ເຣື້ອງທີ່ເກັບບັນທຶກໄວ້
2010-10-08
ການສ້າງ ເຂື່ອນໄຟຟ້າ 12 ແຫ່ງ ໃນແມ່ນໍ້າຂອງ ຕອນລຸ່ມ ຢູ່ລາວ ທີ່ຢູ່ຣະຫວ່າງ 2 ປະເທດ ລາວ-ໄທ ແລະ ຢູ່ກຳພູຊາ ຈະມີຜົນກະທົບ ອັນບໍ່ດີ ແນວໃດແດ່ ໃຫ້ແກ່ຂົງເຂດ ອັນອຸດົມສົມບູນ ແຫ່ງນີ້.
2010-10-04
ທາງກາຣ ສປປລາວ ເຫັນພ້ອມນໍາ ໂຄງກາຣສ້າງ ເຂື່ອນ ໃສ່ແມ່ນໍ້າຂອງ ຢູ່ໃນເຂຕແຂວງ ໄຊຍະບູຣີ ທີ່ເຮັດໃຫ້ ນັກອະນຸຮັກ ສິ່ງແວດລ້ອມ ເປັນຫ່ວງດ້ານ ຜົນກະທົບ ຕໍ່ຣະບົບນິເວສ ແລະ ຊີວີຕກາຣ ເປັນຢູ່ຂອງ ປະຊາຊົນ ທີ່ອາສັຍຢູ່ຕາມ ແຄມແມ່ນໍ້າຂອງ ມາແຕ່ ໂບຮານນະກາລ ແລ້ວນັ້ນ ຈີ່ງຮຽກຮ້ອງຕໍ່ ທາງກາຣກ່ຽວຂ້ອງ ໄດ້ພິຈາຣະນາ ຄືນໃໝ່. ຫວາດ ສີມູນ ມີຣາຍງານ ມາສເນີທ່ານ.
2010-09-28
ປາກົດວ່າ ເຂື່ອນໄຟຟ້າ ຈໍານວນນຶ່ງ ໃນແມ່ນໍ້າຂອງ ສາຍຫລັກ ຍັງຈະສ້າງ ຂຶ້ນຕາມແຜນ ຮວມທັງນ ວຽດນາມ ກັມພູຊາ ແລະ ໃນລາວ ຊຶ່ງກ່ອນອື່ນໝົດ ກໍແມ່ນເຂື່ອນ ໄຊຍະບູລີ ເຖິງແມ່ນວ່າ ການສຶກສາ ສໍາຣວດ ໃຫ້ຮູ້ວ່າ ຈະສົ່ງ ຜົລກະທົບ ຢ່າງໃຫຍ່ຫລວງ ໃສ່ທັງຄົນ ແລະ ສະພາບແວດລ້ອມ ໂດຍມີທັງ ຜົລກະທົບ ທີ່ບໍ່ສາມາດ ຟື້ນຟູ ໄດ້ກໍຕາມ. ມະນີຈັນ ມີຣາຍງານ ສ່ວນນຶ່ງ ມາສເນີທ່ານ ກ່ຽວກັບເຣື້ອງນີ້.
2010-08-13
ນັກວິຈານ ຕ່າງປະເທສ ປະນາມ ໂຄງກາຣສ້າງ ເຂື່ອນໃສ່ແມ່ນໍ້າຂອງ ຫລາຍແຫ່ງ ໃນຊາຍແດນ ພາຄໃຕ້ຂອງຈີນ ທີ່ເປັນກາຣ ສົ່ງຜົລ ກະທົບກະເທືອນ ຕໍ່ຊີວີຕກາຣ ເປັນຢູ່ຂອງ ປະຊາຊົນ ຫລາຍໝື່ນລ້ານ ຄົນໃນເຂຕ ລຸ່ມແມ່ນໍ້າຂອງ ຊຶ່ງທາງກາຣ ກ່ຽວຂ້ອງຂອງ ແຕ່ລະ ປະເທສ ຄວນຫາວິທີ ທາງພິຈາຣະນາ ແກ້ໄຂຮ່ວມກັນ. ຫວາດ ສີມູນ ມີຣາຍລະອຽດ ມາສເນີທ່ານ ໃນອັນດັບ ຕໍ່ໄປ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-07-16
ອົງການພິພັກ ຮັກສາ ທັມມະຊາຕ ກໍາພູຊາ ຣາຍງານວ່າ ເຂື່ອນດອນສະໂຮງ ຈະສົ່ງຜົນ ກະທົບ ຕໍ່ປະຊາຊົນ ສິ່ງແວດລ້ອມ ແລະປາຢ່າງແຮງ. ອາວະຣີ ມີຣາຍງານ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-07-13
