ທາງການ ລາວແລະໄທ ຢືນຢັນວ່າ ຈະສົ່ງຊາວມົ້ງລາວ ໃນໄທ ກັບສປປລາວ ຕາມທີ່ທັງສອງ ປະເທດ ໄດ້ຕົກລົງກັນໄວ້.
ຣັຖມົນຕຣີກະຊວງ ກະລາໂຫມໄທ ທ່ານພົນເອກ ປຣະວິດ ວົງສຸວັນ ໄດ້ໃຫ້ຖະແຫລງຂ່າວ ມື້ວັນທີ3 ພຶສຈິກາ2009 ຢູ່ບາງກອກ ປະເທດໄທວ່າ ໃນການປະຊຸມ ຣັຖມົນຕຣີ ກະລາໂຫມ ອາຊຽນ ຢ່າງບໍ່ເປັນທາງການ ຫລື ADMM ນັ້ນທາງຝ່າຍ ໄທແລະລາວ ໄດ້ປຶກສາຫາລືກັນ ກ່ຽວກັບຄວາມ ຄືບໜ້າ ໃນການແກ້ໄຂບັນຫາ ຊາວມົ້ງລາວໃນໄທ ໂດຍຝ່າຍໄທ ຢືນຢັນ ວ່າການສົ່ງຊາວມົ້ງລາວ ໃນໄທກັບຄືນ ໄປລາວ ຍັງຈະດຳເນີນ ຕໍ່ໄປຈົນວ່າ ຈະໝົດສ້ຽງໄປ ຕາມທີ່ທັງ2ປະເທດ ໄດ້ຕົກລົງກັນໄວ້ ໂດຍທີ່ຝ່າຍລາວ ກໍຕ້ອງໄດ້ໃຫ້ ການຮ່ວມມື ດັ່ງທ່ານໄດ້ກ່າວ ໃນຕອນນຶ່ງວ່າ:
"ເຮົາຈະພະຍາຍາມເຮັດ ເຮົາຢາກໃຫ້ໝົດ ໃນມື້ນີມື້ອື່ນເລີຍ ແຕ່ເຮົາກໍຈະ ຫາລືກັນ ເພາະທາງລາວ ເອງກໍຕ້ອງມາ ຊ່ວຍທາງໄທຄືກັນ ເພາະວ່າເຂົາກໍຕ້ອງ ເອົາຄົນເຂົາກັບ ຈະຕ້ອງກວດສອບເບິ່ງວ່າ ຜູ້ນີ້ແມ່ນບໍ່ ຫລືບໍ່ແມ່ນ ເປັນເຣື້ອງ ລະຫວ່າງລາວກັບໄທ ໂດຍກົງ."
ທ່ານກ່າວອີກວ່າ ການແກ້ໄຂບັນຫາ ຊາວມົ້ງລາວເປັນບັນຫາ ລະຫວ່າງໄທແລະລາວ ໂດຍກົງ ບໍ່ຈຳເປັນຕ້ອງມີ ອົງການ ຫລືໜ່ວຍງານສາກົນ ເຂົ້າມາກ່ຽວຂ້ອງ.
ນອກຈາກນີ້ ກອງປະຊຸມ ຣັຖມົນຕຣີ ກະລາໂຫມ ອາຊຽນຢ່າງບໍ່ເປັນ ທາງການ ຍັງໄດ້ສເນີໃຫ້ ມີການເຈຣະຈາ ຮ່ວມກັບປະເທດ ຄູ່ເຈຣະຈາ ເພື່ອໃຫ້ມີການ ຂຍາຍຄວາມຮ່ວມມື ອອກໄປນອກ ພູມີພາກ ເພາະວ່າອາຊຽນ ບໍ່ສາມາດຢູ່ ໂດດດ່ຽວໄດ້ ແລະ ບັນຫາສ່ວນໃຫຍ່ ທີ່ນຳມາ ປຶກສາຫາລືກັນ ດ້ານຄວາມໝັ້ນຄົງ ຂອງປະເທດ ສະມາຊິກອາຊຽນ ຈະເປັນດ້ານ ພັຍພິບັດ ທາງທັມມະຊາດ, ຄວາມໝັ້ນຄົງທາງ ທະເລ, ການຄ້າມະນຸດ, ບັນຫາອາຊຍາກັມ ຂ້າມຊາດ ຊຶ່ງອາຊຽນ ຕ້ອງໄດ້ອາສັຍ ຄວາມຮ່ວມມືກັບ ພາຍນອກ.
ເຖິງຢ່າງໃດກໍຕາມ ທັງສອງປະເທດ ລາວແລະໄທ ເຫັນວ່າບັນຫາ ຊາວມົ້ງລາວໃນໄທ ເປັນບັນຫາຂອງຕົນ ໂດຍສະເພາະ ຈຶ່ງບໍ່ໄດ້ນຳມາ ປຶກສາຫາລືກັບ ປະເທດອາຊຽນ ອື່ນເລີຍ.
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ດາວໂຫລດເຣື້ອງນີ້ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |
|
|
ປັນກັນອ່ານ |
ນັກວິຊາການໄທ ເປັນຫ່ວງຊາວມົ້ງລາວ 158 ຄົນ
ງົປມານສ້າງຄູ້ມບ້ານ ໃຫ້ຊາວມົ້ງລາວ
ຄະດີໂຄ້ນລົ້ມ ຣັຖບາລລາວ ຖືກເລື່ອນ
ມົ້ງ-ອະເມຣິກັນ ປະທ້ວງໃຫ້ເລີກລົ້ມຄະດີ
ຕາງໜ້າທູດ ສະຫະຣັຖໃນລາວ ໄປຢ້ຽມມົ້ງລາວ
ນັກຂ່າວໄທ ໄດ້ອະນຸຍາດ ໄປຢ້ຽມມົ້ງຢູ່ລາວ
ຊາວມົ້ງ ທີ່ຖືກສົ່ງກັບລາວ ຂາດເຂີນອາຫານ
ຊາວມົ້ງລາວທີ່ໄທຽສົ່ງກັບ ຕົກຢູ່ເຂດຍາກລໍາບາກ