APF ຄວນເປັນສຽງປະຊາຊົນ ໂດຍແທ້

ໄມຊູລີ
2015.09.15
F-Phil ທ່ານ Phil Robertson ຮອງ ຫົວໜ້າ ອົງການ ສິດທິມະນຸດ ປະຈຳເຂດ ເອເຊັຽ
RFA

ທ່ານ Phil Robertson ຮອງ ຜູ້ ອຳນວຍການ ອົງກອນ ສິ້ງຊອມ ສິດທິ ມະນຸດ ຫຼື Human Rights Watch ພາກພື້ນ ເອເຊັຽ, ກ່າວຕໍ່ ເອເຊັຽ ເສຣີ ເຖິງ ຄວາມຄືບໜ້າ ຂອງ ການຕຣຽມ ຈັດ ກອງປະຊຸມ ພາກ ປະຊາສັງຄົມ ອາຊຽນ ຫຼື APF ໃນ ປີ 2016 ນີ້ວ່າ, ຄນະ ກັມມະການ ເອພີເອັຟ ຈາກ ມາເລເຊັຽ, ຈະ ເດີນທາງ ໄປຫາລື ກັບ ເຈົ້າໜ້າທີ່ ກະຊວງ ການ ຕ່າງປະເທດ ສປປ ລາວ, ໃນ ເດືອນ ຕຸລາ ຈະມາເຖິງ ນີ້, ເພື່ອ ປະເມີນ ມາຕການ ໃນ ຄວາມປອດໄພ ຂອງ ຜູ້ເຂົ້າຮ່ວມ ກອງປະຊຸມ. ດັງ ທ່ານ ກ່າວວ່າ:

“ຄນະ ກັມມະການ ເອພີເອັຟ ຢູ່ ມາເລເຊັຽ, ເຂົາຄິດວ່າ ຍັງຄຸຍກັນ ໄດ້ ກັບ ຣັຖບານ ລາວ, ວ່າ ຈະປະນີ ປະນອມ ໄດ້ບໍ່ ຈະຈັດການ ຄວາມປອດໄພ ໃຫ້ ຄົນລາວ ທີ່ ໄປຮ່ວມ ປະຊຸມ ໄດ້ບໍ່, ຄິດວ່າ ຄນະ ກັມມະການ ຊິ ໄປ ລາວ ເດືອນ ຕຸລາ, ແລະ ພາຍຫຼັງ ກັບ ຈາກ ສປປ ລາວ, ກໍຄວນ ຈັດ ປະຊຸມ ຮ່ວມກັບ ຫຼາຍຝ່າຍ, ເພື່ອ ປຶກສາ ຫາລື ກັນວ່າ ຈະ ເຮັດຫຍັງ”.

ທ່ານ Phil Robertson ຢືນຢັນ ວ່າ, ໃນ ທັສນະ ສ່ວນຕົວ ຂອງ ທ່ານແລ້ວ, ທ່ານວ່າ ບໍ່ຄວນຈັດ ກອງປະຊຸມ ພາກ ປະຊາສັງຄົມ ຢູ່ ສປປ ລາວ ເພາະວ່າ ລາວ ຍັງ ມີປັນຫາ ການຣະເມີດ ສິດທິ ມະນຸດ ຢ່າງ ຮ້າຍແຮງ:

“ຕອນນີ້ ບໍ່ຄວນຈັດ ຢູ່ ທີ່ ລາວ, ຄືວ່າ ມັນ ບໍ່ປອດໄພ ສຳລັບ ປະຊາຊົນ ລາວ, ບໍ່ມີການ ຮັບຮອງ ວ່າ ຈະມີ ຄວາມເປັນ ອິສຣະ ໃນການ ເວົ້າ ທຸກ ປະເດັນ, ທຸກຢ່າງ ທີ່ ປະຊາສັງຄົມ ລາວ ປະຊາສັງຄົມ ອາຊຽນ ຢາກ ເວົ້າ ຄິດວ່າ ຄວນ ຈັດຢູ່ທີ່ ອື່ນ, ແຖວ ຂອນແກ່ນ ຫຼື ໜອງຄາຍ. ຣັຖບານ ລາວ ການຈັດການ ບໍ່ດີ, ອອກມາພູດ ແຕ່ວ່າ ເຂົາຈະເປັນ ເຈົ້າພາບ ທີ່ດີ, ແຕ່ກໍບໍ່ໄດ້ ຈັດຫຍັງ ບໍ່ໄດ້ ເປິດໃຈກວ້າງ, ປະຊາສັງຄົມ ອາຊຽນ ເຂົາ ມີສິດ ທີ່ຈະພູດ. ເວົ້າກັນ ໂດຍຕົງ ກໍເປັນ ຣັຖບານ ຜະເດັດການ, ຣະເມິດ ສິດທິ ມະນຸດ ແບບ ຮ້າຍແຮງ, ຄິດວ່າ ລາວ ກໍເລີຍ ຕົກຕ່ຳ, ເປັນ ປະເທດ ທີ່ ເກືອບ ແຢ້ ທີ່ສຸດ, ຖ້າຈະເວົ້າ ເຣື້ອງ ສິດທິ ມະນຸດ ໃນ ອາຊຽນ”.

ຕໍ່ ຄໍາຖາມ ທີ່ວ່າ ປະຊາຊົນ ລາວ ກໍມີ ສ່ວນຮ່ວມ ໃນການ ເຄື່ອນໄຫວ ພາກ ສັງຄົມ ຫລື ບໍ່ ນັ້ນ, ທ່ານ Phil Robertson ຕອບວ່າ, ທ່ານ ກໍເຊື່ອວ່າ ຄົນລາວ ຕ້ອງການ ມີ ສ່ວນຮ່ວມ ແຕ່ຢ້ານ ຄວາມ ບໍ່ປອດພັຍ, ດັ່ງ ເຊັ່ນ ກໍຣະນີ  ທ່ານ ສົມບັດ ສົມພອນ ນັກ ພັທນາ ຊຸມຊົນ ທີ່ ຖືກ ບັງຄັບ ໃຫ້ ຫາຍສາບສູນ ໄປ ເປັນ ເວລາ ເກືອບ 3 ປີ ແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.