ຂົວຂ້າມແມ່ນໍ້າຂອງ ແລະຖົນນຫລວງ ສາຍສໍາຄັນ ທາງພາກເໜືອຂອງ ລາວ ໄທ ແລະທາງພາກໃຕ້ ຂອງຈີນ ເປັນເສັ້ນທາງ ຕິດຕໍ່ ແລະ ຊ່ວຍຂຍາຍ ແລວເສຖກິດເໜືອໃຕ້ ແລະປ່ຽນແປງ ຊີວິດການເປັນຢູ່ ຂອງປະຊາຊົນ ຫລາຍລ້ານຄົນ ທີ່ອາສັຍ ແມ່ນໍ້າຂອງ. ນອກຈາກຈະນຳ ຄວາມຈະເຣີນ ຮຸ່ງເຮືອງ ມາສູ່ພູມີພາກ ນີ້ແລ້ວ ຍັງອາດຈະນໍາ ເອົາບັນຫາຫລາຍຢ່າງ ມາສູ່ສັງຄົມ ໃນເຂດນີ້ດ້ວຍ. ໂພໄຊສວັດ ມີລາຍງານ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-06-08
ແມ່ນໍ້າຂອງ ກໍາລັງຕົກ ຢູ່ໃນ ອັນຕະລາຍ ອະນາຄົດ ຂອງແມ່ນ້ຳຂອງ ກໍາລັງ ຖຶກນາບຂູ່ ຈາກພັຍ ທັມມະຊາດ ນາໆປະການ ຕົວຢ່າງການ ປ່ຽນແປງຂອງ ສະພາບອາກາດ ເຊັ່ນ: ອາກາດທີ່ຮ້ອນ ອົບເອົ້າ ເປັນເວລາ ຍາວນານ ໃນແຕ່ລະປີ ແລະນ້ຳແຂງ ໃນພູເຂົາ ຫິມະໄລ ທີ່ເປື່ອຍ ລະລາຍໄວ ກໍ່ໃຫ້ເກີດ ສະພາບແຫ້ງແລ້ງ ຫຼືເກິດພັຍ ນໍ້າຖ້ວມ ຢ່າງວ່ອງໄວ. ໃນເວລາ ດຽວກັນ ແມ່ນ້ຳຂອງ ກໍຖືກນາບຂູ່ ຈາກການ ກະທໍາຂອງຄົນ ໂດຍສະເພາະ ໂຄງການ ກໍ່ສ້າງເຂື່ອນ ພລັງໄຟຟ້າ ນໍ້າຕົກໃສ່ ແມ່ນໍ້າຂອງ ໂດຍກົງ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-03-16
ແມ່ນໍ້າຂອງ ບົກແຫ້ງຜິດປົກກະຕິ ໃນຣະດູຮ້ອນ ປີນີ້ ມາຈາກສາເຫດ ອັນໃດ ແລະມີຜົນກະທົບ ຕໍ່ທັມມະຊາດ ສິ່ງແວດລ້ອມ ແລະ ປະຊາຊົນ ຫລາຍສິບລ້ານຄົນ ຢູ່ໃນເຂດລຸ່ມ ແມ່ນໍ້າຂອງ ແນວໃດ. ຈໍາປາທອງ ມີຣາຍງານ ກ່ຽວກັບເຮື້ອງນີ້ ມາສເນີທ່ານ ໃນອັນດັບຕໍ່ໄປ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-02-26
ແມ່ນໍ້າຂອງ ບົກແຫ້ງລົງ ຢ່າງວ່ອງໄວ ຜິດປົກກະຕິ ແລະ ບໍ່ຖືກຕາມ ຣະດູການ ສ້າງຄວາມ ກະທົບກະເທືອນ ຕໍ່ຊີວິດການ ເປັນຢູ່ຂອງ ປະຊາຊົນ ຫລາຍລ້ານຄົນ ທີ່ອາສັຍຢູ່ ຕາມແຄມສອງຝັ່ງ ໂພໄຊສວັດ ມີລາຍງານ ໃນອັນດັບຕໍ່ໄປ.... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-02-10
