ວຽກຕໍ່ຕ້ານຄ້າມະນຸດ ຍັງຂາດຜູ້ຊີ້ນໍາ

ວຽກງານຕ້ານການ ຄ້າມະນຸດ ໃນແຂວງຫລວງນໍ້າທາ ຍັງຂາດຜູ້ຊີ້ນໍາ ແລະພະນັກງານ ທີ່ມີຄວາມເຂົ້າໃຈດີ ໃນວຽກງານ ດັ່ງກ່າວ.
ມະນີຈັນ
2010.04.06

ວຽກງານ ຕ້ານການຄ້າມະນຸດ ແຂວງຫລວງນໍ້າທາ ຍັງຂາດຜູ້ຊີ້ນໍາ ທີ່ມີຄວາມຮູ້ ຄວາມເຂົ້າໃຈດີ ກ່ຽວກັບການ ຄ້າມະນຸດ ແລະ ພະນັກງານ ກໍບໍ່ມີ ປະສົປການ ບໍ່ມີ ຄວາມຮູ້ ພໍທີ່ຈະສາມາດ ປະຕິບັດວຽກງານ ໃຫ້ມີ ປະສິທິພາບໄດ້ ຊຶ່ງສ່ວນນຶ່ງກໍຍ້ອນ ລະຍະເວລາ ການຝຶກອົບຮົມ ຈາກທາງກະຊວງ ປ້ອງກັນຄວາມສງົບ ນັ້ນແມ່ນ ໜ້ອຍ: ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ຫ້ອງການຕ້ານ ການຄ້າມະນຸດ ແຂວງຫລວງນໍ້າທາ:

"ຕົວນີ້ກໍແມ່ນ ທາງດ້ານນຶ່ງ ຜູ້ຊີ້ນໍາຕົວຈິງ ຍັງບໍ່ທັນເຂົ້າໃຈ ວຽກຕົວນີ້ດີ ສອງມາ ກໍງົປມານເຮົາ ທີ່ເຄື່ອນໃຫວ ຍັງຫຍູ້ງຍາກຢູ່ ສິລົງໄປເກັບກໍາ ບັນດາສະຖິຕິ ຫລືວ່າເກັບກໍາ ຂໍ້ມູນ ມັນຍັງບໍ່ມີ ຄ້າງຕົວນີ້ແຫລະ ຂາດປະສົປການ ແລະ ຂາດເຂີນພະນັກງານ".

ທ່ານກ່າວຕື່ມວ່າ ຫ້ອງການ ຕ້ານການຄ້າມະນຸດ ແຂວງຫລວງນໍ້າທາ ມີພະນັກງານ ພຽງ 4 ຄົນ, ບໍ່ມີນັກວິຊາການ ໃນດ້ານນີ້ເພື່ອ ມາຊີ້ນໍາ ແນະນໍາໃຫ້ພວກ ເຂົາເຈົ້າ ເຮັດວຽກ ຢ່າງມີ ປະສິທິພາບ:

"ການຝຶກອົບຮົມ 10 ວັນ ແບບນີ້ຍັງບໍ່ເຂົ້າໃຈດີ ມັນມີມັນກໍຈໍາກັດ ເຮົາກໍບໍ່ເຂົ້າໃຈ ປານໃດ ໃຫ້ຊີ້ນໍາ ຕໍ່ໄປບາງອັນກໍ ຍັງບໍ່ເຂົ້າໃຈ ຫູ້ຍງຍາກ ວຽກກໍຍັງບໍ່ ເຈົ້າໃຈດີເທື່ອ".

ເຈົ້າໜ້າທີ່ ຫ້ອງການຕ້ານ ການຄ້າມະນຸດ ແຂວງຫລວງນໍ້າທາ ກ່າວເນັ້ນຕື່ມ ໃນຕອນທ້າຍວ່າ ການທີ່ທາງແຂວງ ບໍ່ສາມາດປະຕິບັດ ວຽກງານຕົວຈິງໄດ້ ຢາງມີປະ ສິດທິພາບ ນັ້ນກໍຍ້ອນ ບໍ່ໄດ້ຮັບການ ຝຶກອົບຮົມຢ່າງ ພຽງພໍ  ແລະວ່າດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ ໜ່ວຍງານທີ່ກ່ຽວຂ້ອງ ທີ່ຢູ່ສູນກາງ ຊ່ວຍແກ້ໄຂເພື່ອ ໃຫ້ພະນັກງານ ຕ້ານການຄ້າມະນຸດ ໃນແຂວງຫລວງນໍ້າທາ ປະຕິບັດ ໜ້າທີ່ຂອງຕົນ ຢ່າງມີ ປະສິດທິພາບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.