ໄທຽຈະຂຍາຍ ຄວາມຮ່ວມມືກັບລາວ

ໄທຽວ່າຈະ ສນັບສນູນ ແລະເພີ່ມຂຍາຍ ຄວາມຮ່ວມມື ກັບທາງກາຣ ສປປລາວ ຕລອດໄປ.
ຫວາດ ສີມູນ
2010.06.14

ໃນຣະຫວ່າງທີ່ ເຂົ້າຮ່ວມເປັນ ປະທານເປີດ ກາຣປະຊຸມ ເອກອັຄຣາຊທູຕ ກົງສຸນໃຫຍ່ ກັບຄນະເຈົ້າແຂວງ ຕາມເຂຕທີ່ມີ ຊາຍແດນຕິດກັບລາວ ໃນມື້ວັນຈັນນີ້ ທີ່ບາງກອກ ເພື່ອຫາຣືຂຍາຍ ຄວາມຮ່ວມມືແລະ ເພີ່ມຄວາມສັມພັນ ຕ່າງໆຣະຫວ່າງກັນ ໃຫ້ຫລາຍກວ່າເກົ່າ ໂດຽສະເພາະ ດ້ານກາຣລົງທຶນ ກາຣທ່ອງທ່ຽວ ກາຣກະເສຕ ແລະກາຣຕໍ່ຕ້ານ ອາຊຍາກັມ ຂ້າມຊາຕນັ້ນ ທ່ານອະພິສິທ ເຊຊາຊີວະ ນາຍົກ ຣັຖມົນຕຣີໄທຽ ໄດ້ກ່າວວ່າ:

ທ່ານວ່າ: “ທ່ານມີຄວາມໝັ້ນໃຈ ວ່າກາຣປະຊຸມ ທີ່ຈັດຂຶ້ນໃນ ມື້ນີ້ ຈະສາມາດແລກ ປ່ຽນປະເດັນ ຕ່າງໆທີ່ສຳຄັນ ຕໍ່ກາຣສົ່ງເສີມ ຄວາມສັມພັນ ອັນດີຣະຫວ່າງ 2 ປະເທສ ໃຫ້ແໜ້ນແຟ້ນ ຕໍ່ໆໄປ”.

ພ້ອມດຽວກັນນີ້ ຜູ້ນຳໄທຽກໍໄດ້ ເນັ້ນຊຶ່ງນອກຈາກ ກາຣເພີ່ມຄວາມຮ່ວມມື ກັບທາງກາຣ ລາວແລ້ວນັ້ນ ຍັງຈະສນັບສນູນ ໃຫ້ລາວເປັນ ປະເທສເຂັ້ມແຂງ ທາງດ້ານ ເສຖກິຈ ສັງຄົມ ແລະກາຣທ່ອງທ່ຽວ ໃຫ້ຫລາຍກວ່າເກົ່າ ຕລອດຮອດດ້ານ ປະຕິບັຕ ນະໂຍບາຍ ກາຣປ້ອງກັນ ດ້ານກາຣຄ້າມະນຸສ ຢາເສພຕິດ ໃຫ້ມີ ປະສິທທິພາບ ຕໍ່ໄປ ທ່ານວ່າ:

“ຕາມພື້ນທີ່ ບໍຣິເວນ ຊາຍແດນ ທີ່ອາຈຈະມີ ບັນຫາແຊກຊ້ອນ ຕ່າງໆ ຊຶ່ງກໍຮວມທັງ ບັນຫາ ຢາເສພຕິດ ກາຣຄ້າມະນຸສ ຫລືອາຊຍາກັມ ຂ້າມຊາຕແລະອື່ນໆ ຊຶ່ງທັ້ງໝົດນີ້ ຈະຕ້ອງໃຫ້ມີ ກາຣເຊື່ອມໂຍງ ແລະກາຣບູຣະນາກາຣ ໃນດ້ານ ປະຕິບັຕ ວຽກງານຮ່ວມກັນ ໃຫ້ຫລາຍຂຶ້ນ”.

ຢ່າງໃດກໍຕາມ ກອງປະຊຸມເປັນ ເວລາໜຶ່ງມື້ ດັ່ງກ່າວ ກໍມີເຈົ້າໜ້າທີ່ ຈາກກະຊວງ ກາຣຕ່າງປະເທສ ກະຊວງມະຫາດໄທຽ ແລະ ທາງກາຣທະຫາຣ ເຂົ້າຮ່ວມ ເພື່ອຂຍາຍແນວທາງ ປະຕິບັຕດ້ານ ກາຣຮ່ວມມືກັບ ທາງກາຣ ສປປລາວ ໃຫ້ຫລາຍກວ່າເກົ່າ ໃນຂັ້ນຕໍ່ໆໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.