ບັນຫາການ ດູດດິນຊາຍ ຕາມລໍາແມ່ນໍ້າຂອງ ຂອງຝ່າຍໄທ ສ້າງຜົນກະທົບ ຕໍ່ສະພາບແວດລ້ອມ ພາຍໃນແຂວງ ບໍລິຄໍາໄຊ ພໍສົມຄວນ.
ທີ່ຜ່ານມາ ບັນຫາການ ດູດດິນຊາຍ ຕາມລໍາ ແມ່ນໍ້າຂອງ ໃນເຂດແຂວງ ບໍລິຄໍາໄຊ - ໜອງຄາຍ ໂດຍເອກກະຊົນໄທ ຊຶ່ງບໍ່ໄດ້ ປະຕິບັດຕາມ ກົດລະບຽບ ທີ່ໄດ້ລະບຸໄວ້ ລະຫວ່າງ ລາວ ແລະ ໄທ ເຮັດໃຫ້ເກີດ ຜົນກະທົບ ຕໍ່ສະພາບແວດລ້ອມ ພາຍໃນແຂວງ ບໍລິຄໍາໄຊ ຫລາຍພໍສົມຄວນ ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງ ທ່ານນຶ່ງ ເປີດເຜີຍວ່າ:
“ເວົ້າເຣື້ອງ ການດູດແຫ່ ຕາມລໍາ ແມ່ນໍ້າຂອງ ປັດຈຸບັນ ກໍມີ ຫລາຍບໍລິສັດ ທີ່ຂະເຈົ້າ ເຂົ້າມາດູດ ແບບວ່າ ມັນກາຍຂອບເຂດ ຂອງເສັ້ນ ຊາຍແດນ ກາຍແລ່ງຫ້າມ ຂອງ ຂະເຈົ້າ ເພາະວ່າ ດູດເອົາໄປພຸ້ນເບິດ ແລ້ວບາດນີ້ ເຣື້ອງແລວນໍ້າ ມັນມີການປ່ຽນແປງ ກໍຊັດໆ ເຂົ້າມາເບື້ອງນີ້ ເຮັດໃຫ້ ຕາຝັ່ງ ມີການ ພັງຫລາຍ ແຕ່ລະປີ ບໍ່ແມ່ນໜ້ອຍ.”
ທ່ານເວົ້າ ຕື່ມວ່າ ເຖິງແມ່ນຈະມີ ລະບຽບ ຮ່ວມກັນ ບົ່ງໄວ້ ຄັກແນ່ ແຕ່ຜູ້ປະກອບການ ທາງຝ່າຍໄທ ສ່ວນຫລາຍ ມັກຈະສວຍໂອກາດ ເຂົ້າມາດູດຊາຍ ຫີນ ໃນເບື້ອງ ແມ່ນໍ້າຂອງ ຝັ່ງແຂວງ ບໍລິຄໍາໄຊ ຫລາຍເກີນໄປ ຈຶ່ງເຮັດໃຫ້ ແລວນໍ້າຂອງ ມີການປ່ຽນແປງ ແລະ ເຮັດໃຫ້ ຕາຝັ່ງ ພື້ນທີ່ ເມືອງ ທ່າພະບາດ ແລະ ເມືອງປາກຊັນ ເຈື່ອນລົງ ທຸກໆປີ ຊຶ່ງບັນຫານີ້ ທາງຝ່າຍລາວ ເຄີຍສເນີ ຮ້ອງຂໍໃຫ້ ທາງການໄທ ເຂົ້າມາຊ່ອຍ ເບິ່ງແຍງແກ້ໄຂ ແຕ່ກໍຍັງບໍ່ມີຜົນ ຄືບໜ້າ ເທົ່າທີ່ຄວນ.
ໃນຂະນະດຽວກັນ ທ່ານກໍໄດ້ ເວົ້າວ່າ ການດູດ ຊາຍ ຫລື ຫີນ ຂອງທາງຝ່າຍລາວ ໄດ້ປະຕິບັດ ຕາມກົດລະບຽບ ທີ່ວາງໄວ້ ເປັນຢ່າງດີ ແຕ່ກໍໄດ້ ກວດກາ ຢ່າງເຂັ້ມງວດ ຢ່າງສມໍ່າສເມີ ເພື່ອບໍ່ໃຫ້ ສົ່ງຜົນກະທົບ ຕໍ່ຝ່າຍໃດ.
ເຖິງຢ່າງໃດກໍຕາມ ແຂວງບໍລິຄໍາໄຊ ກໍພະຍາຍາມ ທີ່ຈະຊອກຫາ ງົບປະມານ ເພື່ອມາປັບປຸງ ຮັກສາ ຕາຝັ່ງທີ່ເຈື່ອນ ເຖິງວ່າ ຈະເປັນພຽງການແກ້ໄຂ ສະເພາະໜ້າ ກໍຕາມ.|
|
ອີເມວລ໌ ເຣື້ອງ |
|
|
ດາວໂຫລດເຣື້ອງນີ້ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |
|
|
ປັນກັນອ່ານ |
ໂຄງການບໍ່ແຮ່ ອາຈປ່ອຍສານເຄມີ ໄຫລສູ່ແມ່ນໍ້າ
ບັນຫາຫມອກຄວັນ ຈາກການຈູດປ່າຖາງໄຮ່
ຫລາຍບໍຣິສັດລົງທຶນ ຫລີກລ້ຽງ ການສໍາຣວດ ສະພາບແວດລ້ອມ
MRC ສແວງຫາຄວາມຮ່ວມມືຈາກຈີນ ເພື່ອແກ້ໄຂບັນຫາ ແມ່ນໍ້າຂອງແຫ້ງ
ລາວ-ໄທຽ ຮ່ວມສຶກສາ ຣະດັບນໍ້າຂອງ
ຄວາມແຫ້ງແລ້ງ ວຽດນາມເຝົ້າຣະວັງ ໄຟໃໝ້ປ່າ
ກອງປະຊຸມ ແຜນພັທນາ ອ່າງນໍ້າເຊກອງ
ນໍ້າຂອງບົກແຫ້ງ ແຂວງບໍ່ແກ້ວກັງວົນ
ຄວາມເຫັນ
ອອກຄວາມເຫັນຂອງທ່ານດ້ວຍການເຕີມຂໍ້ມູນໃສ່ໃນຟອມຣ໌ຢູ່ດ້ານລຸ່ມນີ້. ຄວາມເຫັນທັງ ໝົດຕ້ອງໄດ້ຮັບອະນຸຍາດຈາກຜູ້ກວດກາຄວາມເໝາະສົມຈຶ່ງນໍາມາອອກໄດ້ທັງໃຫ້ສອດ ຄ່ອງກັບເງື່ອນໄຂໃນການໃຊ້ຂອງວິທຍຸເອເຊັຍເສຣີ. ຄວາມເຫັນທັງໝົດຈະບໍ່ປາກົດອອກ ໃຫ້ເຫັນພ້ອມບາດໂລດ. ວິທຍຸເອເຊັຍເສຣີບໍ່ຮັບຜິດຊອບໃນຂໍ້ມູນເນື້ອຄວາມທີ່ນໍາມາ ອອກ.
ເບິ່ງຄວາມເຫັນທັງໝົດ.