ການຄ້າເດັກນ້ອຍຍິງຊາຍ ໃນລາວ

ສປປລາວ ເປັນປະເທດ ຕົ້ນທາງ ເປັນທາງຜ່ານ ແລະ ປາຍທາງ ຂອງ ການຄ້າ ເດັກນ້ອຍ ຍິງແລະຊາຍ ທີ່ ຖືກສົ່ງໄປ ເຮັດວຽກໜັກ ແລະ ເປັນ ໂສເພນີ. (ອີງຕາມ ຣາຍງານ ຂອງ ກະຊວງ ການຕ່າງປະເທດ ສະຫະຣັຖ ທີ່ອອກ ເຜີຍແພ່ ໃນວັນ ອັງຄານ ຜ່ານມາ.)
ອະວາຣີ
2012.06.20
F-HT-Villagers ເດັກນ້ອຍ ຊາວລາວ ໃນຊົນນະບົດ ໂດຍສະເພາະ ຊົນເຜົ່າກຸ່ມນ້ອຍ ທີ່ຕ້ອງເປັນຜູ້ ໄດ້ຮັບເຄາະ ຈາກພວກ ຄ້າມະນຸສ ຫຼາຍກວ່າ ປະຊາຊົນ ທົ່ວໄປ.
web-amerilao

ກະຊວງ ການຕ່າງ ປະເທດ ສະຫະຣັຖ ຣາຍງານ ອີກວ່າ ຄົນລາວ ຫລາຍຄົນ ຕ້ອງຈ່າຍເງິນ 70 ດອນລ່າ ສະຫະຣັຖ ຫຼືເຖິງ 200 ດອນລ່າ ໃຫ້ນາຍໜ້າ ເພື່ອຈະໄດ້ໄປ ເຮັດວຽກ ຢູ່ໄທ. ບາດໄປແລ້ວ ຄົນລາວ ຖືກກົດຂີ່ ຂູດຮີດ ເອົາລັດ ເອົາປຽບ ຖືກບັງຄັບໃຫ້ ເຮັດວຽກໜັກ ຜູ້ຍິງຖືກຂາຍ ໄປເປັນ ໂສເພນີ ຜູ້ຊາຍ ຖືກສົ່ງໄປ ເຮັດວຽກໜັກ ຢູ່ເຮືອຫາປາ ຫລື ໃຫ້ເຮັດກໍ່ສ້າງ. ຊາວລາວ ທີ່ເປັນຊົນເຜົ່າ ສ່ວນນ້ອຍ ແຮງຖືກ ກົດຂີ່ຂົ່ມເຫັງ ເພາະພວກເຂົາ ປາກເວົ້າ ແລະ ມີປະເພນີ ວັທນະທັມ ແຕກຕ່າງ ກັບຄົນໄທ.

ໃນຣາຍງານ ໄດ້ແຈ້ງອີກວ່າ ພວກວັຍລຸ້ນ ຄົນລາວ ໄປປະເທດໄທ ຊາວພະມ້າ ຊາວຈີນ ແລະ ຊາວວຽດນາມ ກໍໃຊ້ ປະເທດລາວ ເປັນທາງຜ່ານ ໄປເຮັດວຽກ ຢູ່ປະເທດອື່ນ ຫລື ເຂົ້າມາຢູ່ ສປປລາວ ເພື່ອທຳມາ ຫາກິນ ແລະຜູ້ຍິງ ວຽດນາມ ກໍມີຢ່າງ ຫຼວງຫຼາຍ ທີ່ຫາກິນ ດ້ວຍການເປັນ ໂສເພນີ.

ກະຊວງ ການຕ່າງ ປະເທດ ສະຫະຣັຖ ສເນີໃຫ້ ທາງການລາວ ໃຫ້ການ ຊ່ວຍເຫລືອ ແກ່ຜູ້ທີ່ ໄດ້ຮັບເຄາະຮ້າຍ ຈາກການ ຄ້າມະນຸດ ນັ້ນ ໃຫ້ຫລາຍຂື້ນ ແລະ ໃຫ້ລົງໂທດ ພວກ ຄ້າມະນຸດ ໜັກຂື້ນ. ໃນປີກາຍ ທາງການລາວ ມີຄວາມກ້າວໜ້າ ເລັກນ້ອຍ ໃນການປາບປາມ ການຄ້າມະນຸດ ເຊັ່ນໄດ້ ລົງໂທດ ພວກ ຄ້າມະນຸດ 37 ຄົນ ໄດ້ອອກ ກົດໝາຍ ລົງໂທດ ພວກຄ້າມະນຸດ ແຮງຂື້ນ ຄືຈະຈຳຄຸກ ແຕ່ຫ້າປີຂື້ນໄປ ຈົນເຖິງ ຈຳຄຸກ ຕລອດຊີວິດ.

ນອກເໜືອຈາກນັ້ນ ໂດຍອາສັຍ ການຊ່ວຍເຫລືອ ຈາກອົງການ ທີ່ບໍ່ຂື້ນກັບ ຣັຖບານ ທາງການລາວ ໄດ້ຈັດການ ຝຶກອົບຮົມ ຫົວ ໜ້າບ້ານ ແລະ ພະນັກງານ ໂຮງແຮມ ໃຫ້ຊ່ວຍ ປ້ອງກັນ ແລະ ປາບປາມ ການຄ້າມະນຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.