ສປປລາວ ຍັງສືບຕໍ່ ສ້າງເຂື່ອນໄຟຟ້າ ນໍ້າຕົກໄປເລື້ອຍໆ ເຖິງແມ່ນວ່າ ຈະກະທົບ ກະເທືອນ ຕໍ່ສິ່ງແວດລ້ອມ ແລະຊິວິດການ ເປັນຢູ່ຂອງ ຊາວບ້ານກໍຕາມ ນອກຈາກນີ້ ລາຍໄດ້ຈາກ ການຜລິດ ພະລັງໄຟຟ້າ ກໍອາດຈະບໍ່ ຄຸ້ມຄ່າສໍາລັບລາວ. ໂພໄຊສວັດ ມີຣາຍງານ ມາສເນີທ່ານ ໃນອັນດັບຕໍ່ໄປ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-02-10
ການສືກສາ ຂອງຫ້ອງການ ຄວບຄຸມ ແລະຄຸ້ມຄອງ ຄຸນນະພາບ ຂອງອາກາດ ແລະສຽງ ຂອງປະເທດໄທ ສະຫລຸບວ່າ ມັນເປັນການຍາກ ທີ່ປະຊາຊົນ ຊາວໄທ ຈະຮັບເອົາ ໂຮງງານຜລິດ ກະແສໄຟຟ້າ ຈາກພະລັງ ຖ່ານຫີນ ຍ້ອນເຫັນວ່າ ມັນສ້າງບັນຫາ ຕໍ່ສິ່ງແວດລ້ອມ ຫລາຍດ້ານ. ສົມເນ ມີລາຍລະອຽດ ມາສເນີທ່ານ ໃນລາຍການ ສິ່ງແວດລ້ອມ ປະຈໍາສັປດານີ້... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-12-03
ກັມມາທິການແມ່ນ້ຳຂອງ ຫລື MRC ຕັ້ງຂຶ້ນມາໄດ້ເກືອບ 15 ປີແລ້ວ ແຕ່ບົດບາດແລະຜົນງານ ກໍຍັງບໍ່ເປັນທີ່ ຮູ້ຈັກຢ່າງແຜ່ຫລາຍ. ໃນໂອກາດກອງປະຊຸມ ສະພາມົນຕຣີຂອງ MRC ຢູ່ທີ່ຫົວຫີນ ປະເທດໄທ ເມື່ອບໍ່ນານມານີ້ ນັກຂ່າວເອເຊັຍເສຣີ ໄດ້ຂໍສຳພາດ ເຈົ້າໜ້າທີ່ອາວຸໂສ ຂອງ MRC ກ່ຽວກັບພາລະ ໜ້າທີ່ສຳຄັນຂອງ ອົງການດັ່ງກ່າວ.
2009-12-01
ເມື່ອສັປດາຜ່ານມາ ສະພາມົນຕຣີ ຂອງກັມມາທິການ ແມ່ນ້ຳຂອງ ໄດ້ປະຊຸມກັນເປັນ ເວລາສອງມື້ ຢູ່ທີ່ເມືອງຫົວຫີນຂອງໄທ ຫລັງຈາກທີ່ກອງປະຊຸມ ສິ້ນສຸດລົງແລ້ວ ກໍມີການອອກຖແລງຂ່າວ ກ່ຽວກັບຜົນງານ ຂອງກອງປະຊຸມ ດັ່ງ ວຽງໄຊ ຈະໄດ້ນຳເອົາ ຂໍ້ໃຫຍ່ໃຈຄວາມ ມາສເນີທ່ານ ໃນອັນດັບຕໍ່ໄປ...
2009-10-21
ປະຊາຊົນລາວ ໃນເຂຕແຂວງພາຄໃຕ້ ທີ່ໄດ້ຮັບຜົລກະທົບ ຈາກລົມພາຍຸ ໃຕ໊ຝຸ່ນ ທີ່ພັດເຂົ້າຖະລົ່ມ ໃນຣະຍະຜ່ານ ຍັງຕ້ອງກາຣ ຄວາມຊ່ວຍເຫລືອ ຢ່າງຫລວງຫລາຍ ເຖີງແມ່ນທາງກາຣ ຣັຖບາລໄດ້ ຣະດົມຫາທຶນ ກາຣຊ່ວຍເຫລືອ ຕລອດມານັ້ນ ກໍຕາມ ແຕ່ກໍຍັງບໍ່ທັນ ພຽງພໍກັບຄວາມ ຕ້ອງກາຣເທື່ອ ໃນປັຈຈຸບັນນີ້. ດັ່ງ: ຫວາດ ສີມູລ ຈະນຳມາສເນີ ໃນອັນດັບ ຕໍ່ໄປ.
2009-05-28
ໃນຂະນະນີ້ ປະກົດວ່າ ອົງການຕ່າງ ປະເທດ ໄດ້ອອກມາ ປະກາດຂັດຄ້ານ ການສ້າງເຂື່ອນ ໄຟຟ້າໃສ່ ແມ່ນ້ຳຂອງຫລາຍຂື້ນ.