ຊັພຍາກອນ ທັມມະຊາດ ສັດປ່າຊ້າງປ່າ

ສັດປ່າ ຮວມທັງ ຊ້າງປ່າ ເປັນຊັພຍາກອນ ທັມມະຊາດ ອັນລໍ້າຄ່າ ຂອງຊາດ ສໍາລັບຄວາມ ສົມດຸນຂອງ ສິ່ງແວດລ້ອມ ແລະ ການດໍາຣົງ ຊີວິດຂອງ ປະຊາຊົນ ດັ່ງນັ້ນຈຶ່ງ ມີຄວາມຈໍາເປັນ ທີ່ຈະຕ້ອງ ຄຸ້ມຄອງ ແລະຮັບປະກັນ ໃຫ້ສັດປ່າ ໄດ້ຮັບການ ຂຍາຍພັນ ຫລາຍຂຶ້ນ. ແຕ່ຢູ່ໃນໂລກ ເປັນຕົ້ນຢູ່ ສປປລາວ ເຖິງວ່າຈະມີ ກົດໝາຍ ທີ່ໄດ້ກໍານົດ ຫລັກການ ຣະບຽບການ ແລະ ມາຕການຄຸ້ມຄອງ ປົກປັກຮັກສາ ແລະ ນໍາໃຊ້ກໍດີ ແຕ່ສັດປ່າ ເປັນຕົ້ນຊ້າງປ່າ ທີ່ມີຈຳນວນ ບໍ່ຫລາຍ ຢູ່ແລ້ວນັ້ນ ຫລຸດໜອຍຖອຍ ລົງທຸກມື້.
ຈໍາປາທອງ
2010.05.28
F-Ivory ບາງກອກປະເທດໄທ: ໃນວັນທີ 25 ເດືອນກຸມພາ 2010 ທາງຜແນກພາສີອາກອນ ທີ່ສນາມບິນນາໆຊາດ ກໍາລັງສໍາຣວດງາຊ້າງ ທີ່ຍຶດໄດ້ ຊື່ງມີນໍ້າໜັກຮວມ ທັງໝົດເຖີງສອງຕັນ. ງາຊ້າງຈໍາພວກນີ້ ຖືກສົ່ງຈາກ ດູບາຍ(Dubai) ຫາ ສປປລາວ.
AFP

ສະຖິຕິຂອງ ອົງການ ອະນຸຮັກ ສະພາບແວດລ້ອມ ແລະຮັກສາສັດປ່າ ເມື່ອບໍ່ນານມານີ້ ສະແດງໃຫ້ເຫັນວ່າ ໃນຣະຍະ 10 ປີຜ່ານມານີ້ ມີການສົ່ງສັດປ່າ ເປັນສິນຄ້າ ແບບຖືກຕ້ອງຕາມ ກົດໝາຍ ອອກຈາກເຂດ ເອເຊັຍ ຕາເວັນອອກສ່ຽງໃຕ້ ບໍ່ຕ່ຳກວ່າ 35 ລ້ານໂຕ ແລະ ຈຳນວນທີ່ຖືກ ລັກອອກໄປຂາຍ ອາດຈະຫລາຍ ຮ້ອຍລ້ານ ໂຕ ກໍເປັນໄດ້ ຊຶ່ງໃນນັ້ນ ມີທັງ ເສືອ ລີງ ຂ່າງ ຊະນີ ລີ່ນ ແລນ ເຕົ່າ ງູ ແລະ ນົກຊນິດຕ່າງໆ ເພື່ອການບໍຣິໂພກ ແລະປຸງແຕ່ງຢາ ພື້ນເມືອງ ຢູ່ຫລາຍປະເທດ ໃນເຂດ ເອເຊັຍ ແລະສົ່ງໄປເຂດ ຢູໂຣບ ນອກຈາກນັ້ນແລ້ວ ກໍຍັງມີທັງ ຊິ້ນສ່ວນຕ່າງໆ ຂອງສັດປ່າ ທີ່ມີຄຸນຄ່າສູງ ເຊັ່ນ ງາຊ້າງ, ກະດູກເສືອ, ເກັດລິ່ນ ເປັນຕົ້ນ.

