ກົດຟັງສຽງ
ເມື່ອສອງສາມ ປີກ່ອນ ຣັຖບານ ລາວ ໄດ້ເຊັນສັນຍາ ຕົກລົງ ໃຫ້ ບໍຣິສັດ ລອງທັ່ນ ຂອງວຽດນາມ ສ້າງສນາມກ໊ອຝ ໂຮງແຮມ ຫລູຫລາຫ້າດາວ ແລະ ອາຄານ ບ່ອນຢູ່ ທີ່ ບໍຣິເວນ ຫົວຂົວ ມິຕພາບ ລາວ-ໄທ ໃນເຂດ ນະຄອນຫລວງ ວຽງຈັນ ຕໍ່ມາເມື່ອ ວັນທີ່ 7 ມົກຣາ 2012 ຣັຖບານລາວ ໄດ້ເຊັນສັນຍາ ອີກເທື່ອນື່ງ ອະນຸຍາດ ໃຫ້ ບໍຣິສັດ ລອງທັ່ນ ຍົກຣະດັບ ການສ້າງນັ້ນ ໃຫ້ເປັນເຂດ ເສຖກິດ ສະເພາະ ເອິ້ນວ່າເຂດ ເສຖກິດ ສະເພາະ ລອງທັ່ນ ແລະ ບໍຣິສັດ ລອງທັ່ນ ຂອງວຽດນາມ ຈະເຊົ່າທີ່ດິນ ແຫ່ງນັ້ນ ເປັນເວລາ 50 ປີ ແລະ ຕໍ່ໄດ້ອີກ 25 ປີ ລວມທັງໝົດ 75 ປີ. ທີ່ດິນຕອນນີ້ ຣັຖບານລາວ ເຊື່ອວ່າ ເປັນດິນ ຂອງຣັຖ ປະຊາຊົນ ທີ່ມາຢູ່ ອາໄສ ເຖິງວ່າໃນ ເບື້ອງຕົ້ນ ຈະບໍ່ດີໃຈ ປານໃດ ພວກເຂົາກໍໄດ້ ຄ່າຊົດເຊີຍ ໄປແລ້ວ. ດັ່ງຊາວບ້ານ ຜູ້ນຶ່ງ ເວົ້າວ່າ:
"ການຍົກຣະດັບ ໃຫ້ເປັນເຂດ ເສຖກິດ ສະເພາະນັ້ນ ມີຄວາມໝາຍ ແນວໃດ? ມີຄວາມໝາຍວ່າ ຜູ້ເຊົ່າ ຊຶ່ງໃນ ກໍຣະນີ ນີ້ແມ່ນ ບໍຣິສັດ ລອງທັ່ນ ມີສິດຄວບຄຸມ ພື້ນທີ່ດິນ ແຫ່ງນັ້ນ ເຕັມຮ້ອຍ ສ່ວນຮ້ອຍ ບໍ່ຕ່າງຫຍັງ ກັບເຂດ ເສຖກິດ ພິເສດ ຂອງຈີນ ທີ່ບໍ່ເຕັນ ແຂວງນ້ຳທາ ແລະ ທີ່ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ແມ້ແຕ່ເວລາ ມີການກໍ່ ອາສຍາກັມ ຫຍັງເກີດຂື້ນ ຢູ່ເຂດ ເສຖກິດນັ້ນ ເຈົ້າໜ້າທີ່ ທາງການລາວ ກໍບໍ່ມີສິດ ທີ່ຈະເຂົ້າ ໄປຫຍຸ້ງກ່ຽວ. ປັດຈຸບັນ ບໍຣິເວນ ສ້າງເຂດ ເສຖກິດ ສະເພາະ ລອງທັ່ນ ມີທະຫານ ວຽດນາມ ຢືນຍາມ ຮັກສາ ຄວາມປອດໄພ ຢູ່ຢ່າງ ເຂັ້ມງວດ".