ໄດ້ ທາດທອງແດງ ຫລາຍກວ່າ ປີກາຍ 3,300 ຕັນ

2008-04-18

ປີນີ້ ບໍຣິສັດ ຂຸດຄົ້ນບໍ່ແຮ່ ໂອຊີອານາ ອອສເຕຣເລັຍ ໃນ ສປປລາວ, ຜລິດ ທາດທອງແດງ ໄດ້ຫລາຍຂຶ້ນ, ແຕວ່າ ໄດ້ທາດຄຳ ໜ້ອຍລົງ. 2-3 ປີ ຜ່ານມາ ຍັງຂຸດຄົ້ນ ທາດຄຳ ໄດ້ ໃນຣະດັບ 2 ແສນ ອ໊ອນຊ໌ ຕໍ່ປີ. ທາງບໍຣິສັດ ຍັງຊອກຫາ ຜູ້ລົງທຶນຮ່ວມ ຫລື ຊື້ກິຈການ ບໍຣິສັດອື່ນ ແລະ ຈະຂຍາຍ ກິຈການ ໄປ ທາງທວີບ ອາຟຣິກກາ ແລະ ອະເມຣິກາລາຕິ່ນ.

ບໍຣິສັດ ໂອຊີອານາ ຣາຍງານວ່າ ທາງບໍຣິສັດ ສາມາດ ຜລິດ ທອງແດງ ໄດ້ເກີນຄາດໝາຍ ຈາກບໍ່ຄຳ ເຊໂປນ ແຂວງສວັນນະເຂດ ໃນໄຕຣມາດ ທຳອິດ ຫລື ໃນຣະຍະ 3 ເດືອນ ທຳອິດ ຂອງປີນີ້.

ນັບແຕ່ ເດືອນມົກກະຣາ ຈົນເຖິງ ເດືອນມິນາ ທີ່ຜ່ານມາ, ບໍຣິສັດ ໂອຊີອານາ ຜລິດ ທອງແດງ ໄດ້ເຖິງ 17,132 ຕັ່ນ, ຫລາຍກວ່າ ຄາດໝາຍ ແລະ ກໍຫລາຍກວ່າ ຜົນຜລິດ ໃນຣະຍະ 3 ເດືອນທຳອິດ ຂອງປີກາຍ ເຖິງ 3,300 ຕັ່ນ.

ບໍຣິສັດ ໂອຊີອານາ ຣາຍງານ ອີກວ່າ ຖ້າຫາກ ທາງບໍຣິສັດ ຜລິດທອງແດງ ໄດ້ໃນຣະດັບນີ້ ຕໍ່ໆໄປ, ໃນໝົດປີນີ້ ທາງບໍຣິສັດ ຈະຜລິດ ທອງແດງ ໄດ້ຢ່າງໜ້ອຍ 65,000 ຕັ່ນ; ແຕ່ໃນຂະນະດຽວກັນ, ການຜລິດຄຳ ຈາກບໍ່ຄຳ ເຊໂປນນັ້ນ ຄາດວ່າ ຈະຫລຸດລົງ ໃນໄຕຣມາດ ທີ່ 2. ສຳຣັບ ໄຕຣມາດ ທີ່ 1 ນັ້ນ, ການຜລິດຄຳ ຍັງໄດ້ຫລາຍ ເທົ່າໆກັບ ປີກາຍ; ແຕ່ໃນໄຕຣມາດ ທີ່ 2, ຜົນຜລິດ ອາດຈະຫລຸດລົງ ເປັນ 17,000 ອ໊ອນຊ໌ ຫລື ຢ່າງຫລາຍ ກໍບໍ່ເກີນ 19,000 ອ໊ອນຊ໌; ແລະຜົນຜລິດ ປະຈຳປີນີ້ ກໍຈະໄດ້ ໃນຣະຫວ່າງ 90,000 ແລະ 1 ແສນ ອ໊ອນຊ໌. ສາເຫດ ທີ່ພາໃຫ້ ຜົນຜລິດ ຕົກຕ່ຳລົງ ກໍແມ່ນ ປະຣິມານຄຳ ທີ່ປະປົນ ຢູ່ໃນດິນ ມີໜ້ອຍລົງ. ເມື່ອ 2-3 ປີ ກ່ອນ, ບໍຣິສັດ ໂອຊີອານາ ຜລິດຄຳ ໄດ້ເຖິງ 2 ແສນ ອ໊ອນຊ໌ ຕໍ່ປີ.

ທ່ານ Owen Hegarty, ຫົວໜ້າ ຄະນະ ບໍຣິຫານງານ ບໍຣິສັດ ໂອຊີອານາ ຊຶ່ງເປັນ ບໍຣິສັດ ຂຸດຄົ້ນ ບໍ່ແຮ່ ຂອງອອສເຕຣເລັຍ, ກ່າວ ເມື່ອສັບປະດາ ທີ່ແລ້ວວ່າ ປັດຈຸບັນ ບໍຣິສັດ ໂອຊີອານາ ກຳລັງ ຊອກຫາ ລົງທຶນຮ່ວມ ກັບບໍຣິສັດອື່ນໆ ຫລື ຊື້ ເອົາກິດຈະການ ຂອງບໍຣິສັດອື່ນໆ ແລະ ກຳລັງ ຈະໄປ ຊອກຫາ ຂຸດຄົ້ນ ບໍ່ແຮ່ຕື່ມ ອີກຫລາຍໆແຫ່ງ ໃນທະວີບ ອາຟຣິກກາ ແລະ ອະເມຣິກາລາຕິ່ນ.

ຄວາມເຫັນ

ທ່ານສາມາດອອກຄວາມເຫັນໄດ້ໂດຍຂຽນຂໍ້ຄວາມໃສ່ຂ້າງລຸ່ມນີ້. (ໃຊ້ຮູປແບບທັມມະດາ).ຄວາມເຫັນທັງໝົດຕ້ອງຜ່ານການກວດກາແລະຈະບໍ່ອອກໃຫ້ເຫັນໃນປັດຈຸບັນ. ກະຣຸນາກວດເບິ່ງໃໝ່ໃນອີກບໍ່ດົນ ບາງທີຄວາມເຫັນຂອງທ່ານໄດ້ຂື້ນຕິດໄວ້ແລ້ວ.