ໂສເພນີຢູ່ລາວເພີ້ມຂຶ້ນ

ໃນລາວ ມີບັນຫາ ຈໍານວນ ໂສເພນີ ເພີ່ມຂຶ້ນ ນັບມື້ ຊຶ່ງສາເຫດ ກໍມາຈາກ ການພັທນາ ທີ່ບໍ່ສົມດູນ ຣະຫວ່າງ ເຂດເມືອງ ແລະ ຊົນນະບົດ.
ມະນີຈັນ
2013.01.04

ເຈົ້າໜ້າທີ່ ຂັ້ນສູງ ກະຊວງ ສາທາຣະນະສຸກ ຮັບວ່າ ສັງຄົມລາວ ໃນ ປັດຈຸບັນ ກໍາລັງ ມີບັນຫາ ໂສເພນີ ທີ່ມີເພີ່ມຂຶ້ນ ອັນສໍາຄັນ ແມ່ນຍ້ອນ ການພັທນາ ເສຖກິດ ທີ່ບໍ່ເທົ່າທຽມ ກັນ ຣະຫວ່າງ ຕົວເມືອງ ກັບ ຊົນນະບົດ ເຮັດໃຫ້ ປະຊາຊົນ ໃນ ເຂດ ຊົນນະບົດ ທີ່ຍາກຈົນນັ້ນ ພາກັນ ດີ້ນຮົນ ເຂົ້າໄປຊອກ ວຽກເຮັດ ຢູ່ໃນຕົວເມືອງ ຫລື ໃນເຂດທີ່ມີ ໂຄງການ ລົງທຶນ ຂອງ ຕ່າງປະເທດ. ໂຄງການ ສ້າງເຂື່ອນ ໂຄງການ ຂຸດຄົ້ນ ແຮ່ທາດ ໂຄງການ ກໍ່ສ້າງໂຄງຮ່າງ ພື້ນຖານ ຕ່າງໆ ແລະ ເຂດເສຖກິດ ພິເສດ ຫລື ເຂດເສຖກິດ ສະເພາະ ລ້ວນແຕ່ ເປັນ ປັດຈັຍ ທີ່ກໍ່ໃຫ້ມີ ໂສເພນີ.

ການແກ້ໄຂ ບັນຫາ ໂສເພນີ ທີ່ມີຫລາຍ ເພີ່ມຂຶ້ນ ໃຫ້ໝົດໄປ ຈາກ ສັງຄົມນັ້ນ ບໍ່ເປັນເຣື່ອງງ່າຍ ເພາະແມ່ຍິງ ທີ່ຂາຍ ບໍຣິການ ທາງເພດ ຢູ່ລາວ ສ່ວນໃຫຍ່ ຈະເປັນແບບ ແອບແຝງ ຕາມ ຮ້ານກິນດື່ມ ແລະ ສະຖານບັນເທິງ ຕ່າງໆ. ທ່ານກ່າວວ່າ:

"ໂຄງການ ກໍ່ສ້າງໂຄງລ່າງ ການກໍ່ສ້າງ ເຂື່ອນ ສ້າງຖນົນ ຫົນທາງ ຫລືວ່າການ ລົງທຶນ ຂອງ ຕ່າງປະເທດ ການຂຸດຄົ້ນ ບໍ່ແຮ່ ບ້ານພັກ ຮ້ານບັນເທິງ ຕ່າງໆ ພ້ອມກັນນັ້ນ ຈໍານວນສາວ ບໍຣິການ ກໍເພີ່ມຂຶ້ນ ໂດຍສະເພາະ ສາວບໍຣິການ ແອບແຝງ".

ຍິ່ງໄປກວ່ານັ້ນ ຍັງເປັນບັນຫາ ທີ່ເຮັດໃຫ້ ຄົນລາວ ຕິດເຊື້ອ HIV ແລະ ເປັນໂຣຄ AIDS ເພີ່ມຫລາຍຂຶ້ນ ຢ່າງໄວວາ ນໍາອີກ. ການສໍາຣວດ ໃນຊ່ວງທ້າຍປີ ຜ່ານມາ ພົບວ່າມີ ຜູ້ຕິດ ເຊື້ອ HIV ທັງໝົດ 5260 ຄົນ. ໃນນັ້ນ ເປັນໂຣຄ AIDS 3282 ຄົນ ແລະ ເສັຽຊີວິດ ໄປແລ້ວ 1334 ຄົນ. ສິ່ງທີ່ໜ້າ ເປັນຫ່ວງ ຫລາຍຂຶ້ນຕື່ມ ກໍຄືເຣື້ອງ ບໍຣິການ ດ້ານປີ່ນປົວ ແລະ ຮັກສາສຸຂພາບ ໃນລາວ ສໍາລັບຄົນ ທີ່ຕິດເຊື້ອ HIV-AIDS ຍັງບໍ່ທົ່ວເຖິງ ເຮັດໃຫ້ ປະຊາຊົນລາວ ມີຄວາມ ສ່ຽງສູງ ທີ່ຈະຕິດ ເຊື້ອໂຣຄ ດັ່ງກ່າວ ຫລາຍຂຶ້ນ ນັບມື້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.