ເຂື່ອນໄຟຟ້ານໍ້າເທີນ 2 ສ້າງລາຍໄດ້ດີ

ເຂື່ອນໄຟຟ້າ ນໍ້າເທີນ 2 ສ້າງຜົນປໂຍດ ຢ່າງໃຫຍ່ຫລວງ ໃຫ້ ສປປລາວ
ໂພໄຊສວັດ
2010.10.21
F-power-lines ສາຍໄຟຟ້າແຮງສູງ ຈາກເຂື່ອນນໍ້າເທີນສອງ ຂ້າມສູ່ປະເທດໄທ ຊຶ່ງເປັນລູກຄ້າ ຣາຍທໍາອິດ
RFA/Tyler Chapman

ກົດຟັງສຽງ

ການໄຟຟ້າ ຝ່າຍຜລິດ ແຫ່ງປະເທດໄທ ເປີດເຜີຍວ່າ ເຂື່ອນໄຟຟ້າ ນ້ຳເທີນ 2 ຢູ່ແຂວງຄຳມ່ວນ ໃນລາວ ສ້າງລາຍຮັບຢ່າງ ໃຫຍ່ຫລວງໃຫ້ລາວ ແລະ ຍັງຜລິດໄຟຟ້າ ໃນຣາຄາຖືກ ໃຫ້ຜູ້ຊື້ ອີກດ້ວຍ. ເຂື່ອນດັ່ງກ່າວ ບໍຣິຫານໂດຍ ບໍຣິສັດ ພະລັງງານ ນ້ຳເທີນ 2, ມີຂນາດຜລິດ ກະແສໄຟຟ້າ ໄດ້ 1,086 ເມັກກະວັດ, ຊຶ່ງສູງທີ່ສຸດ ໃນເອເຊັຍ ຕາເວັນອອກສ່ຽງໃຕ້.

ທ່ານ ພາລິມ ດາຣາວົງ ຜູ້ຈັດການຝ່າຍ ປະສານງານ ກັບຣັຖບານສປປລາວ ກ່າວວ່າທາງຣັຖບານ ຈະມີລາຍຮັບ 2 ຕື້ໂດລາ ສະຫະຣັຖ ຫລື 60 ຕື້ບາດ ພາຍໃນເວລາ 25 ປີ ໃນການ ສຳປະທານ. ນອກຈາກນັ້ນ ກໍຍັງມີໂຮງງານ ຜລິດໄຟຟ້າ ທີ່ທາງບໍຣິສັດ ພະລັງງານ ນ້ຳເທີນ 2 ຈະຕ້ອງໂອນໃຫ້ ຣັຖບານລາວ ຫລັງຈາກຄົບອາຍຸ ຂອງ ການສຳປະທານ ພາຍໃຕ້ພື້ນຖານ ການສ້າງ-ເປັນເຈົ້າຂອງ-ບໍຣິຫານ-ໂອນ.

ທ່ານກ່າວອີກວ່າ ໂຄງການທັງໝົດ ມີມູນຄ່າ 1 ຕື້ ກັບ 290 ລ້ານໂດລາ ສະຫະຣັຖ, ໃນຈະນວນນີ້ 733 ລ້ານໂດລາ ເປັນຄ່າກໍ່ສ້າງ, 383 ລ້ານໂດລາ ເປັນຄ່າ ສະຖາບັນການເງິນ ແລະ ຄ່າທີ່ປຶກສາ, 94 ລ້ານໂດລາ ແມ່ນຄ່າ ບໍຣິຫານ ຂອງບໍຣິສັດ ພະລັງງານ ນ້ຳເທີນ 2, ແລະສ່ວນທີ່ຍັງເຫລືອ 80 ລ້ານໂດລາ ເປັນຄ່າ ສິ່ງແວດລ້ອມ ແລະ ຄ່າສັງຄົມ.

ທ່ານກ່າວຕໍ່ໄປວ່າ ການພັທນາໂຄງການນີ້ ຢູ່ພາຍໃຕ້ຄຳແນະນຳ ຂອງທະນາຄານໂລກ ໂດຍເນັ້ນໃສ່ ປົກປັກຮັກສາ ສິ່ງແວດລ້ອມ ແລະ ຊີວິດການເປັນຢູ່ ຂອງຊຸມຊົນ ເປັນຫລັກ, ຊຶ່ງຈະນຳໄປໃຊ້ ໃນໂຄງການຕໍ່ໆໄປ, ແລະ ທາງຮັຖບານ ສປປລາວ ຈະນຳເອົາລາຍຮັບນີ້ ໄປໃຊ້ໃນການ ພັທນາປະເທດ ຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.