ຖາມຜູ້ສມັກຫາສຽງໄດ້ຕາມ ທີ່ ຂຽນໃຫ້

0:00 / 0:00

ນັກຮຽນ-ນັກສຶກສາ ລາວ ບໍ່ຖືກ ອະນຸຍາດ ໃຫ້ຖາມ ຜູ້ສມັກ ເລືອກຕັ້ງ ດ້ວຍຄຳຖາມ ຂອງຕົນເອງ ໃນຊ້ວງ ການອອກ ໂຄສະນາ ຫາສຽງ ຕາມ ສະຖາບັນ ຕ່າງໆ ໃນ ນະຄອນຫຼວງ ວຽງຈັນ ເມື່ອສັປດາ ທີ່ຜ່ານມາ.

ນັກສຶກສາ ຈາກ ສະຖາບັນ ການເງິນ ຜູ້ນຶ່ງ ກ່າວຕໍ່ ເອເຊັຽ ເສຣີ ວ່າ ບັນດາ ຜູ້ສມັກ ເລືອກຕັ້ງ ເປັນ ສະມາຊິກ ສະພາ ແຫ່ງຊາດ ໄດ້ ອອກ ໂຄສະນາ ຫາສຽງ ຢູ່ໂຮງຮຽນ ຂອງລາວ ດ້ວຍການ ແນະນຳ ຕົວເອງ ຂອງ ແຕ່ລະຄົນ. ແຕ່ເມື່ອ ຜູ້ສມັກ ເປີດໂອກາດ ໃຫ້ຖາມ ຄຳຖາມ ປາກົດວ່າ ຄຣູ ແລະ ອາຈານ ບໍ່ ອະນຸຍາດ ໃຫ້ ນັກສຶກສາ ຖາມ ຜູ້ສມັກໄດ້ ດ້ວຍຄຳຖາມ ເຂົາເອງ ແຕ່ ອະນຸຍາດ ໃຫ້ຖາມ ໄດ້ ສະເພາະ ແຕ່ຄຳຖາມ ທີ່ຄຣູຕຽມ ໃຫ້ຖາມ ເທົ່ານັ້ນ, ຖ້າບໍ່ດັ່ງນັ້ນ ຈະຖືກ ສຳຣວດ ດັ່ງ ນັກສຶກສາ ຜູ້ນີ້ ເວົ້າວ່າ:

"ເພິ່ນກະລົງມາ ແນະນຳ ຊື່, ວ່າໂຕເອງ ເປັນຈັ່ງໃດ ມີຜົລງານ ເປັນຈັ່ງໃດ ເພິ່ນກະເປີດ ໃຫ້ຖາມເນາະ ແຕ່ວ່າເພິ່ນ ໃຫ້ຖາມ ແຕ່ຄຳຖາມ ທີ່ ອາຈານ ໃຫ້ ມາເທົ່ານັ້ນ ອາຈານ ເພິ່ນຕຣຽມ ຄຳຖາມາ ໃຫ້ຖາມ".

ນັກສຶກສາ ສ່ວນໃຫຍ່ ຍັງຂາດ ຄວາມຮູ້ ຄວາມເຂົ້າໃຈ ໃນ ການເລືອກຕັ້ງ ນັກສຶກສາ ຄົນນີ້ ເວົ້າຕື່ມວ່າ ຫມູ່ເພື່ອນ ຂອງລາວ ກໍຢາກຕັ້ງ ຄຳຖາມ ຕໍ່ ຜູ້ສມັກ ໃນບັນຫາ ຖນົນຫົນທາງ ບໍ່ໄດ້ ມາຕຖານ ໃນເຂດ ໃກ້ຄຽງ ໂຮງຮຽນ ຈົນບາງເທື່ອ ເຮັດໃຫ້ມາ ບໍ່ທັນ ໂຮງຮຽນ ບັນຫາ ນ້ຳໃຊ້ ໃນຫໍພັກ ບໍ່ຄ່ອຍມີ ແລະ ບັນຫາ ຮ້ານກິນດື່ມ ໃກ້ກັບ ສະຖາບັນ ການສຶກສາ ບໍ່ພຽງພໍ ເຮັດໃຫ້ ນັກຮຽນ ຈຳນວນນຶ່ງ ບໍ່ພໍໃຈ ແຕ່ ໃນທີ່ສຸດ ກໍບໍ່ກ້າຖາມ ເພາະຢ້ານ ຄຣູອາຈານ ເອີ້ນໄປ ສຳຣວດ.