ການສ້າງຣະບົບປ້ອງກັນ ຕາຝັ່ງເຈື່ອນ ຢຸດສງັກ

2009-06-28

ການສ້າງ ຣະບົບປ້ອງກັນ ຕາຝັ່ງເຈື່ອນ ຢູ່ຕໍ່ໜ້າ ນະຄອນຫລວງ ວຽງຈັນ ຢຸດສງັກລົງ ເພາະສອງ ບໍຣິສັດ ໄດ້ຮັບສັມປະທານ ການກໍ່ສ້າງ ໂຄງການດຽວກັນ ແລະ ປັດຈຸບັນ ກຳລັງ ຂັດແຍ້ງກັນແຮງ ເຖິງຂັ້ນຟ້ອງກັນ ຂື້ນສານ.

Photo by RFA

ຕາຝັ່ງ ແຄມຂອງ ບ້ານເກົ້າລ້ຽວ ເຈື່ອນ ຢ່າງໜ້າວິຕົກ

ການກໍ່ສ້າງ ຣະບົບປ້ອງກັນ ຕາຝັ່ງເຈື່ອນ ແລະ ພັທນາແຄມຂອງນັບແຕ່ ທ່າປາກປ່າສັກ ລົງໄປຫາໂຮງໝໍມະໂຫສົດໄດ້ຢຸດຕິລົງຢ່າງບໍ່ມີກຳນົດ ເມື່ອສັບປະດາທີ່​​ແລ້ວເພາະມີສອງ ບໍຣິສັດ ຕ່າງກໍມີສັນຍາສັມ ປະທານໃນໂຄງການການ ກໍ່ສ້າງດັ່ງກ່າວແລະ​​ ເມື່ອບໍ່ດົນຜ່ານມາໃນຂະນະທີ່ ບໍຣິສັດນຶ່ງກຳລັງກໍ່ສ້າງຢູ່ ອີກບໍຣິສັດນຶ່ງ ພັດມາຂັດຂວາງແລະ ພະນັກງານຂອງທັງສອງ ບໍຣິສັດໄດ້ປະທະຄາລົມຢ່າງ​​ແຮງເຖິງຂື້ນຝ່າຍນຶ່ງ ໄດ້ຈົກປືນອອກມາຂູ່ແຕ່ໃນທີ່ສຸດ ກໍບໍ່ມີເຫດຮ້າຍແນວໃດເກີດຂື້ນ ທັງບໍຣິສັດໄດ້ຟ້ອງກັນ ຂື້ນສານ.

ບໍຣິສັດ​​ທັງສອງ ຂັດແຍ້ງກັນ ຍ້ອນທາງການລາວ ໃຫ້ສັມປະທານ​ ​ແກ່ສອງບໍຣິສັດນີ້ ສຳຣັບກໍ່ສ້າງໂຄງການດຽວກັນ. ​ເຣື່ອງມີຢູ່ວ່າ ຣັຖບານລາວໃຫ້ສັມປະທານ ແກ່ບໍຣິສັດ Modern Home ຂອງໄທແຕ່ປີ 1999 ​ເພື່ອກໍ່ສ້າງ ຣະບົບປ້ອງກັນຕາຝັ່ງເຈື່ອນ ຢູ່ຕໍ່ໜ້າ ນະຄອນຫລວງວຽງຈັນ​ ​ແຕ່​​ນັບແຕ່ປີນັ້ນ ມາເຖິງປີກາຍ ບໍຣິສັດນີ້ ບໍ່ໄດ້ເລິ້ມການກໍ່ສ້າງແນວໃດເລີຍ ຫາກໍເລິ້ມເມື່ອບໍ່ດົນຜ່ານມາ; ​ໃນຂະນະດຽວກັນ ເມື່ອຕົ້ນປີນີ້ ຣັຖບານລາວ ໄດ້ຮັບເງິນກູ້ຢືມ ດ້ວຍດອກເບັ້ຍຕ່ຳຈາກເກົາຫລີໃຕ້​ 37 ລ້ານດອນລ່າສະຫະຣັຖເພື່ອສ້າງຣະບົບ ປ້ອງກັນຕາຝັ່ງເຈື່ອນນັ້ນແລະ ໃນເມື່ອຢືມເງິນຈາກເກົາຫລີໃຕ້ ທາງຣັຖບານລາວ ກໍຕ້ອງໃຫ້ ສັມປະທານ ແກ່ບໍຣິສັດ ເກົາຫລີໃຕ້ ເປັນຜູ້ຮັບເໝົາ ກໍ່ສ້າງ.

ກ່ອນນີ້ບໍ່ດົນ ທາງບໍຣິສັດເກົາຫລີໃຕ້ ໄດ້ພະຍາຍາມ ຕົກລົງ ກັບບໍຣິສັດຂອງໄທ ຄື ໄດ້ເນີ ຈະຈ່າຍຄ່າກໍ່ສ້າງ ທີ່ບໍຣິສັດຂອງໄທ ໄດ້ເລິ້ມໄປແລ້ວນັ້ນຄືນແຕ່ປະກົດວ່າ ບໍ່ສາມາດຕົກລົງກັນໄດ້. ສິ່ງທີ່ເຮັດໃຫ້ ເຣື່ອງນີ້ ຍຸ້ງຍາກຕື່ມ ກໍແມ່ນ ບໍຣິສັດ Modern Home ຂອງໄທ ມີ​ຫຸ້ສ່ວນ ກັບບໍຣິສັດ ຍັກໃຫຍ່ຂອງລາວ ແລະ ມີຜູ້ທີ່ມີອິດທິພົນດ້ານການເມືອງ ແລະ ການເງິນ ຂອງລາວໜູນຫລັງຢູ່.

ຄວາມເຫັນ

ທ່ານສາມາດອອກຄວາມເຫັນໄດ້ໂດຍຂຽນຂໍ້ຄວາມໃສ່ຂ້າງລຸ່ມນີ້. (ໃຊ້ຮູປແບບທັມມະດາ).ຄວາມເຫັນທັງໝົດຕ້ອງຜ່ານການກວດກາແລະຈະບໍ່ອອກໃຫ້ເຫັນໃນປັດຈຸບັນ. ກະຣຸນາກວດເບິ່ງໃໝ່ໃນອີກບໍ່ດົນ ບາງທີຄວາມເຫັນຂອງທ່ານໄດ້ຂື້ນຕິດໄວ້ແລ້ວ.




ຂຽນແລະເຣື້ອງຂອງທ່ານ

ອີເມວລ໌ ເຣື້ອງ
ລົງທະບຽນເປັນສະມາຊິກ
ພິມເຣື້ອງນີ້
ປັນກັນອ່ານ