ບັດນີ້ ທ່ານຜູ້ຟັງ ອາດຈະສົນໃຈ ວ່າແມ່ນໃຜ ເປັນເຈົ້າຂອງ ບໍຣິສັດ ລອງທັ່ນ ເປັນຫຍັງ ຈຶ່ງໄດ້ ມາເຊົ່າ ທີ່ດິນ ຢູ່ສປປລາວ ເປັນເວລາ ດົນນານແທ້? ອີງຕາມ ອົງການ ຂ່າວສານ ທາງການ ຂອງ ວຽດນາມ ເຈົ້າຂອງ ບໍຣິສັດ ລອງທັ່ນ ແມ່ນທ່ານ ເລວັນກ໊ຽມ ເປັນຄົນເກີດ ຢູ່ວຽດນາມ ເຄີຍເປັນ ທະຫານ ກຳລັງ ຄອມມຸຍນິສ ວຽດນາມ ແລະ ໄດ້ເຂົ້າມາ ສູ້ຣົບຊ່ວຍ ກຳລັງ ແນວລາວ ຮັກຊາດ ໃນສມັຍ ສົງຄາມ ວຽດນາມ. ໃນເວລາ ສູ້ຣົບຢູ່ລາວ ນັ້ນ ທ່ານເລວັນກຽມ ສັງເກດ ເຫັນວ່າ ປະເທດລາວ ອຸດົມສົມບູນ ໄປດ້ວຍ ຊັພຍາກອນ ທັມມະຊາດ ທຸກຢ່າງ ມີປ່າໄມ້ ຕືບໜາ ມີຕົ້ນໄມ້ ດີໆງາມໆ.
ເມື່ອເວລາ ສົງຄາມ ສິ້ນສຸດລົງ ທ່ານ ເລວັນກຽມ ກັບຄືນໄປ ປະເທດ ວຽດນາມ ເຂົ້າເປັນ ສະມາຊິກພັກ ຄອມມຸຍນິສ ວຽດນາມ ແລະ ບໍ່ດົນ ໃນເວລາ ຜູ້ນຳວຽດນາມ ປະຕິຮູບ ຣະບົບ ເສຖກິດ ມາເປັນຣະບົບ ການຕລາດ ທ່ານ ເລວັນກ໊ຽມ ອອກຈາກການເປັນ ພນັກງານ ຂອງຣັຖ ມາເຮັດ ທຸຣະກິດ ສ່ວນຕົວ. ທຸຣະກິດ ທີ່ໄດ້ເງິນ ຫລາຍ ກຳໄຣງາມ ກໍແມ່ນ ທຸຣະກິດ ການຄ້າໄມ້ ຊຶ່ງ ທ່ານ ເລວັນກ໊ຽມ ເຫັນວ່າມີຫຼາຍ ຢູ່ປະເທດລາວ.
ຫລັງຈາກມີ ເງິນທຶນ ຫລາຍຂື້ນແລ້ວ ທ່ານ ເລວັນກ໊ຽມ ກໍຕັ້ງ ບໍຣິສັດ ລອງທັ່ນ ຂື້ນຢູ່ທີ່ ແຂວງດ໊ອງໄນ໊ ໃນພາກໃຕ້ ຂອງວຽດນາມ ໃນເບື້ອງຕົ້ນ ບໍຣິສັດ ລອງທັ່ນ ເຮັດທຸຣະກິດ ປຸກເຮືອນ ຕຶກ ອາຄານ ແລະ ໂຮງແຮມ ຕໍ່ມາສ້າງ ສນາມຕີກ໊ອຝ ແລະ ສນາມກ໊ອຝ ທີ່ໃຫຍ່ທີ່ສຸດ ຢູ່ໃກ້ໆກັບ ນະຄອນ ໂຮຈິ່ມິ່ນ ປັດຈຸບັນ ບໍຣິສັດ ລອງທັ່ນ ຂອງທ່ານ ເລວັນກ໊ຽມ ມີເງິນຫລາຍ ຕື້ດອນລ້າ ສະຫະຣັຖ.