ເວົ້າສະເພາະເລື້ອງ ການລັກຄ້າງາຊ້າງ ບໍ່ພຽງແຕ່ມີຢູ່ ເຂດເອເຊັຍ ຕາເວັນອອກສ່ຽງໃຕ້ ເທົ່ານັ້ນ ແຕ່ຫາກຍັງມີ ຢູ່ທັງເຂດ ອາຟຣິກາ ກໍຫລາຍ ຈົນວ່າປະເທດ Zambia ແລະ Tanzania ຂໍເປີດການຄ້າ ງາຊ້າງຄືນອີກໃໝ່. Tanzania ຂໍຂາຍງາຊ້າງ 80 ຕັນເຄິ່ງ ໃຫ້ຍີ່ປຸ່ນ ແລະຈີນ ແລະ Zambia ກໍຢາກຂາຍ ງາຊ້າງ ເກືອບເຖິງ 22 ຕັນ ແຕ່ຖືກອົງການ ເພື່ອສັດປ່າ ສະຫະປະຊາຊາດ ປະຕິເສດ.

ເພື່ອອະນຸຮັກ ສັດປ່າ ຢູ່ປະເທດຕ່າງໆ ກໍມີຣະບຽບ ກົດໝາຍຄຸ້ມຄອງ ແລະ ສຳລັບຢູ່ລາວ ກໍມີເຊັ່ນກັນ ດັ່ງຢູ່ໃນມາດຕຣາ 39 ຂອງກົດໝາຍ ປ່າໄມ້ ສປປລາວ ບົ່ງໄວ້ບາງຕອນ ວ່າສັດປ່າທີ່ ອາສັຍຢູ່ຕາມ ທັມມະຊາດ ໃນດິນແດນລາວ ແມ່ນຣັດ ເປັນຕົວແທນ ໃນການຄຸ້ມຄອງ ຣັດມອບສິດ ແລະ ຄວາມຮັບຜິດຊອບ ໃຫ້ພົລເມືອງ ລາວ ປົກປັກຮັກສາ ຂຍາຍພັນ ແລະນຳໃຊ້ສັດດັ່ງ ກ່າວຕາມ ຣະບຽບກົດໝາຍ ແລະຮັບປະກັນ ໃຫ້ຈຳນວນ ສັດປ່າ ນັບມື້ນັບເພີ້ມ ທະວີຂຶ້ນ.

ພ້ອມກັນນັ້ນກໍວ່າ ຣັດເປັນຜູ້ຈັດ ສັດປ່າ ອອກເປັນປະເພດ ຫວງຫ້າມ ແລະບໍ່ຫວງຫ້າມ ແລະ ມາຕຣາ 40 ກໍວ່າ ສຳລັບສັດ ປະເພດຫວງຫ້າມ ທີ່ໃກ້ຈະສູນພັນ ແມ່ນຫ້າມຈັບ ຫລືລ່າເດັດຂາດ ເວັ້ນເສັຍແຕ່ໃນ ກໍຣະນີເພື່ອ ສຶກສາຄົ້ນຄວ້າ ແລະທີ່ຈຳເປັນ ຊຶ່ງສັດດັ່ງກ່າວ ຈະທຳຮ້າຍຄົນ ແລະ ທັງຫ້າມເຄື່ອນຍ້າຍ ສົ່ງອອກ ນຳເຂົ້າ ຫລືຊື້ຂາຍ ສັດປ່າທີ່ຫວງຫ້າມ ບໍ່ວ່າຍັງມີ ຊີວິດຫລື ບໍ່ມີຊີວິດ ຮວມທັງຊາກສັດ ຫລືຊິ້ນສ່ວນສັດ ເຫລົ່ານັ້ນ ເວັນເສັຍແຕ່ໄດ້ ຮັບອະນຸຍາດ.

