ເຈົ້າແຂວງສັ່ງຈັບຄົນເຣື້ອງຕາດ ກວາງຊີ

0:00 / 0:00

ເຈົ້າໜ້າທີ່ ແຂວງ ຫລວງ ພຣະບາງ ຜູ້ ບໍ່ປະສົງ ອອກຊື່, ກ່າວຕໍ່ ນັກຂ່າວ ເອເຊັຽ ເສຣີ ໃນ ວັນທີ 30 ມິຖຸນາ 2015 ນີ້ວ່າ, ຜູ້ ທີ່ ຖືກຈັບ ນັ້ນ ຊື່ວ່າ ນາງ ຈັນທະພອນ, ເປັນ ພະນັກງານ ຢູ່ ຜແນກ ຊັພຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ຫລວງ ພຣະບາງ. ນາງ ຈັນທະພອນ ຖືກຈັບ ໃນ ອາທິດ ທີ່ ຜ່ານມາ, ໃນ ຂໍ້ຫາ ເອົາ ຄໍາສັ່ງ ຂໍ້ ຕົກລົງ ຂອງ ເຈົ້າແຂວງ ອອກ ເຜີຍແພ່ ໃນ ສື່ສັງຄົມ ອອນລາຍ.

ໃນ ຂໍ້ຕົກລົງ ຂອງ ທ່ານ ຄໍາແພງ ໄຊສົມແພງ, ເຈົ້າແຂວງ ຫລວງ ພຣະບາງ ວ່າດ້ວຍ ການໃຫ້ ສໍາປະທານ ທີ່ດິນ ເຂດ ບໍຣິເວນ ອ້ອມຮອບ ຕາດ ກວາງຊີ ທີ່ ເປັນ ສະຖານທີ່ ທ່ອງທ່ຽວ, ໃຫ້ແກ່ ນັກ ລົງທຶນ ຈີນ, ຊຶ່ງ ຂໍ້ຕົກລົງ ດັ່ງກ່າວ ແມ່ນ ເຈົ້າແຂວງ ຫລວງ ພຣະບາງ ເປັນຜູ້ ເຊັນ ໃນເດືອນ ເມສາ ທີ່ ຜ່ານມາ. ແລະ ຕໍ່ມາ ໃນກາງ ເດືອນ ມິຖຸນາ ຂໍ້ ຕົກລົງ ດັ່ງກ່າວ ກໍຖືກ ນໍາມາ ເຜີຍແພ່ ທາງ ສື່ສັງຄົມ ອອກນລາຍ ເຟສບຸກ, ເຮັດໃຫ້ ເກີດ ມີການ ວິພາກ ວິຈານ ກັນ ຢ່າງ ກວ້າງຂວາງ.

ເຈົ້າໜ້າທີ່ ກ່າວ ຕື່ມວ່າ, ຫລັງຈາກ ທີ່ ມີການ ເຜີຍແພ່ ຂໍ້ຕົກລົງ ດັ່ງກ່າວ ແລ້ວ, ທ່ານ ເຈົ້າແຂວງ ກໍມີ ປະຊຸມ ດ່ວນ, ເພື່ອ ກວດສອບ ຊອກຫາ ຜູ້ທີ່ ເຜີຍແພ່ ເອກກະສານ, ແລະ ຕໍ່ມາ ຈຶ່ງ ມີການ ຈັບກຸມ ນາງ ຈັນທະພອນ, ຊຶ່ງ ທາງການ ແຂວງ ເຫັນວ່າ ນາງ ເປັນຜູ້ ນໍາເອົາ ເອກກະສານ ມາ ເຜີຍແພ່.

ການຈັບກຸມ ໃນ ຄັ້ງນີ້, ເຈົ້າໜ້າທີ່ ກ່ຽວຂ້ອງ ອ້າງວ່າ ນາງ ຈັນທະພອນ ມີຄວາມຜິດ ໃນ ຂໍ້ຫາ ນໍາເອົາ ເອກກະສານ "ລັບ" ຂອງ ຫ້ອງການ ອອກມາ ເຜີຍແພ່, ແຕ່ ໃນ ຂນະທີ່ ຜູ້ ຊ່ຽວຊານ ດ້ານ ກົດໝາຍ, ຜູ້ທີ່ ບໍ່ປະສົງ ອອກຊື່ ໄດ້ກ່າວ ຕໍ່ ນັກຂ່າວ ເອເຊັຽ ເສຣີ ວ່າ:

ຄັນ ຖ້າຫາກວ່າ, ເຈົ້າແຂວງ ໃຫ້ ອະນຸມັດ ການ ສໍາປະທານ ຢ່າງ ເປີດເຜີຍ ແລະ ໂປ່ງໄສ, ບໍ່ມີຫຍັງ ຈະຕ້ອງ ປິດບັງ ແລ້ວ, ເອກກະສານ ຂໍ້ຕົກລົງ ນັ້ນ ກໍບໍ່ແມ່ນ ເອກກະສານ ທີ່ ເປັນ "ຄວາມລັບ" ແຕ່ຢ່າງໃດ ເພາະວ່າ ຕາມ ຣະບຽບການ ຫຼື ນິຕິກັມ ວ່າດ້ວຍ ການໃຫ້ ສໍາປະທານ ທີ່ດິນ ຈະຕ້ອງ ມີ ຂະບວນການ ປຶກສາ ຫາລື່ ຢ່າງ ກວ້າງຂວາງ ແລະ ໂປ່ງໄສ.