ນັກວິຊາການ ພລັງງານລາວ ເວົ້າວ່າ ຄວນໃຫ້ມີການ ສຶກສາ ສໍາຣວດ ຄວາມຄິດເຫັນ ຂອງ ປະຊາຊົນ ວ່າຕ້ອງການ ເຂື່ອນ ໄຊຍະບຸຣີ ຫລືບໍ່ ແລ້ວເອົາມາ ສັ່ງຊາເບີ່ງ ກ່ອນທີ່ຈະ ເລີ້ມກໍ່ສ້າງ. ນັກວິຊາການ ຜູ້ບໍ່ປະສົງ ອອກຊື່ເວົ້າວ່າ:
"ການທໍາ ປະຊາພິຈານ ປະຊາຊົນ ຢູ່ເຂດ ຢູ່ບ້ານ ປາກບົນ ບ່ອນທີ່ເຂົາ ຈະຍ້າຍບ້ານ ຈຸດປະສົງ ກໍຄືຂະເຈົ້າ ຍັງບໍ່ໄດ້ຮັບ ຂໍ້ມູນວ່າ ລົບແນວໃດ ໃນທາງບວກ ແນວໃດ ປະເທດລາວ ຊີ່ໄດ້ເທົ່າໃດ ຊີ່ເສັຍແນວໃດ ເອົາເປັນວ່າ ທາງລົບທັງ 2 ແງ່ຄື ແລ້ວໃຫ້ມາ ສົມທຽບ ບວກລົບຄູນຫານ ກັນແໝ ມັນກໍບໍ່ ຄ່ອຍມີ".
ທ່ານເວົ້າຕໍ່ໄປວ່າ ຕາມຫລັກ ໃນການເຮັດ ປະຊາພິຈານ ນັ້ນຣັຖບານ ຕ້ອງໃຫ້ ຂໍ້ມູນແກ່ ຊາວບ້ານທັງ 2 ດ້ານ ທັງຂໍ້ດີ ແລະຂໍ້ເສັຍ ແລ້ວໃຫ້ ປະຊາຊົນ ຕັດສິນໃຈເອງ ວ່າຢາກໃຫ້ ສ້າງເຂື່ອນ ຫລືບໍ່ ຈຶ່ງຈະຖືກຕ້ອງ ຫາກຈະດໍາເນີນ ການສ້າງເຂື່ອນ ແທ້. ແຕ່ສໍາລັບ ເຂື່ອນ ໄຊຍະບຸຣີ ນັ້ນບໍ່ໄດ້ມີ ການສອບຖາມ ຄວາມຄິດ ຄວາມເຫັນ ຂອງ ປະຊາຊົນ ຜູ້ທີ່ຈະໄດ້ ຮັບຜົນກະທົບ ໂດຍຕຣົງ ເລີຍ.
ເພື່ອຄວາມ ກະຈ່າງແຈ້ງ ກ່ຽວກັບ ເຣື່ອງນີ້ ວິທຍຸ ເອເຊັຍເສຣີ ໄດ້ຖາມ ເຈົ້າໜ້າທີ່ ກະຊວງ ພລັງງານ ແລະ ບໍ່ແຮ່ແລ້ວ ຈື່ງໄດ້ຮັບ ຄໍາຕອບວ່າ ຜ່ານມາ ທາງການ ກ່ຽວຂ້ອງ ກໍໄດ້ສອບຖາມ ສໍາຣວດ ຄວາມຄິດເຫັນ ຂອງຊາວບ້ານ ກ່ອນຈະສ້າງ ເຂື່ອນ ໂດຍທົ່ວໄປ ແຕ່ສໍາລັບ ເຂື່ອນ ໄຊຍະບຸຣີ ບໍ່ສາມາດ ເປີດເຜີຍ ຂໍ້ມູນໄດ້.
ນັກວິຊາການ ສລຸບວ່າ ປະຊາຊົນ ຊາວບ້ານ ນັກວິຊາການ ແລະ ສື່ມວລຊົນ ທົ່ວໄປ ຢາກໃຫ້ ຣັຖບານ ແລະເຜີຍແພ່ ຂໍ້ມູນກ່ຽວກັບ ຜົນດີ ແລະຜົນເສັຍ ໃນການສ້າງ ເຂື່ອນ ໄຊຍະບຸຣີ ຫຼາຍກວ່ານີ້ ເພາະທີ່ຜ່ານມາ ມີແຕ່ ສື່ມວລຊົນ ຕ່າງປະເທດ ແລະ NGOs ສເນີຂໍ້ມູນ ຂ່າວສານ ກ່ຽວກັບ ການສ້າງເຂື່ອນ ໄຊຍະບຸຣີ.