ແຕ່ໃນພາກຕົວຈິງ ຢູ່ ສປປລາວ ທີ່ຜ່ານມາ ແລະຢູ່ໃນ ປັດຈຸບັນນີ້ ມີການລັກລອບ ຂ້າສັດປ່າທີ່ຫວງຫ້າມ ເພື່ອເອົາຊິ້ນສ່ວນ ຕ່າງໆທີ່ມີຄ່າ ແລະ ມີການລັກຄ້າ ສັດປ່າ
ປາກົດໃຫ້ເຫັນ ຕາມແຂວງຕ່າງໆ ຢູ່ເລື້ອຍໆເຊັ່ນ ການລັກຂ້າຊ້າງ ຂ້າເສືອ ຂາຍງູ ລິ່ນ ຊຶ່ງໃນຂນະທີ່ ຢູ່ລາວອາດຈະມີ ຊ້າງປ່າເຫລືອຢູ່ ປະມານ ຫົກເຈັດຮ້ອຍຕົວ. ຊິ້ນສ່ວນແລະສັດປ່າ ບາງຊນິດ ທີ່ໄດ້ກຳໄລຫລາຍ ເຊັ່ນ ເກັດລິ່ນ ແລະກະດູກເສືອ ມີການສົ່ງໄປຂາຍ ຕໍ່ທີ່ປະເທດ ເພື່ອນບ້ານ ຊຶ່ງຕາມຂ່າວ ກໍແມ່ນສົ່ງໄປຂາຍ ຢູ່ປະເທດຈີນ ຊຶ່ງ ເປັນບ່ອນທີ່ນິຍົມ ກັນເອົາໄປເປັນ ອາຫານ ແລະປຸງຢາ.

ເຈົ້າໜ້າທີ່ຜແນກ ກະສິກັມ ແລະປ່າໄມ້ ແຂວງສວັນນະເຂດ ໄດ້ເວົ້າວ່າ ພວກທີ່ລັກຄ້ານັ້ນ ຈະເປັນກຸ່ມຊາວບ້ານ ທີ່ອາສັຍຢູ່ ໃນປ່າ ຫລື ເຂດປ່າສງວນ ແລະຈະມີພວກ ພໍ່ຄ້າ ມາຕິດຕໍ່ຊື້ນຳ ດ້ວຍຣາຄາທີ່ ຊາວບ້ານຕ້ອງການ ແລະວ່າ ບັນຫາດັ່ງກ່າວ ຍັງບໍ່ທັນ ສາມາດແກ້ໄຂ ໃຫ້ໝົດໄປໄດ້ ຍ້ອນປະຊາຊົນ ມີຄວາມທຸກຍາກ ແລະຕ້ອງ ການເງິນ ແລະເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ແຂວງ ຄຳມ່ວນ ກໍເວົ້າຜ່ານມາວ່າ ມີບັນຫາການ ລັກຄ້າສັດປ່າ ລັກສົ່ງສັດປ່າ ໄປຂາຍຕ່າງແຂວງ ແລະໄປ ປະເທດເພື່ອນບ້ານ ໂດຍທີ່ບໍ່ສາມາດ ຈັບຜູ້ກະທຳຜິດ ໄດ້ຈັກເທື່ອ.

ການລັກຄ້າສັດປ່າ ຢູ່ ສປປລາວ ຍັງເປັນບັນຫາ ທີ່ແກ້ໄຂໄດ້ຍາກ ເຖິງວ່າຈະມີ ກົດໝາຍ ແລະທາງອົງການ ອະນຸຮັກສັດປ່າ ກໍໃຫ້ການ ຊ່ວຍເຫລືອ ຣັຖບານລາວ ໃນການປາບປາມ ພວກລັກຄ້າສັດປ່າ ແຕ່ກໍຍັງປາກົດ ເຫັນເປັນບັນຫາ ຢູ່ຄືເກົ່າ ດັ່ງເຈົ້າໜ້າທີ່ ອົງການ ອະນຸຮັກ ສັດປ່າໄດ້ເວົ້າວ່າ:

ນາງວ່າ ເປັນຄວາມຈິງ ທີ່ການລັກຄ້າ ສັດປ່າ ຢູ່ປະເທດລາວ ຍັງເປັນບັນຫາ ທີ່ສຳຄັນ ແລະແກ້ໄຂໄດ້ຍາກ ຊຶ່ງທາງ ຣັຖບານລາວ ກໍວ່າມີການ ກຳຈັດ ແລະຄວບຄຸມ ຢ່າງເຂັ້ມງວດ ແຕ່ກໍບໍ່ປາກົດ ເຫັນມີຂໍ້ມູນ ຫລັກຖານອັນໃດ ພໍທີ່ຈະສະແດງ ໃຫ້ເຫັນວ່າ ການລັກຄ້າສັດປ່າ ນັ້ນຫລຸດໜ້ອຍລົງ ຫລືມີຫລາຍຂຶ້ນ ເພາະ ບໍ່ມີຂໍ້ມູນເລີຍ ແລະກໍແນ່ນອນວ່າ ຍັງເປັນບັນຫາ ໜັກໜ່ວງ ທີ່ແກ້ໄຂໄດ້ຍາກ.

