ ໂດສະເພາະ ເຈົ້າໜ້າທີ່ ຂັ້ນສູງ ຈາກ ສະຫະຣັຖ ອະເມຣິກາ, ອອສເຕຣເລັຍ, ເຢັຍຣະມັນ ແລະ ຣັຖສະພາ ຢູໂຣບ ແລະ ກຸ່ມສິດທິ ມະນຸດຕ່າງໆ.

ເຫດການ ລັກພາຕົວ ທ່ານ ສົມບັດ ສົມພອນ ແລະ ເຫດການ ເຮືອບິນ ປະສົບ ອຸບັດຕິເຫດ ຢູ່ ແຂວງຊຽງຂວາງ ທີ່ເຮັດໃຫ້ ຜູ້ນຳ ຄົນສຳຄັນ ຂອງລາວ ຕ້ອງ ເສັຍຊີວິດ ທັງສອງ ເຫດການນີ້ ມີສິ່ງທີ່ ແຕກຕ່າງ ກັນ ແລະ ມີສິ່ງທີ່ ຄ້າຍຄືກັນ.

ສິ່ງແຕກຕ່າງ ກໍຄື: ບັນດາ ຜູ້ນຳ ທີ່ເສັຍ ຊີວິດ ຖືວ່າ ເປັນບຸກຄົນ ສຳຄັນ ຢູ່ໃນ ຄະນະ ຣັຖບານ ຂອງລາວ, ແຕ່ ໃນຂະນະທີ່ ທ່ານ ສົມບັດ ສົມພອນ ເປັນນັກ ພັທນາ ຊຸມຊົນ ທີ່ມີຊື່ສຽງ ຂອງລາວ.

ສິ່ງທີ່ ຄ້າຍຄືກັນ ກໍຄືວ່າ ການຈາກໄປ ຂອງບັນດາ ຜູ້ນຳ ຄົນ ສຳຄັນ ຂອງລາວ ກໍມີບັນດາ ປະເທດ ເພື່ອນມິດ ໄດ້ສົ່ງສານ ຄວາມເສົ້າ ສລົດໃຈ ເຖີງ ຣັຖບານ ລາວ ໃນຂະນະ ທີ່ ການຫາຍຕົວໄປ ຂອງທ່ານ ສົມບັດ ສົມພອນ ທັງສ່ວນ ບຸກຄົນ ແລະ ອົງການ ຈັດຕັ້ງ ສິດທິມະນຸດ ແລະ ຫລາຍ ປະເທດ ກໍໄດ້ ສະແດງ ຄວາມເສົ້າ ສລົດໃຈ ກັບການຫາຍຕົວໄປ ຂອງທ່ານ.

ສລຸບກໍຄືວ່າ ບໍ່ວ່າ ຈະເປັນ ບັນດາ ຜູ້ນຳ ທີ່ເສັຍ ຊີວິດ ແລະ ນັກພັທນາ ກໍຄື ທ່ານ ສົມບັດ ທີ່ຖືກ ລັກພາຕົວ ເຖີງວ່າ ຈະມີຄວາມ ແຕກຕ່າງກັນ ທາງດ້ານ ສະຖານະ ຕຳແໜ່ງ ກໍຕາມ, ແຕ່ ການສູນເສັຍ ບຸກຄົນ ທີ່ ສຳຄັນ ເຫລົ່ານີ້ ກໍລ້ວນແລ້ວແຕ່ ສ້າງຄວາມ ເສົ້າສລົດໃຈ ໃຫ້ແກ່ ຍາດພີ່ນ້ອງ ແລະ ຄົນໃກ້ຊິດ ທຸກຄົນ ຢ່າງ ຫລີກລ້ຽງ ບໍ່ໄດ້.

ການສູນເສັຍ ຈາກ ອຸບັດຕິເຫດ ເຮືອບິນຕົກ ແລະ ການສູນເສັຍ ຈາກການ ຖືກລັກພາຕົວ ແບບ ບີບບັງຄັບ ໃຫ້ສູນຫາຍ ຊຶ່ງທັງສອງ ເຫດການ ນີ້ ບໍ່ໜ້າ ຈະເກີດຂຶ້ນ ກັບ ບຸກຄົນໃດ ບຸກຄົນນຶ່ງ ເລີຍ.