ເມື່ອບໍ່ດົນ ຜ່ານມາ ທ່ານ ເລວັນກ໊ຽມ ປະກາດວ່າ ທ່ານຮັກເມືອງລາວ ຮັກປະເທດລາວ ຮັກ ປະຊາຊົນ ລາວ ຢາກຊ່ວຍສ້າງສາ ພັທນາ ປະເທດລາວ ແລະຊ່ວຍເຫຼືອ ປະຊາຊົນລາວ ຜູ້ທຸກຍາກ ແລະໃນເວລາ ຕໍ່ມາ ທ່ານ ເລວັນກ໊ຽມ ຈຶ່ງເຂົ້າມາ ປະເທດລາວ ມາຕີສະນິດ ກັບຄນະຜູ້ນຳ ສປປລາວ ແລະ ບໍ່ດົນ ກໍຂໍເຊົ່າ ພື້ນທີ່ດິນ ອັນຍາວນານ ເພື່ອສ້າງ ສນາມກ໊ອຝ ຫຼື ເຂດເສຖກິຈ ສະເພາະ ທີ່ກ່າວມາ ໃນເບື້ອງຕົ້ນ ທີ່ຕັ້ງຢູ່ ທາງທິດໃຕ້ ປະມານ 20 ກິໂລແມັດ ຈາກໃຈກາງ ນະຄອນຫລວງ ວຽງຈັນ.
ທ່ານ ສົມສວາດ ເລັ່ງສວັດ ຮອງນາຍົກ ຣັຖມົນຕຣີ ແລະ ຜູ້ປະຈຳການ ຄນະຣັຖບານ ລາວ ກ່າວໃນພິທີ ມອບທີ່ດິນ ໃຫ້ແກ່ ບໍຣິສັດ ລອງທັ່ນ ເມື່ອປະມານ ສອງປີກ່ອນວ່າ ພັກແລະຣັຖບານ ສປປລາວ ຈະໃຫ້ ຄວາມສະດວກ ສະບາຍ ຢ່າງເຕັມທີ່ ແກ່ການລົງທຶນ ຂອງວຽດນາມ ຢູ່ລາວ.
ສ່ວນຊາວລາວ ຜູ້ອາວຸໂສ ທ່ານນຶ່ງ ທີ່ສູນເສັຍ ທີ່ດິນໄປ ໃຫ້ແກ່ ບໍຣິສັດ ລອງທັ່ນ ເວົ້າຕໍ່ນັກຂ່າວ ເອເຊັຍທາມສ໌ ວ່າ ກ່ອນຈະໄດ້ ອະນຸຍາດ ເຊົ່າທິ່ດິນກວ່າ 557 ເຮັກຕາຣ໌ ນັ້ນ ເຈົ້າຂອງ ບໍຣິສັດ ລອງທັ່ນ ໄດ້ຈ່າຍເງິນ ສິນບົນ ໃຫ້ແກ່ ເຈົ້າໜ້າທີ່ ຂັ້ນສູງ ຂອງ ຣັຖບານລາວ ເຖິງ 12 ຕື້ກີບ ຫລືປະມານ 1 ລ້ານແລະ 5 ແສນດອນລ່າ ສະຫະຣັຖ.
