ລາວຍັງມີທາງເລືອກ ນອກຈາກເຂື່ອນ

ນັກວິຊາການ ພລັງງານ ລາວ ທ່ານນຶ່ງ ໃຫ້ຄວາມເຫັນວ່າ ມີທາງເລືອກອື່ນ ທີ່ດີກວ່າ ເຂື່ອນ ໄຊຍະບູຣີ.

0:00 / 0:00

ນັກວິຊາການ ດ້ານພລັງງານ ຂອງລາວ ທີ່ບໍ່ປະສົງ ອອກຊື່ ທ່ານນຶ່ງ ໃຫ້ຄວາມເຫັນ ກ່ຽວກັບ ໂຄງການເຂື່ອນ ໄຊຍະບູຣີ ຫລັງຈາກ ທີ່ຣັຖບານລາວ ມີທ່າທີວ່າ ຈະດໍາເນີນ ການກໍ່ສ້າງ ຢູ່ຕໍ່ໄປ ໂດຍບໍ່ຟັງສຽງ ຕໍ່ຕ້ານ ຂອງປະຊາຊົນ ແລະ ປະເທດເພື່ອນບ້ານ ນັ້ນວ່າ ຕາມຂໍ້ມູນ ຂອງທາງການ ປະຊາຊົນລາວ ທີ່ບໍ່ມີ ໄຟຟ້າ ໃຊ້ເຖິງ 70 ເປີເຊັນ ແລະການ ປະເມີນ ຄວາມຕ້ອງ ການໄຟຟ້າ ກໍຫລາຍເກີນ ຄວາມເປັນຈິງ. ປະຊາຊົນ ໃນເຂດ ຊົນນະບົດ ຕ້ອງການໄຟຟ້າ ໃຊ້ບໍ່ຫລາຍ ເພື່ອໃຫ້ແສງສວ່າງ ໃນຕອນກາງຄືນ ເບິ່ງໂທຣະທັດ ຫລື ຟັງວິທຍຸ ເທົ່ານັ້ນ.

ໃນເມື່ອ ຄວາມຕ້ອງການ ໄຟຟ້າ ພາຍໃນປະເທດ ໜ້ອຍ ການທີ່ຣັຖບານ ຈະສ້າງເຂື່ອນ ຂນາດໃຫຍ່ ເພື່ອຜລິດໄຟຟ້າ ຂາຍໃຫ້ ປະເທດເພື່ອນບ້ານ ນັ້ນຈຶ່ງບໍ່ມີ ຄວາມຈໍາເປັນ ແລະ ອີກຢ່າງນຶ່ງ ປະເທດລາວ ກໍໜ້າຈະມີ ທາງເລືອກ ດ້ານພລັງງານ ທີ່ດີກວ່າ ການກໍ່ສ້າງ ເຂື່ອນ ໄຊຍະບູຣີ:

"ຄິດວ່າເຮົາ ຍັງມີທາງເລືອກ ອື່ນໆ ທີ່ດີກວ່ານີ້ ໃນທັສນະ ສ່ວນຕົວ ແລ້ວກໍມັນ ບໍ່ຈໍາເປັນ ປານໃດ ຄິດວ່າເຮົາ ຫາທາງເລືອກອື່ນໆ ມາທົດແທນ ເຂື່ອນ ໄຊຍະບູຣີ ໜ້າຈະດີກວ່າ ເພາະການສ້າງ ເຂື່ອນ ນັ້ນຈະບໍ່ຄຸ້ມຄ່າ ຫາກທຽບໃສ່ ຜົນກະທົບ ຢ່າງຫລວງຫລາຍ ທີ່ອາຈເກີດຂຶ້ນ ຕໍ່ປະຊາຊົນ ແລະ ສິ່ງແວດລ້ອມ".

ຂໍ້ມູນ ຂອງອົງການ ທີ່ບໍ່ເປັນຂອງ ຣັຖບານ NGO ດ້ານພລັງງານ ແລະ ສິ່ງແວດລ້ອມ ຫລາຍອົງການ ໃນປະເທດລາວ ທີ່ເປີດເຜີຍ ຕໍ່ກອງປະຊຸມ Know your Power ເມື່ອເດືອນ ມົກກະຣາ 2012 ວ່າ ປະເທດ ສ່ວນຫລາຍ ສນັບສນູນ ໃຫ້ລາວ ໃຊ້ແຫລ່ງ ພລັງງານ ທົດແທນ ການສ້າງເຂື່ອນ ເຊັ່ນເຄື່ອງຜລິດ ໄຟຟ້າ ນໍ້າຕົກ ພລັງງານ ແສງອາທິດ ຫລື ຫາກສ້າງເຂື່ອນ ກໍຄວນສ້າງ ໃນຂນາດນ້ອຍ ໃນລໍານໍ້າ ສາຂາ ແທນການສ້າງ ເຂື່ອນໃຫຍ່ ໃສ່ ແມ່ນໍ້າຂອງ.