ບັນຫານຶ່ງ ທີ່ແກ້ໄຂໄດ້ຍາກ ແມ່ນປະຊາຊົນ ທັງໃນຕົວເມືອງ ແລະຢູ່ຕາມ ຊົນນະບົດ ທົ່ວປະເທດ ຍັງພາກັນ ນິຍົມກິນສັດປ່າ ຍ້ອນມີຄວາມເຊື່ອ ວ່າບາງຊິ້ນສ່ວນ
ຂອງສັດປ່າ ບາງຊນິດ ເປັນຢາບຳລຸງ ແລະຮັກສາໂຣກໄພ ຕ່າງໆໄດ້ ດັ່ງເຈົ້າໜ້າທີ່ ອົງການ ອະນຸຮັກ ທັມມະຊາດ ແລະ ສັດປ່າສາກົນ ທີ່ນະຄອນຫລວງ ວຽງຈັນ ໄດ້ເວົ້າວ່າບັນຫາ ນີ້ກໍຍັງຍາກຢູ່ ມີຫລາຍບັນຫາ ກໍຄືວ່າ ປະຊາຊົນ ສ່ວນຫລາຍ ຕ້ອງການເງິນ. ຄົນຢູ່ໃນເມືອງ ກໍຍັງພາກັນ ບໍຣິໂພກສັດປ່າ ຍັງພາກັນນິຍົມ ແບບງົມງາຍຢູ່ ຕົວຢ່າງວ່າ ເຄື່ອງອະໄວຍະວະ ເປັນຢາບຳລຸງ ຍັງເຊື່ອຖືຢູ່.

ເວົ້າສະເພາະ ການລັກລ່າຊ້າງ ຂ້າຊ້າງກໍຍັງ ເກີດຂຶ້ນຢູ່ລາວ. ໃນປີ 2009 ຊ້າງຖືກຄົນລັກຂ້າ ໃນຣະຫວ່າງ 6 ໂຕ. ແລະຕາມຂ່າວ ໃນວັນທີ 26 ເດືອນ ກຸມພາ ທີ່ຫາກໍ່ຜ່ານມານີ້ ຢູ່ເມືອງ ນາຊາຍທອງ ນະຄອນຫລວງວຽງຈັນ ໄດ້ມີຜູ້ຮ້າຍ 2 ຄົນ ລັກຍິງຊ້າງບ້ານ ຈົນຕາຍອີກໂຕນຶ່ງ ໂດຍທີ່ໄດ້ຕັດ ເອົາງາງວງ ແລະຫາງນັ້ນໄປ  ດັ່ງເຈົ້າໜ້າທີ່ ຈາກໂຄງການ ຮັກສາສຸຂພາບຊ້າງ ນະຄອນຫລວງ ວຽງຈັນ ໄດ້ເວົ້າເມື່ອທ້າຍ ເດືອນມິນາ ວ່າ… ຊ້າງຕາຍເດືອນແລ້ວ ນີ້ແມ່ນຊ້າງຂອງ ແຂວງໄຊຍະ ບູຣີ ຢູ່ທາງພາກເໜືອ ຂອງລາວ ແຕ່ໄປເຮັດວຽກ ຢູ່ແຂວງວຽງຈັນ ກໍສ່ວນຫລາຍ ບໍ່ຄ່ອຍເຫັນປານໃດ ຫາກໍມາເລີ້ມ ປີນີ້ນີ່ແຫລະ ຄາດກັນວ່າ ຢູ່ລາວປັດຈຸບັນ ມີຊ້າງບ້ານ ຍັງເຫລືອບໍ່ຮອດ 500 ໂຕ. ຖ້ານັບທັງ ຊ້າງປ່າ ກໍອາດຈະມີ ປະມານ ພັນກວ່າໂຕ. ຜູ້ປະສານງານ ໂຄງການ ອະນຸຮັກຊ້າງ ຫ້ອງການ ກະສິກັມ ແລະ ປ່າໄມ້ ແຂວງໄຊຍະບູລີ ເວົ້າກ່ຽວກັບເລື້ອງ ນີ້ວ່າ... ລະຍະນີ້ ຖືວ່າຊ້າງຢູ່ ໃນລາວກໍຫລຸດລົງ ສ່ວນຫລາຍຈະເປັນ ການລັກລອບຍິງ ເອົາງາ. ເມື່ອກ່ອນມີ 800 ກວ່າເຊືອກ ແຕ່ວ່າດຽວນີ້ ມັນກໍອາດ ຈະຫລຸດລົງແດ່ ເພາະວ່າປີຜ່ານມາ ຈະມີປະມານ 6 ເຊືອກ ທີ່ເຂົາລັກຂ້າ ຖືວ່າມັນຕາຍ.