ການໃຫ້ເງິນ ຊ່ວຍເຫລືອ ອີກຢ່າງນຶ່ງ ທີ່ໜ້າສົນໃຈ ຄື້ ທ່ານ ເລວັນກ໊ຽມ ເຈົ້າຂອງ ບໍຣິສັດ ລອງທັ່ນ ຍັງໄດ້ໃຫ້ເງິນ ຊ່ວຍເຫລືອ ແກ່ສູນກາງພັກ ປະຊາຊົນ ປະຕິວັດລາວ ເປັນເງິນ 1 ແສນ ແລະ 8 ພັນ ດອນລ່າ ເພື່ອຊ່ວຍ ພັກ ປະຊາຊົນ ປະຕິວັດລາວ ຈັດກອງປະຊຸມ ຫລວງຂອງພັກ ໃນເດືອນ ມິນາ 2011 ແລະຕໍ່ມາ ເມື່ອສອງ ສັປດາກ່ອນ ຣັຖບານ ສປປລາວ ກໍເຊັນສັນຍາ ຕົກລົງໃຫ້ ບໍຣິສັດ ລອງທັ່ນ ຂອງທ່ານ ເລວັນກ໊ຽມ ຍົກຣະດັບ ຈາກ ບ່ອນລົງທຶນ ທັມມະດາ ຂື້ນ ເປັນເຂດ ເສຖກິດ ສະເພາະ.
ມາເຖິງຕອນນີ້ ທ່ານຜູ້ຟັງ ອາດຈະຢາກ ຖາມຕື່ມວ່າ ເປັນຫຍັງ ຣັຖບານລາວ ຈຶ່ງໃຫ້ ສັມປະທານ ທີ່ດິນ ໃຫ້ແກ່ ບໍຣິສັດ ລອງທັ່ນ ຂອງທ່ານ ເລວັນກ໊ຽມ ຊາວວຽດນາມ? ແວບໄຊຕ໌ ໜັງສືພິມ ເອເຊັຍທາມສ໌ ຕອບໂດຍອີງ ຕາມຄຳເວົ້າ ຂອງເຈົ້າໜ້າທີ່ ທາງການລາວ ທ່ານນຶ່ງວ່າ ນອກຈາກ ເຫດຜົນ ທີ່ກ່າວມາ ແລ້ວນັ້ນ ພັກປະຊາຊົນ ປະຕິວັດລາວ ແລະ ຣັຖບານ ສປປລາວ ຕັ້ງມີ ນະໂຍບາຍ ໃຫ້ໜ້າທີ່ ຕຳແໜ່ງ ໄມ້ ແລະ ທີ່ດິນ ເພື່ອຕອບແທນ ບຸນຄຸນ ແກ່ຜູ້ທີ່ມີ ຜົນງານ ຕໍ່ປະເທດຊາດ ໝາຍຄວາມວ່າ ພັກ ແລະ ຣັຖບານລາວ ຄົງຈະເຫັນວ່າ ທ່ານ ເລວັນກ໊ຽມ ເປັນຜູ້ມີ ບຸນຄຸນ ຕໍ່ປະເທດລາວ ຫລາຍສົມຄວນ.
ຊາວບ້ານ ອີກຜູ້ນຶ່ງ ທີ່ຈຳເປັນ ຕ້ອງໂຍກຍ້າຍ ອອກຈາກບ່ອນ ສ້າງເຂດ ເສຖກິດ ສະເພາະ ລອງທັ່ນ ໄດ້ຕັ້ງຄຳຖາມ ຂື້ນວ່າ ເປັນຫຍັງຈຶ່ງມີ ທະຫານ ວຽດນາມ ເຂົ້າມາ ໃນດິນລາວ ແລ້ວມາຍາມ ແລະ ຄວບຄຸມ ເຂດເສຖກິດ ສະເພາະ ລອງທັ່ນ ນີ້ຢ່າງເຂັ້ມງວດ ຈົນເຖິງຂັ້ນ ຊາວລາວ ໃນທ້ອງຖິ່ນ ບໍ່ສາມາດ ໄປຊອກຫາຢູ່ ຫາກິນໄດ້ ເຊັ່ນຊອກຫາເຫັດ ແລະ ຂຸດຈີ່ລໍ່ຈີ່ນາຍ ແລະ ແມ້ແຕ່ ຈະໄປລ້ຽງງົວ ລ້ຽງຄວາຍ ຢູ່ເຂດນັ້ນ ກໍບໍ່ໄດ້? ຄຳຕອບ ຕໍ່ຄຳຖາມນີ້ ງ່າຍຫຼາຍ- ກໍເພາະວ່າ ມັນເປັນເຂດ ເສຖກິດ ສະເພາະ ຊື່ງແປວ່າ ເປັນເຂດ ພື້ນທີ່ດິນ ສະເພາະ ຜູ້ໃດຜູ້ນຶ່ງ ຫລືຂອງ ບໍຣິສັດໃດ ບໍຣິສັດນຶ່ງ ເທົ່ານັ້ນ ຊຶ່ງໃນ ກໍຣະນີນີ້ ກໍແມ່ນ ຂອງທ່ານ ເລວັນກ໊ຽມ ແລະ ບໍຣິສັດ ກໍແມ່ນ ບໍຣິສັດ ລອງທັ່ນ ຂອງທ່ານ ເລວັນກ໊ຽມ ນັ້ນເອງ.
