ປັດຈຸບັນ ການຟ້ອງຮ້ອງ ກໍາລັງ ຢູ່ໃນຂັ້ນຕອນ ການຍື່ນເອກກະສານ ເພີ້ມຕືມ ໃຫ້ແກ່ສານ ສ່ວນໜັງສື ຄັດຄ້ານ ໂຄງການເຂື່ອນ ໄຊຍະບຸຣີ ທີ່ສົ່ງຫາຫ້ອງການ ນາຍົກ ຣັຖມົນຕຣີໄທ ນັ້ນ ທາງສໍານັກນາຍົກ ຣັຖມົນຕຣີ ແຈ້ງວ່າໄດ້ຮັບເອົາ ເອກກະສານ ມາພິຈາຣະນາ ຮຽບຮ້ອຍແລ້ວ. ນາງ ສໍຣັຕນະມະນີ ພົລກ້າ ທະນາຍຄວາມ ຂອງເຄືອຂ່າຍ ຜູ້ຮັບຜິດຊອບ ໃນກໍຣະນີ ເວົ້າວ່າ:
"ເຣື່ອງຈົດໝາຍຫາ ນາຍົກ ເຂົາຕອບກັບມາວ່າ ໄດ້ຮັບ ສ່ວນເຣື່ອງ ຂໍຄຸ້ມຄອງນີ້ ຈະຕ້ອງລໍໃຫ້ສານ ເປັນຜູ້ສັ່ງ ຊຶ່ງປັດຈຸບັນ ສານໄດ້ສັ່ງໃຫ້ເຮົາ ສົ່ງເອກກະສານ ເພີ້ມຕື່ມ ຊຶ່ງຖ້າຫາກສານ ຍັງບໍ່ທັນສັ່ງ ຮັບຟັງ ເຮົາກໍຂໍຄຸ້ມຄອງ ບໍ່ໄດ້".
ນາງເວົ້າຕໍ່ໄປ ອີກວ່າ ທາງເຄືອຂ່າຍ ປະຊາຊົນ 8 ແຂວງ ລຸ່ມແມ່ນໍ້າຂອງ ປະເທດໄທ ຈະສາມາດ ສົ່ງເອກກະສານ ຄົບຖ້ວນໃຫ້ສານ ປົກຄອງ ພາຍໃນເດືອນ ກັນຍາ 2012 ນີ້ ແລະ ເມື່ອສານຮັບຄໍາ ຟ້ອງຮ້ອງ ທາງເຄືອຂ່າຍ ກໍຈະຍື່ນເຣື່ອງ ຂໍຄຸ້ມຄອງຄະດີ ຊຶ່ງຫາກສານສັ່ງ ຄຸ້ມຄອງຄະດີ ກໍຈະມີຜົນ ໃຫ້ສັນຍາຊື້ ກະແສໄຟຟ້າ ຈາກ ໂຄງການ ເຂື່ອນ ໄຊຍະບຸຣີ ຕ້ອງໄດ້ປະໄວ້ກ່ອນ ຈົນຮອດມື້ທີ່ສານ ຕັດສິນຄະດີ ສໍາເຣັດຮຽບຮ້ອຍ.
ນາງເວົ້າກ່ຽວກັບ ເອກກະສານ ທີ່ໄດ້ສົ່ງຫາ ສໍານັກນາຍົກ ວ່າ ສິ່ງທີ່ທາງເຄືອຂ່າຍ ຕ້ອງການ ຄືການຕັດສິນໃຈ ຂອງ ນາຍົກຣັຖມົນຕຣີ ໄທ ວ່າຈະເຫັນພ້ອມ ກັບການສເນີ ໃຫ້ໂຈະ ການຊື້ໄຟຟ້າ ໄວ້ກ່ອນ ເພື່ອປ່ອຍໃຫ້ ມີການສຶກສາ ເພີ້ມຕື່ມຫລືບໍ່ ແລະ ໃນເວລາດຽວກັນ ທາງເຄືອຂ່າຍ ກໍກໍາລັງສເນີ ຂໍເຂົ້າພົບ ນາຍົກ ຣັຖມົນຕຣີ ໄທ ໂດຍຕຣົງ.
