ການມອບເງີນ ທົດແທນ ໃຫ້ແກ່ ປະຊາຊົນ ຜູ້ທີ່ໄດ້ຮັບ ຜົລກະທົບ ຈາກການຂຍາຍ ເຂື່ອນ ເທີນຫີນບູນ ຖືກເລື່ອນເວລາ ເປັນເພາະ ບັນຫາຫລາຍປະການ.
ຈາກຄວາມຄືບຫນ້າ ຂອງການສົ່ງມອບເງີນ ທົດແທນ ໃຫ້ກັບ ປະຊາຊົນ ຜູ້ທີ່ໄດ້ຮັບ ຜົລກະທົບ ຈາກການຂຍາຍ ເຂື່ອນເທີນຫີນບູນ ແຂວງບໍຣີຄຳໄຊ ວ່າ ຈະມອບໃຫ້ ໃນອາທີດນີ້ ຈຳເປັນຕອ້ງ ໄດ້ເລື່ອນອອກໄປ ເປັນເພາະ ຄວາມບໍ່ເຂົ້າໃຈ ຂອງປະຊາຊົນ ດັ່ງເຈົ້າຫນ້າທີ່ ກ່ຽວຂ້ອງ ທ່ານນື່ງ ເວົ້າວ່າ:
“ອາດຈະແມ່ນ ອາທີດຫນ້າ ມັນບໍ່ງ່າຍ ດັ່ງທີ່ຄິດ ມັນຫລາຍຂັ້ນຕອນ ເພາະບາງຄອບ ຄົວ ຢາກໄດ້ ເງີນສົດ ເລີຍເອົາ ພະນັກງານ ທະນາຄານ ໄປອະທິບາຍ ແລະ ກໍ່ອະທິບາຍ ໃຫ້ເຂົ້າໃຈວ່າ ຈະເຮັດແນວໃດດີ ຫຍຸ້ງຍາກຫລາຍ ເພາະປະຊາຊົນ ສ່ວນໃຫຍ່ ບໍ່ຮູ້ຫນັງສື.”
ທ່ານກ່າວເພີ້ມ ອີກວ່າ ບັນຫາສ່ວນໃຫຍ່ ແມ່ນປະຊາຊົນ ຢາກໄດ້ເງີນສົດ ບໍ່ຢາກ ຝາກທະນາຄານ ເພາະບໍ່ເຊື່ອ ໃນຣະບົບ ທະນາຄານ. ເນື່ອງຈາກວ່າ ປະຊາຊົນ ບໍ່ມີຄວາມຮູ້ ກ່ຽວກັບ ຣະບົບທະນາຄານ ຈື່ງເອົາ ເຈົ້າຫນ້າທີ່ ທະນາຄານ ມາອະທິບາຍ ແຕ່ກໍ່ຍັງ ບໍ່ເຂົ້າໃຈ. ແຕ່ລະ ຄອບຄົວ ກໍ່ຕ້ອງການ ເອົາເງີນ ແບບແຕກຕ່າງກັນ ຫຍຸ້ງຍາກ ສັບສົນ ໃນການເບີກເງີນ ຄ່າທົດແທນ ແກ່ຂະເຈົ້າ. ທ່ານກ່າວເພີ້ມ ອີກວ່າ:
“ສີ່ໃຫ້ ໄດ້ຈ່າຍໃຫ້ຫມົດ ທຸກຄົນ ຄົນເປັນພັນ ເປັນໄປບໍ່ໄດ້ ຕ້ອງເອົາຕາມ ຫລັກການ ເງີນທຸກກີບ ທຸກສະຕາງ ເຂົ້າບັນຊີຫມົດ ຢາກໄດ້ເທົ່າໃດ ກໍ່ໄປຖອນເອົາ ແລ້ວມີ ແຕ່ວ່າ ໃຊ້ໃຫ້ ມັນເປັນປໂຍດ ບໍ່ແມ່ນວ່າ ຖອນມື້ນີ້ ແລ້ວໄປກີນເຫລົ້າ ຫລີ້ນສາວ ດົນໄປກໍ່ຫົມດ.”
ຜູ້ທີ່ໄດ້ຮັບ ຜົລກະທົບ ຈາກ ການຂຍາຍເຂື່ອນ ໄຟຟ້າ ເທີນຫີນບູນນັ້ນ ທາງການລາວ ຮ່ວມດ້ວຍ ບໍຣີສັດ ຜູ້ລົງທືນ ກໍ່ຈະໃຫ້ ການຊ່ອຍເຫລືອ ຫມົດທຸກຄົນ ໂດຍສະເພາະ ການຈັດສັນ ທີ່ຢູ່ອາສັຍ ບ່ອນທຳມາຫາກີນ ໂຮງຫມໍ ໂຮງຮຽນ ໃຫມ່ໃຫ້.
ຄວາມເຫັນ
ທ່ານສາມາດອອກຄວາມເຫັນໄດ້ໂດຍຂຽນຂໍ້ຄວາມໃສ່ຂ້າງລຸ່ມນີ້. (ໃຊ້ຮູປແບບທັມມະດາ).ຄວາມເຫັນທັງໝົດຕ້ອງຜ່ານການກວດກາແລະຈະບໍ່ອອກໃຫ້ເຫັນໃນປັດຈຸບັນ. ກະຣຸນາກວດເບິ່ງໃໝ່ໃນອີກບໍ່ດົນ ບາງທີຄວາມເຫັນຂອງທ່ານໄດ້ຂື້ນຕິດໄວ້ແລ້ວ.
ເບິ່ງຄວາມເຫັນທັງໝົດ.