ນັກຕີກ໊ອຝ ຊາວຕ່າງປະເທດ ຜູ້ນຶ່ງ ຖາມວ່າ ເປັນຫຍັງ ຣັຖບານລາວ ຈຶ່ງ ອະນຸຍາດ ໃຫ້ ບໍຣິສັດ ວຽດນາມ ສ້າງສນາມກ໊ອຝ ອີກ ຢູ່ບໍຣິເວນ ຫົວຂົວ ມິຕພາບ ລາວ-ໄທ ແຫ່ງທີ່ນຶ່ງ ທັງໆທີ່ ໃນ ບໍຣິເວນ ນັ້ນ ມີສນາມກ໊ອຝ ຢູ່ແລ້ວ ແລະ ກໍປະກົດວ່າ ບໍ່ມີໃຜ ໄປຫລິ້ນຫລາຍ ພໍເທົ່າໃດ? ຄໍາຖາມນີ້ ຢາກໃຫ້ທ່ານ ຜູ້ຟັງຄິດຫາ ຄຳຕອບ ເອົາເອງ.
ເວັບໄຊຕ໌ ໜັງສືພິມ ເອເຊັຍທາມສ໌ ຣາຍງານ ຄວາມຄິດຄວາມເຫັນ ຂອງຊາວຕ່າງ ປະເທດ ຫລາຍຄົນ ທີ່ເຮັດວຽກ ຢູ່ລາວວ່າ ສິ່ງທີ່ໜ້າຄິດ ກໍຄື ປະເທດລາວ ຖືກອ້ອມລ້ອມ ດ້ວຍປະເທດ ທີ່ຮັກ ພື້ນທີ່ ດິນດອນ ຕ່ອນຫຍ້າ ຂອງພວກເຂົາ ຢ່າງແຮງ ບໍ່ວ່າ ຈີນ ວຽດນາມ ກຳພູຊາ ແລະໄທ ລ້ວນແລ້ວແຕ່ ເປັນປະເທດ ທີ່ຕໍ່ສູ້ ຈົນສຸດຂີດ ເພື່ອຮັກສາ ດິນແດນ ແມ້ແຕ່ເຂດທີ່ດິນ ພຽງຊັງຕິແມັດ ດຽວ ພວກເຂົາ ກໍບໍ່ຍອມ ສູນເສັຍ ໃຫ້ແກ່ຜູ້ອື່ນ ຢ່າງເດັດຂາດ ແຕ່ເປັນຫຍັງ ຊາວຕ່າງປະເທດ ເປັນຕົ້ນ ຈີນ ແລະວຽດນາມ ຈຶ່ງເຂົ້າມາ ຈັບຈອງ ເອົາທີ່ດິນ ຢູ່ສປປລາວ ໄດ້ຢ່າງ ງ່າຍດາຍແທ້?