ການໄຟຟ້າ ຝ່າຍຜລິດ ແຫ່ງປະເທດໄທ ຫລື EGat ຣະບຸວ່າ ໄທ ອາດຈະຊື້ ໄຟຟ້າ ຈາກລາວ ໃນຣາຄາສູງ ໃນອະນາຄົດ ເປັນເພາະວ່າ ວັສດຸ ການກໍ່ສ້າງ ຂື້ນຣາຄາ ໃນການສ້າງເຂື່ອນໄຟຟ້າ ໃນລາວ.
ທ່ານ ພອນໄຊ ຣຸສີປະພາ, ເອກອະທິບໍດີ ກະຊວງ ພະລັງງານ ຂອງໄທ ພ້ອມທັງ ເປັນປະທານ ບໍຣີຫານ ການໄຟຟ້າ ຝ່າຍຜລິດ ແຫ່ງປະເທດໄທ ເວົ້າວ່າ ຣາຄາ ຕົ້ນທຶນແພງ ໃນການສ້າງເຂື່ອນ ໃນທີ່ສຸດ ບໍຣີສັດ ຜູ້ກໍ່ສ້າງ ກໍ່ມາເຈຣະຈາກັບ ອົງການ Egat ເພື່ອຂຶ້ນຣາຄາ ໄຟຟ້າ ຈາກເຂື່ອນໄຟຟ້າ 4 ແຫ່ງ ທີ່ອົງການ Egat ລົງນາມ ກັບ ລາວ, ໃນນັ້ນ ກໍ່ມີເຂື່ອນໄຟຟ້າ ນ້ຳງຽບ, ນ້ຳອູ ,ນ້ຳເທີນນື່ງ ແລະນ້ຳງື່ມ 3 ເປັນຕົ້ນ.
ທ່ານວ່າ ຫລັງຈາກ ໂອ້ລົມ ກັບຝ່າຍລາວ ກ່ຽວກັບ ການຂຶ້ນຣາຄາ ວ່າງມໍ່ໆ ມານີ້ ທາງການລາວ ຍັງຈະເລື່ອນເວລາ ໃນການສົ່ງ ກະແສໄຟຟ້າ ມາໄທ ໄປອີກນື່ງປີ ຕາມທີ່ກຳນົດໄວ້ ໃນປີ 2023. ທາງການລາວ ກໍ່ສເນີ ປະຣີມານ ການຂາຍໄຟ້ຟ້າ ເພີ້ມໃຫ້ໄທອີກ ປະມານ ນື່ງພັນ ເມກກາວັດ ຈາກເຂື່ອນໄຟຟ້າ ທີ່ຈະສ້າງ ໃນເຂດພາກໃຕ້ຂອງລາວ.
ໃນຂະນະດຽວກັນ ບໍຣີສັດ ໄຟຟ້າ ຣາສບຸຣີ ກໍ່ໄດ້ຕົກລົງ ຮ່ວມຫຸ້ນ ກັບ ບໍຣີສັດ ລຸ່ມແມ່ນ້ຳຂອງລາວ, ບໍຣີສັດ ມາຣຸບີນິ ຂອງຍີ່ປຸ່ນ ແລະ ບໍຣີສັດ ຣັດວິສາຫາກິດ ໄຟຟ້າລາວ ເພື່ອຕັ້ງ ບໍຣີສັດ ບໍຣີຫານ ແລະຜລີດໄຟຟ້າ ຈາກເຂື່ອນໄຟຟ້າ ນ້ຳງື່ມ 3 ຢ່າງເປັນທາງການ ຊື່ງບໍຣີສັດ ຣາສບຸຣີ ຈະຖືຫຸ້ນ 25%, GMS Laos 27%, Marubeni 25% ແລະ ບໍຣີສັດ ຮ່ວມຫຸ້ນ ຣັດວີສາຫາກິດ ໄຟຟ້າລາວ 23%.|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |
|
|
ປັນກັນອ່ານ |
ທົດລອງ ແລ່ນຈັກປັ່ນໄຟຟ້າ ນໍ້າເທີນ 2
ມີຄວາມເປັນຫ່ວງ ຊີ້ນໝູເຖື່ອນ ຈາກເພື່ອນບ້ານ
ສິ້ນຄ້າ ເສື້ອຜ້າລາວ ສົ່ງອອກ ຈະໄດ້ຮັບຜົນກະທົບ
ບໍຣິຄໍາໄຊ ກຽມໂຍກຍ້າຍ ປະຊາຊົນ ອອກຈາກ ບໍຣິເວນ ເຂື່ອນ
ຄວາມຄິດເຫັນ ກ່ຽວກັບ ການເຂົ້າເປັນ ສະມາຊິກ WTO ຂອງລາວ
ສເນີ ຫລຸດຜ່ອນ ຄ່າໄຟຟ້າ ໃຫ້ກະເສຕກອນ ທີ່ໄດ້ຮັບຜົນກະທົບ
ຄ່າໄຟຟ້າ ພາຍໃນລາວ ຄວນຖືກ ກ່ວາເດີມ
ຄວາມເຫັນ
ທ່ານສາມາດອອກຄວາມເຫັນໄດ້ໂດຍຂຽນຂໍ້ຄວາມໃສ່ຂ້າງລຸ່ມນີ້. (ໃຊ້ຮູປແບບທັມມະດາ).ຄວາມເຫັນທັງໝົດຕ້ອງຜ່ານການກວດກາແລະຈະບໍ່ອອກໃຫ້ເຫັນໃນປັດຈຸບັນ. ກະຣຸນາກວດເບິ່ງໃໝ່ໃນອີກບໍ່ດົນ ບາງທີຄວາມເຫັນຂອງທ່ານໄດ້ຂື້ນຕິດໄວ້ແລ້ວ.
ເບິ່ງຄວາມເຫັນທັງໝົດ.