ເດັກນ້ອຍ ເຂດຊົນນະບົດ ແຂວງອັດຕະປື ມີບັນຫາການຂາດ ສານອາຫານ

2009-01-13

ບັນຫາການຂາດ ສານອາຫານ ຊຶ່ງຈະສົ່ງຜົນ ຕໍ່ການເຕີບໂຕ ຂອງພວກເດັກ ນ້ອຍເຂດຊົນນະບົດ

ເດັກນ້ອຍ ຢູ່ເຂດຊົນນະບົດ ຂອງແຂວງ ອັດຕະປື ຍັງມີບັນຫາການຂາດ ສານອາຫານ ຊຶ່ງຈະສົ່ງຜົນ ຕໍ່ການເຕີບໂຕ ຂອງພວກຂະເຈົ້າ
ບັນຫາ ອັນສໍາຄັນອັນນຶ່ງ ຂອງແຂວງ ອັດຕະປື ກ່ຽວກັບເດັກ ນ້ອຍທີ່ຢູ່ໃນເຂດ ຊົນນະບົດ ໃນປັດຈຸບັນນີ້ ແມ່ນການທີ່ພວກ ຂະເຈົ້າຍັງ ຂາດສານອາຫານ ຫລືບໍ່ມີອາຫານ ການກິນ ທີ່ມີເຊື້ອອາຫານຄົບ ຊຶ່ງບັນຫານີ້ ຈະສົ່ງຜົນ ຕໍ່ການຈະ ເຣີນເຕີບໂຕ ທາງດ້ານຮ່າງກາຍ ແລະ ສະຕິປັນຍາ ຂອງພວກຂະເຈົ້າ ຫລາຍພໍສົມຄວນ ດັ່ງ ດຣ ບຸນເຕັນ ສັງສົມສັກ ຫົວໜ້າຜະແນກ ສາທາຣະນະສຸຂ ປະຈໍາແຂວງ ຊີ້ແຈງໃນຕອນນຶ່ງວ່າ:
ເຣື້ອງໂພສະນາ ການກໍຖືວ່າ ຍັງຂາດຫລາຍ ໂດຍສະເພາະ ຢູ່ໃນເຂດຊົນນະບົດ ມັນບໍ່ມີອາຫານການກິນ ເຂົາກໍກິນ ຕາມສິ່ງທີ່ເຂົາມີ ບາດນີ້ສິ່ງ ທີ່ເຂົາມີ ອາຫານ 5 ໝູ່ ມັນກໍບໍ່ເຖິງດອກ ເຮົາມາເບິ່ງ ວ່າເດັກນ້ອຍ ຢູ່ຊົນນະບົດ ອາຍຸຫລາຍ ແຕ່ບໍ່ໃຫຍ໋
ດຣ ບຸນເຕັນ ໄດ້ເວົ້າຕື່ມວ່າ ປະຊາຊົນ ທີ່ຢູ່ໃນເຂດ ຊົນນະບົດ ລະດັບການສຶກສາ ແລະ ສິ່ງແວດລ້ອມ ກໍບໍ່ເອື້ອອໍານວຍ ຄວາມຮູ້ດ້ານອາຫານ ກໍບໍ່ມີ ຈຶ່ງບໍ່ສາມາດ ຈັດຫາອາຫານຕ່າງໆ ທີ່ຄົບ 5 ໝວດໝູ່ ແກ່ລູກຫລານ ຂອງຂະເຈົ້າໃຫ້ ຖືກຕ້ອງໄດ້ ແລະ ບາງຄອບຄົວ ກໍເຖິງຂັ້ນອຶດຢາກ ດັ່ງນັ້ນເດັກນ້ອຍ ໃນເຂດດັ່ງກ່າວ ຈຶ່ງມີການພັດທະນາ ທາງດ້ານຮ່າງກາຍ ແລະ ສະຕິປັນຍາ ທີ່ຊ້າກວ່າ ເດັກນ້ອຍ ໃນເຂດໂຕເມືອງ ທີ່ມີອາຫານກິນ ທີ່ ອຸດົມສົມບູນກວ່າ.
ເຖິງຢ່າງໃດກໍຕາມ ດຣ ບຸນເຕັມ ເວົ້າວ່າ ທີ່ຜ່ານມາ ທາງການ ກໍໄດ້ພະຍາ ຍາມຊ່ອຍເຫລືອ ໂດຍການຊຸກ ຍູ້ໃຫ້ພໍ່ແມ່ ຜູ້ປົກຄອງ ໃນເຂດດັ່ງກ່າວ ຈັດຫາອາ ຫານການກິນ ແລະ ລ້ຽງດູລູກ ຂອງຂະເຈົ້າ ໃຫ້ຖືກຕ້ອງ ແຕ່ຍ້ອນທຶນ ຮອນຈໍາກັດ ການຊ່ອຍເຫລືອ ຈຶ່ງບໍ່ທົ່ວເຖິງ ເທົ້າທີ່ຄວນ.
ເຖິງຢ່າງໃດກໍດີ ທາງການ ກໍເຫັນວ່າ ບັນຫາການ ຂາດສານອາຫານ ຂອງເດັກ ນ້ອຍນີ້ສໍາຄັນ ແລະຄວນ ຈະໄດ້ຮັບການ ຊ່ອຍເຫືລອ ຢ່າງຮີບດ່ວນ ຊຶ່ງທາງການ ຈະພະຍາຍາມ ເອົາໃຈໃສ່ ໃຫ້ຫລຸດຜ່ອນຕໍ່ໄປ.

ຄວາມເຫັນ

ທ່ານສາມາດອອກຄວາມເຫັນໄດ້ໂດຍຂຽນຂໍ້ຄວາມໃສ່ຂ້າງລຸ່ມນີ້. (ໃຊ້ຮູປແບບທັມມະດາ).ຄວາມເຫັນທັງໝົດຕ້ອງຜ່ານການກວດກາແລະຈະບໍ່ອອກໃຫ້ເຫັນໃນປັດຈຸບັນ. ກະຣຸນາກວດເບິ່ງໃໝ່ໃນອີກບໍ່ດົນ ບາງທີຄວາມເຫັນຂອງທ່ານໄດ້ຂື້ນຕິດໄວ້ແລ້ວ.




ຂຽນແລະເຣື້ອງຂອງທ່ານ

ສຽງບັນທຶກໄວ້
ດາວໂລ້ດ
ອີເມວລ໌ ເຣື້ອງ
ລົງທະບຽນເປັນສະມາຊິກ
ພິມເຣື້ອງນີ້
ປັນກັນອ່ານ