ຜູ້ຊ່ຽວຊານ ເຄືອຂ່າຍ ພະລັງງານ ເພື່ອນິເວດ ວິທຍາ ແມ່ນໍ້າຂອງ ເປີດເຜີຍຕໍ່ ວິທຍຸ ເອເຊັຍ ເສຣີວ່າ ສໍາລັບ ການສ້າງເຂື່ອນ ໄຟຟ້າ ໃນລາວນັ້ນ ສິ່ງທີ່ປະຊາຊົນ ແລະ ຣັຖບານ ຄວນໃຫ້ຄວາມ ສົນໃຈ ແລະສຶກສາ ໃຫ້ລະອຽດນັ້ນ ແມ່ນກ່ຽວກັບ ສັນຍາ ການຊື້ຂາຍ ກະແສ ໄຟຟ້າ ທີ່ຈະຕ້ອງມີ ຫລັກປະກັນວ່າ ປະຊາຊົນລາວ ແລະ ສິ່ງແວດລ້ອມ ໃນລາວ ຈະມີຜົນ ກະທົບ ໜ້ອຍທີ່ສຸດ. ຜູ້ຊ່ຽວຊານ ເວົ້າວ່າ:
"ສິ່ງທີ່ ເປັນຜົນປໂຍດ ຂອງລາວ ກໍຄື ການພຍາຍາມ ສ້າງຫລັກປະກັນ ເຮັດໃຫ້ ໂຄງການ ບໍ່ມີ ຜົນກະທົບ ໃຫ້ໂຄງການ ມີຄຸນນະພາບ ຫລາຍທີ່ສຸດ ອັນນັ້ນຄື ຜົນປໂຍດ ຂອງລາວ ຫາກບໍ່ໄດ້ ສິ່ງເຫລົ່ານີ້ ຊຶ່ງລາວ ໄດ້ໜ້ອຍຢູ່ແລ້ວ ລາວແຫ່ງຈະໄດ້ ໜ້ອຍໄປອີກ".
ທ່ານ ອະທິບາຍ ຕໍ່ໄປວ່າ ການເຊັນສັນຍາ ຊື້ຂາຍ ກະແສ ໄຟຟ້າ ສ່ວນຫລາຍ ບໍ່ວ່າຈະຢູ່ ໃນປະເທດ ລາວຫລືໄທ ຈະຄິດຫາແຕ່ ຜົນກໍາໄຣ ຫລາຍກວ່າ ຜົນກະທົບ ເຮັດໃຫ້ສັນຍາ ເກືອບທຸກໆ ສະບັບ ຜູ້ລົງທຶນ ຈະໄດ້ກໍາໄຣ ສູງສຸດ ແຕ່ຜູ້ທີ່ໄດ້ ຮັບຜົນກະທົບ ຄືປະຊາຊົນ ຈະເສັຍປຽບ. ທ່ານໄດ້ຍົກ ຕົວຢ່າງ ການເຮັດສັນຍາ ກໍຣະນີ ເຂື່ອນນໍ້າເທີນ 2 ທີ່ບໍ່ຄິດເຖິງ ຜົນກະທົບ ວ່າ:
"ກໍຣະນີ ເຊບັ້ງໄຟ ກັບນໍ້າເທີນ ຫາກເຮົາ ສຶກສາ ໃຫ້ລະອຽດ ຈະພົບວ່າ ໃນຂນະທີ່ ນໍ້າເຊບັ້ງໄຟ ຂຶ້ນສູງ ເຖິງຂນາດ ຖ້ວມໄດ້ ຕາມສັນຍາ ນໍ້າເທີນ 2 ຍັງແລ່ນເຄື່ອງຈັກ ໄຟຟ້າຢູ່. ຕາມສັນຍາ ກັບ ການໄຟຟ້າ ແຫ່ງປະເທດໄທ ຍັງໃຫ້ແລ່ນ ເຄື່ອງຈັກ ໄຟຟ້າ ຢູ່ ເພາະສັນຍາ ຕົກລົງກັນໄວ້ ມັນສູງເກີນໄປ ຖ້າຫາກວ່າ ຣະດັບນໍ້າ ຂຶ້ນສູງ ແລະ ຍັງແລ່ນ ເຄື່ອງຈັກຢູ່ ຈະເຮັດໃຫ້ ນໍ້າຖ້ວມ ພາກລຸ່ມ ຢ່າງຫລວງຫລາຍ".
ທ່ານເວົ້າ ສລຸບວ່າ ຫາກຄົນລາວ ແລະ ຣັຖບານ ບໍ່ສຶກສາ ສັນຍາ ໃຫ້ຣະອຽດ ຮອບຄອບ ແລະ ຫາກສັນຍາ ບໍ່ຮັບປະກັນ ຜົນກະທົບ ກໍຈະເຮັດໃຫ້ ຄົນລາວ ເສັຍຜົນປໂຍດ ແທນທີ່ ຈະໄດ້ຮັບ ຜົນປໂຍດ ຈາກ ການສ້າງເຂື່ອນ.