ປັດຈຸບັນນີ້ ຢູ່ແຂວງ ໄຊຍະບູຣີ ມີຊ້າງປະມານ 150 ໂຕ ທີ່ໄດ້ຖືກຝັງ ເຄື່ອງສັນຍານ ຫລື Microchip ເຂົ້າໃນຕົວ ເພື່ອຕິດຕາມການ ເຄື່ອນໄຫວ ແລະຈຳນວນຊ້າງ ໃນແຂວງດັ່ງກ່າວ ຊຶ່ງໃນຂນະນີ້ ສຸຂພາບຂອງ ຊ້າງບ້ານ ນັບມື້ນັບ ຊຸດໂຊມລົງ ຍ້ອນຖືກ ໃຊ້ແຮງງານໜັກ ແລະການເອົາໃຈໃສ່ ລ້ຽງດູບໍ່ດີ.

ເພື່ອຄຸ້ມຄອງ ສັດປ່າ ຮວມທັງສັດແປກໆ ຢູ່ລາວ ຊຶ່ງອົງການ ອະນຸຮັກສັດປ່າ ເວົ້າວ່າແມ່ນ ນົກຫົວລ້ານ ນອກຈາກຈະໃຊ້ ຣະບຽບກົດໝາຍ ຢ່າງຖືກຕ້ອງ ແລະເປັນ ທັມ ແລ້ວ ກໍຄວນມີການ ວາງແຜນພັທນາ ເໝາະສົມຄັກແນ່ ເປັນຕົ້ນໃນເຂດ ທີ່ຈະມີຜົນ ກະທົບຕໍ່ແຫລ່ງ ທີ່ຢູ່ອາສັຍ ແລະຫາກິນຂອງ ສັດປ່າຊນິດ ຕ່າງໆບໍ່ຕັດໄມ້ ທຳລາຍປ່າ ແບບຊະຊາຍ ເປັນຕົ້ນໃນເຂດ ຍອດນ້ຳ.

ເຈົ້າໜ້າທີ່ຂັ້ນສູງ ຈາກກົມປ່າໄມ້ ສປປລາວ ໄດ້ເວົ້າວ່າການ ພັທນາພື້ນຖານ ໂຄງຮ່າງ ອັນຮວມທັງ ການສ້າງເຂື່ອນ, ສ້າງອ່າງເກັບນ້ຳ, ສ້າງຖນົນຫົນທາງ ເປັນສາ ເຫດ ສຳຄັນອັນນຶ່ງ ຊຶ່ງເຮັດໃຫ້ພື້ນທີ່ ປ່າໄມ້ໂດຍຮວມ ຫລຸດໜ້ອຍລົງເລື້ອຍໆ ຈົນວ່າ ໃນປັດຈຸບັນນີ້ ມີປ່າໄມ້ຫຸ້ມ ພື້ນທີ່ໃນທົ່ວ ປະເທດ ບໍ່ເຖິງຮອດ 40 ສ່ວນຮ້ອຍ. ໝາຍຄວາມວ່າ ເຂດທີ່ຢູ່ອາສັຍ ແລະບ່ອນຫາກິນ ຂອງສັດປ່າຢູ່ ສປປລາວ ແຄບເຂົ້ານຳເລື້ອຍໆ ອັນເປັນຜົນກະທົບ ໂດຍກົງ ຕໍ່ການຄົງຢູ່ ຂອງສັດປ່າ ໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.