ການເສັຽຊີວິດຂອງແມ່ ຍາມອອກລູກ

ສປປລາວ ມີອັຕຣາການເສັຽຊີວິດ ຂອງແມ່ສູງທີ່ສຸດ ໃນເຂດເອເຊັຽ.
ມະນີຈັນ
2010.10.12

ກົດຟັງສຽງ

ທ່ານ Shin Young-Soo ຜູ້ອໍານວຍການ WHO ເຂດປາຊີຟິກ ຕາເວັນຕົກ ໂດຍເລີ່ມແຕ່ ປະເທດ ມົງໂກເລັຽ ໃນຕອນເໜືອ ລົງຮອດບັນດາ ປະເທດ ເກາະດອນ ໃນພາກໃຕ້ເວົ້າວ່າ ອັຕຣາ ການຕາຍ ຂອງແມ່່ ເປັນຮອຍດ່າງພ້ອຍ ໃນການ ປະຕິບັດງານ ຂອງອົງການ. ທ່ານວ່າ ທົ່ວໄປແລ້ວ ພວກທ່ານເດີນ ມາຖືກທາງ ເພື່ອບັນລຸເປົ້າໝາຍ ສຫັດສວັດດ້ານສຸຂພາບ ຂອງສະຫະປະຊາຊາດ ຫລືກະທັ້ງອາດໄດ້ ລື່ນນັ້ນ ຍົກເວັ້ນໃນບັນຫາ  ການເສັຽຊີວິດ ຂອງແມ່.

ຂໍ້ມູນ WHO ບົ່ງບອກວ່າ ໃນທົ່ວພາກພື້ນ ໂດຍສະເລັ່ຽ ມີຜູ້ຍິງເສັຽຊີວິດ ຕອນເກີດລູກ ຣະຫວ່າງ 35 ຫາ 74 ຄົນ ໃນແຕ່ລະ 1 ແສນຄົນ  ຮວມທັງໝົດມີ ປະມານ 13 ພັນຄົນ ທີ່ເສັຽຊີວິດຕອນ ອອກລູກ ເມື່ອປີ 2008. ທ່ານ ວ່າ ກັມພູຊາ, ລາວ ແລະປາປົວນິວກີນີ ປະເຊີນກັບບັນຫາ ທ້າທາຍ ໃນການຕ້ານ ການເສັຽຊີວິດ ຂອງແມ່. 

ຢູ່ປະເທດລາວ ໃນແຕ່ລະ ແມ່ຍິງເກີດລູກ 1 ແສນຄົນ ເສັຽຊີວິດ 500 ຄົນ ຂນະທີ່ຢູ່ ກັມພູຊາ ເສັຽຊີວິດ 300 ຄົນ ແລະ ປາປົວນິວກີນີ 250 ຄົນ. ເວົ້າເຖິງຂໍ້ມູນ ການເສັຽຊີວິດຂອງແມ່ ໃນລາວ ທ່ານໝໍ ທີ່ກ່ຽວຂ້ອງ ໃນນະຄອນຫລວງ ວຽງຈັນ ໄດ້ກ່າວກ່ອນໜ້ານີ້ວ່າ ມີການຖົກຖຽງກັນຢູ່:

"405 ຄົນຕໍ່ 1 ແສນຄົນ ການຕາຍຂອງແມ່ ແຕ່ອົງການຈັດຕັ້ງ ສາກົລ ໂດຍສະເພາະ ອະນາມັຍໂລກ WHO  ປະເມີນວ່າ ສູງກວ່າ 405 ອາຈຈະຮອດ 6 ຮ້ອຍຄົນ".

405 ຄົນ ເປັນຂໍ້ມູນຂອງ ທາງການລາວ ທີ່ໄດ້ຈາກການ ສໍາຣວດ ເມື່ອປີ 2005. ຢ່າງໃດກໍດີ ທ່ານ Shin ກໍສັລເສີນ ລາວ ໃນຂໍ້ລິເລີ່ມ ໃຫ້ອຸປກອນ ສຸຂອະນາມັຍ ຂັ້ນພື້ນຖານ ແກ່ພວກຜູ້ຍິງ ທີ່ອອກລູກ ຢູ່ເຮືອນ  ຊຶ່ງຕາມຄໍາເວົ້າຂອງ ທ່ານໝໍລາວແລ້ວ ແມ່ນວ່າ ຢູ່ລາວ ແມ່ອອກລູກ ຢູ່ບ້ານເຮືອນ ຂອງຕົນເອງເກືອບ 80 ເປີເຊັນ; ອອກຢູ່ໂຮງໝໍ ປະມານ 20 ເປີເຊັນ ເທົ່ານັ້ນ.  

ສ່ວນກັມພູຊາ ທ່ານກໍສັລເສີນ ໂຄງການສ້າງຣະບົບ ເພື່ອໃຫ້ໝູ່ບ້ານຕ່າງໆ ຣາຍງານກ່ຽວກັບ ການເສັຽຊີວິດ ຂອງແມ່ ໃຫ້ສູນກາງຮັບຊາບ ເພື່ອຈະສາມາດຮູ້ ແລະ ໃຫ້ການຊ່ວຍເຫລືອ ເຂດນັ້ນໆໄດ້ ຕໍ່ໄປ.

ຕໍ່ກອງປະຊຸມ ຣະດັບພາກພື້ນ ຂອງ WHO ທີ່ກຸງ ກົວລາລໍາເປີ ປະເທດມາເລເຊັຽ ທ່ານ Shin ກ່າວວ່າ ທ່ານຮູ້ສຶກ ລະອາຍໃຈ ທີ່ວ່າ ຍັງມີແມ່ ເສັຽຊີວິດຕອນ ອອກລູກ ຊຶ່ງເປັນເລື່ອງທີ່ ທຸກຄົນຮູ້ວ່າ ສ່ວນໃຫຍ່ແລ້ວ ສາມາດ ປ້ອງກັນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.