ນອກຈາກ ຈະເປັນ ເຂດ ພັທນາ, ເບື້ອງຕົ້ນ ເພື່ອຮອງຮັບ ຊາວມົ້ງລາວ ກັບຖິ່ນ, ບ້ານ ຜາຫລັກ ຍັງກາຍເປັນ ທີ່ເຕົ້າໂຮມ ຍາດພີ່ນ້ອງມົ້ງ ໄປໃນຕົວ.
2008-24-04—
ບ້ານພັທນາ ຜາລັກ ເຂດ ເມືອງກາສີ ແຂວງ ວຽງຈັນ ທີ່ສ້າງ ສຳລັບ ຮອງຮັບ ຊາວມົ້ງ ຜູ້ທີ່ຈະຖືກ ພັກດັນ ໃຫ້ກັບ ສປປລາວ ຈາກສູນ ທີ່ບ້ານ ຫ້ວຍນ້ຳຂາວ ປະເທດ ໄທ ປະມານກວ່າ 7,000 ຄົນ, ໃນເວລານີ້ ມີ ປະຊາຊົນ ຊາວມົ້ງ ຈາກ ເຂດຕ່າງໆ ຂອງລາວ ພາກັນ ຍ້າຍເຂົ້າມາ ຕັ້ງຖິ່ນຖານ ເປັນຈຳນວນ ຫລວງ ຫລາຍ. ຣັຖບານ ລາວ ແລະ ໄທ ມີ ຈຸດປະສົງ ທີ່ຈະສ້າງ ບ້ານ ຜາຫລັກ ໃຫ້ເປັນ ບ່ອນຢູ່ ອາສັຍໃໝ່ ຂອງ ຊາວມົ້ງ ຜູ້ທີ່ ສມັກໃຈ ກັບ ສປປລາວ ຊື່ງໃນຣະຍະ ທີ່ຜ່ານມາ ຣັຖບານ ລາວ ກໍ່ໄດ້ຮັບ ຊາວມົ້ງ ກວ່າ 60 ຄົນ ແລ້ວ ມາ ພັກພາ ອາສັຍ ຢູ່ທີ່ນີ້ ແລະ ຄາດວ່າ ກຸ່ມ ທີ່ຈະມາໃໝ່ ຈາກ ບ້ານ ຫ້ວຍນ້ຳຂາວ ນັ້ນ ກໍ່ຈະ ຖືກມາ ຕັ້ງຖີ່ນຖານ ຢູ່ ທີ່ນີ້ ເໝືອນກັນ. ແຕ່ໃນປັດຈຸບັນ ນອກຈາກ ຊາວມົ້ງ ທີ່ກັບ ຈາກ ປະເທດໄທ ຈຳນວນ 63 ຄົນ ແລ້ວ ກໍ່ຍັງມີ ຊາວມົ້ງ ຈາກເຂດ ຕ່າງໆ ຂອງລາວ ອີກ ຈຳນວນ 281 ຄົນ ຫລື ປະມານ 54 ຄອບຄົວ ເຂົ້າມາ ອາສັຍ ທີ່ ບ້ານ ຜາຫລັກ, ດັ່ງເຈົ້າຫນ້າທີ່ ກ່ຽວຂ້ອງ ທ່ານນື່ງ ໄດ້ກ່າວ ກ່ຽວກັບ ເຣື້ອງນີ້ວ່າ:
“ເພີ້ມຂື້ນເນີ ດຽວນີ້ ມັນມີຢູ່ 281 ຄົນ, ມີຢູ່ 54 ຄອບຄົວ. ແມ່ນ ມາຈາກ ເມືອງແມດ ແຂວງວຽງຈັນ ເປັນ ພີ່ນ້ອງກັນ ກັບ ຈຳນວນ 11 ຄອບຄົວນີ້”
ທ່ານ ກ່າວເພີ້ມ ອີກວ່າ ໃນເວລາ ດຽວກັນ ກໍ່ມີ ຊາວມົ້ງ ບາງຄອບຄົວ ທີ່ມາຈາກບ້ານ ຫ້ວຍນ້ຳຂາວ ທີ່ອາສັຍ ຢູ່ທີ່ນີ້ ມາກ່ອນ. ໃນກຸ່ມ 63 ຄົນ ນັ້ນ ກໍ່ໄດ້ ຍ້າຍ ອອກໄປ ວ່າງ ເດືອນ ມີນາ ທີ່ ຜ່ານມາ, ບໍ່ຮູ້ວ່າ ໄປໃສ. ແຕ່ ບາງຄອບຄົວ ກໍ່ຍັງອາສັຍ ຢູ່ ບ້ານ ຜາຫລັກ ຢູ່. ຊາວມົ້ງ ກຸ່ມ ທີ່ຍ້າຍ ເຂົ້າມາໃໝ່ ນີ້, ແມ່ນ ຊາວມົ້ງ ມາຈາກ ເຂດອື່ນໆ ຂອງ ແຂວງ ວຽງຈັນ, ຫລວງພຣະບາງ ແລະ ຊຽງຂວາງ, ເປັນພີ່ນອ້ງກັນ ທັງໝົດ. ຜູ້ສື່ຂ່າວ ຖາມວ່າ ແມ່ນໃຜ ອະນຸຍາດ ໃຫ້ຍ້າຍ ເຂົ້າມາ, ເຂົາຕອບວ່າ:
“ທາງການແຫ໊ລະ ສົ່ງມາ. ເປັນຄອບຄົວໃຫຍ່, ເປັນບ້ານໃຫຍ່ ເພີ່ນກໍ່ວ່າ ຢາກຈັກສານ ໃຫ້ມີ ອາຊີບ. ພີ່ນ້ອງ ໄດ້ຢູ່ ຮ່ວມກັນ, ໃຫ້ສ້າງສາ ພັທນາ ອາຊີບໃຫ້ດີຂື້ນ.”
ເຖີງຢ່າງໃດ ກໍ່ຕາມ, ຫລາຍພາກສ່ວນ ບອກວ່າ ເປັນຄວາມຕ້ອງການ ຂອງຣັຖບານ ທີ່ຢາກໃຫ້ ຊາວມົ້ງ ມາຢູ່ ຮ່ວມກັນ ເພື່ອສ້າງ ຊຸມຊົນ ໃຫ້ແຂງແກ່ນ ດ້ວຍການ ສົ່ງເສີມ ອາຊີບ ແລະ ການທຳມາ ຫາກີນ ໃຫ້ປາສຈາກ ການຖາງປ່າ ຈູດໄຮ່ ແບບເມື່ອກ່ອນ.
EKW: ອົພຍົບ-ຊາວມົ້ງລາວ-ສະຫະປະຊາຊາດ
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |
|
|
ປັນກັນອ່ານ |
ລາວ ສົ່ງ ຊາວເຜົ່າມົ້ງ ກັບບ້ານເດີມ ຂອງຂະເຈົ້າ
ໄທຈະສົ່ງ ຊາວມົ້ງ 500 ຄົນ ກັບຄືນ ທ້າຍເດືອນນີ້
ທາງການລາວ ໃຫ້ການຊ່ອຍເຫລືອ ຊາວເຜົ່າມົ້ງ ທີ່ຖືກສົ່ງກັບ
ຊາວເຜົ່າມົ້ງ ຫ້ວຍນໍ້າຂາວ ຖືກສົ່ງກັບຄືນ ຕື່ມອີກ
ອອສເຕຣເລັຍ ຈະຮັບ ເອົາຊາວເຜົ່າມົ້ງ ຈໍານວນນຶ່ງ
ໄທ ຈະສົ່ງຊາວເຜົ່າມົ້ງ ກັບຄືນ ສປປລາວ ຕື່ມອີກ
ຊາວເຜົ່າມມົ້ງ ຈາກບ້າຫ້ວຍນໍ້າຂາວ ຖືກສົ່ງກັບ ທ້ອງຖິ່ນເດີມ
UNHCR ເວົ້າວ່າ ໄທຽ ອາຈບັງຄັບ ຊາວເຜົ່າມົ້ງ ບາງຄົນ ກັບຄືນ ສປປລາວ
ຄວາມເຫັນ
ທ່ານສາມາດອອກຄວາມເຫັນໄດ້ໂດຍຂຽນຂໍ້ຄວາມໃສ່ຂ້າງລຸ່ມນີ້. (ໃຊ້ຮູປແບບທັມມະດາ).ຄວາມເຫັນທັງໝົດຕ້ອງຜ່ານການກວດກາແລະຈະບໍ່ອອກໃຫ້ເຫັນໃນປັດຈຸບັນ. ກະຣຸນາກວດເບິ່ງໃໝ່ໃນອີກບໍ່ດົນ ບາງທີຄວາມເຫັນຂອງທ່ານໄດ້ຂື້ນຕິດໄວ້ແລ້ວ.
ເບິ່ງຄວາມເຫັນທັງໝົດ.