ຊາວບ້ານຈາກ ເຂື່ອນເຊກະໝານ ຍັງຂາດທີ່ຢູ່

ປະຊາຊົນ ທີ່ໄດ້ຮັບຜົນ ກະທົບຈາກ ການສ້າງເຂື່ອນ ເຊກະໝານ 1 ຍັງບໍ່ທັນ ມີບ່ອນຢູ່ທີ່ ຖາວອນເທື່ອ.
ໂພໄຊສວັດ
2010.04.27

ປະຊາຊົນ ຫລາຍໝູ່ບ້ານ ທີ່ໄດ້ຮັບຜົນ ກະທົບກະເທືອນ ຈາກການສ້າງເຂື່ອນ ເຊກະໝານ 1 ເຂດ ເມືອງສານໄຊ ແຂວງອັດຕະປື ຍັງບໍ່ທັນມີ ບ່ອນຢູ່ອາສັຍ ບ່ອນໃໝ່ ທີ່ຖາວອນເທື່ອ ຫລັງຈາກທີ່ໄດ້ ໂຍກຍ້າຍອອກຈາກ ບ່ອນຢູ່ເກົ່າ ຍ້ອນວ່າໜ່ວຍງານ ພາກຣັຖ ແລະເອກກະຊົນ ເຈົ້າຂອງໂຄງການ ແຈ້ງວ່າບໍ່ມີ ງົບປະມານ ເພື່ອຊອກ ຫາບ່ອນໃໝ່ ທົດແທນໃຫ້ ປະຊາຊົນໄດ້ເທື່ອ. ເຈົ້າໜ້າທີ່ຈາກ ຫ້ອງການ ເມືອງສານໄຊ ເວົ້າກ່ຽວກັບເຣື້ອງ ນີ້ວ່າ:

"ການສ້າງເຂື່ອນ ເຊກະໝານ 1 ນີ້ບອກໃຫ້ຍ້າຍ ປະຊາຊົນ ຂ້ອນຂ້າງ ຍາກອືດອາດ ຊັກຊ້າແກ່ຍາວ ແຕ່ຢູ່ແຖວພູແດງ ແຕ່ກີ້ໃດ໋ຍ້າຍ ລົງມາ ມາເປັນ 3-4 ບ້ານ ຈົນມາຮອດຢູ່ ໜ້າເຂື່ອນຢຸດຢູ່ຫັ້ນ".

ເຈົ້າໜ້າທີ່ໄດ້ ເວົ້າຕໍ່ໄປວ່າ ໂຄງການ ກໍ່ສ້າງເຂື່ອນ ເຊກະໝານ 1 ມີມູນຄ່າການ ກໍ່ສ້າງປະມານ 400 ລ້ານໂດລາ ສະຫະຣັຖ ຊຶ່ງເປັນການຮ່ວມ ລົງທຶນລະຫວ່າງ ລາວ-ວຽດນາມ, ໄດ້ເລີ້ມການກໍ່ສ້າງ ມາແຕ່ປີ 2008 ແລະຄາດວ່າຈະແລ້ວ ໃນປີ 2012 ແລະການກໍ່ສ້າງ ກໍໄດ້ຄືບໜ້າ ໄປຢ່າງສມໍ່າສເມີ, ມີແຕ່ການທົດແທນ ປະຊາຊົນ ຊາວບ້ານທີ່ໄດ້ ຮັບຜົນກະທົບ ບໍ່ມີຄວາມ ຄືບໜ້າເລີຍ.

ບັນຫາດັ່ງກ່າວ ສ້າງຄວາມສັບສົນ ແລະເດືອດຮ້ອນຕໍ່ ການຫາຢູ່ຫາກິນ ຂອງປະຊາຊົນ ຢ່າງຫລວງຫລາຍ, ເຖິງວ່າໜ່ວຍງານ ຂັ້ນທ້ອງຖິ່ນຈະ ພຍາຍາມຊອກຫາ ຊ່ອງທາງຊ່ວຍເຫລືອ ຈາກພາກສ່ວນກ່ຽວຂ້ອງ ແຕ່ກໍບໍ່ໄດ້ຮັບ ການຊ່ວຍເຫລືອເທື່ອ. ເຈົ້າໜ້າທີ່ ເວົ້າວ່າ:

"ຄັນໃຫ້ ຣັຖບານຍ້າຍ ກະຣັຖບານ ວ່າບໍ່ມີທຶນ ຄັນໃຫ້ເຂື່ອນຍ້າຍ ກໍວ່າບໍ່ມີທຶນ ດັ່ງນັ້ນເຮົາມາ ເຍືອງເບິ່ງ ບົດວິພາກເສຖກິດ ເພິ່ນຫັ້ນໜ໋າ ກັບພຶດຕິກັມ ທີ່ລົງມືຈັດຕັ້ງ ປະຕິບັດ ມັນບໍ່ຢູ່ນຳກັນ ຄົນລະອັນ".

ເຈົ້າໜ້າທີ່ເວົ້າວ່າ ຢາກຮຽກຮ້ອງໃຫ້ ໜ່ວຍງານໃດ ໜ່ວຍງານນຶ່ງ ທີ່ມີໜ້າທີ່ແກ້ໄຂ ໂດຍກົງ ໃຫ້ເລັ່ງຊ່ວຍເຫລືອ ປະຊາຊົນ ໂດຍດ່ວນ ເພາະປັດຈຸບັນນີ້  ພວກຂະເຈົ້າ ນອກຈາກຈະບໍ່ມີ ບ່ອນຢູ່ອາສັຍແລ້ວ ກໍບໍ່ມີບ່ອນ ທຳມາຫາກິນ ໄດ້ຮັບຄວາມເດືອດຮ້ອນ ຈົນບໍ່ສາມາດ ລ້ຽງຕົນເອງ ແລະຄອບຄົວໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.