ລາວຈະປັບປຸງການ ສຶກສາໃນປະເທດ

ສປປລາວ ຈະປັບປຸງ ຣະບົບ ການສຶກສາ ເພຶ່ອໃຫ້ບັນລຸ ເປົ້າຫມາຍ ສຫັດສວັດ.
ສິດນີ
2010-11-17
ອີແມວລ໌
ຄໍາເຫັນ
ໃຊ້ຮ່ວມກັນ
ພິມ
  • ພິມ
  • ໃຊ້ຮ່ວມກັນ
  • ຄໍາເຫັນ
  • ອີແມວລ໌

ກົດຟັງສຽງ

ເຖິງແມ່ນວ່າ ການສຶກສາ ໃນລາວ ໃນປັດຈຸບັນ ຈະບໍ່ທັນ ພັທນາ ເທົ່າທຽມກັບ ຫລາຍປະເທດ ໃນຂົງເຂດ ກໍຕາມ ແຕ່ຣັຖບານ ລາວ ກໍ່ຈະພຍາຍາມ ຍົກຣະດັບ ໃຫ່້ ດີຂຶ້ນ ໃນອານາຄົດ. ຣັຖບານ ລາວ ຫລິງເຫັນ ຄວາມສຳຄັນ ໃນການພັທນາ ຊັພຍາກອນ ມະນຸດ ດ້ວຍການຍົກ ຣະດັບ ການສຶກສາ ແລະ ກໍ່ເປັນນຶ່ງ ໃນແຜນ ການພັທນາ ເສຖກິດ ຂອງຊາດ ເພື່ອໃຫ້ລາວ ສາມາດຫລຸດພົ້ນ ຈາກການ ເປັນປະເທດ ດ້ອຍພັທນາ ໃນເປົ້າຫມາຍ ສຫັດສວັດ. ດັ່ງ ທ່ານລີຕູ ປາວຮົວ ຣັຖມົນຕຣີ ຊ່ອຍ ກະຊວງ ສຶຶກສາທິການ ກ່າວໃນຕອນ ນຶ່ງວ່າG

"ໃນປີ 2015 ນີ້ ຕ້ອງບັນລຸ ເປົ້າຫມາຍ ສຫັດສວັດ ສະນັ້ນ ຕົວນີ້ ເປັນສິ່ງທີ່ ຕ້ອງມິີຄວາມ ພຍາຍາມ ພວກປະເທດ ອ້ອມຂ້າງ ໄປໄກແລ້ວ ດຽວນີ້ ຍັງແຕ່ ລາວ ນຳຫລັງ ສະນັ້ນລາວ ຈະຕ້ອງສູ້ຊົນ ຍີ່ງຂຶ້ນ ເພື່ອບໍ່ໃຫ້ ຢູ່ທ້າຍຫມູ່".

ທ່ານວ່າ ໃນຣະຍະ ທີ່ຜ່ານມາ ຣັຖບານລາວ ບໍ່ສາມາດ ໃຫ້ການ ສຶກສາແກ່ ປະຊາຊົນ ໄດ້ຢ່າງທົ່ວເຖິງ ໃນທົ່ວ ປະເທດ ໂດຍສະເພາະ ໃນເຂດ ຊົນນະບົດ ທີ່ຫ່າງໄກ ສອກຫລີກ ຍ້ອນຂາດ ງົບປະມານ ຂາດໂຮງຮຽນ ຂາດ ຄຣູອາຈານ ຕ້ອງໄດ້ອາສັຍ ການຊ່ອຍເຫລືອ ຈາກຕ່າງປະເທດ.

ແຕ່ໃນ ປັດຈຸບັນ ທາງການລາວ ກໍ່ໄດ້ພັທນາ ຍົກຣະດັບ ຄຣູອາຈານ ຫລາຍຂຶ້ນ ດ້ວຍການສົ່ງຄຣູ ຈາກແຕ່ລະແຂວງ ໄປຝຶກອົບຮົມ ແລະເພີ້ມເງິນເດືອນ ໃຫ້ຄຣູຜູ້ທີ່ ຈະໄປສອນ ຕາມເຂດ ຊົນນະບົດ ຈຶ່ງເຮັດໃຫ້ ການສຶກສາ ໃນລາວມີ ມາຕຖານ ຫລາຍຂຶ້ນ.

ຄໍາເຫັນ (5)
  • ພິມ
  • ໃຊ້ຮ່ວມກັນ
  • ອີແມວລ໌

ຟ້າງຸ່ມ

ຈາກ ລາວດັ້ງເດີມ

ຄົນລາວສ່ວນຫລາຍ ຄວນ ເຂົ້າໃຈວ່າພາສາ ທີ່ໃຊ້ໃນປັດຈຸບັນ ບໍ່ແມ່ນພາສາລາວດັ້ງເດີມ, ອັນທີ່ຈິງແລ້ວໃຊ້ຄື ເອເຊັຍເສຣີຫັ້ນ ແມ່ນຖິກທີ່ສຸດແລ້ວ.


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Dec 11, 2012 09:58 PM

(

ຂໍຄວາມກະລຸນາ ຈາກສະຖານີ ໃຫ້ພິມພາສາລາວ ໃຫ້ຖືກຕ້ອງກວ່ານີ້ ( ຂອບໃຈ )



[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Nov 06, 2012 10:35 AM

university student

ຈາກ vientiane

may you tell me youremail

May 26, 2012 03:59 AM

ຜູ້ອ່ານທີ່ບໍ່ອອກຊື່

ສະບາຍດີ ທຸກຯທານ. ຮູ້ສຶກດີໃຈຫລາຍ ຕໍ່ການຕັດສີນໃຈຂອງທາງການ ວ່າ:ຈະປັບປຸງແກ້ໄຂການສຶກສາໃຫ່ມໃຫ້ແທດເມາະກັບຍຸກສະໄຫມ ເປັນການລົງທຶນທ່ີຖືກຕ້ອງແລ້ວ ຂໍສັນລະເີສນດ້ວຍຄວາມຈິງໃຈມາພ້ອມນີ້ດ້ວຍ ເຮົາໄດ້ຮູ້ແກ່ໃຈແລ້ວວ່າ ເດັກນ້ອຍໄນວັນນີ້ຄືຜູ້ໃຫ່ຍໃນວັນຫ້ນາຕຽມພ້ອມເປັນກະດູກສັນຫັລງຂອງຊາດ ເຂົາຈະຮູ້ໄດ້ແຈ້ງໄນສັດຈະທັມຄື:ເມຕາ ກະລຸນາ ມຸິທຕາ ອຸເບຂາ.ນອກຈາກນີ້ບັນຫາຫຍໍ່ທໍ້ຕ່າງຯທາງສັງຄົມກໍ່ຄ່ອຍຯ ຫາຍໄປເທື່ອລະກ້າວ. ຂອບໃຈ.

Nov 20, 2011 09:51 PM

ຜູ້ອ່ານທີ່ບໍ່ອອກຊື່

ຂ້ອຍເປັນຫ່ວງການສຶກສາພາສາລາວຂອງແຕ່ຄົນລາວຢູ່ຕ່າງປະເທດຈະບໍ່ໄດ້ດີ ຍ້ອນການໃຊ້ພາສາທີ່ບໍ່ຖືກຕ້ອງຂອງສາຖານີວິທະຍຸແຫ່ງນີ້ ທີ່ຂຽນມາຖືວ່າສອບພາສາຜ່ານແຕ່ບໍ່ໄດ້ດີເດັ່ນ

Oct 07, 2011 05:03 AM

ເບິ່ງຄວາມເຫັນທັງໝົດ.