ຊາວບ້ານຝາກຄວາມຫວັງ ໄວ້ນໍາເຂື່ອນ

ປະຊາຊົນ ທ້ອງຖິ່ນ ທີ່ແຂວງ ໄຊຍະບູຣີ ຫວັງວ່າ ເຂື່ອນ ຈະເຮັດໃຫ້ ຊິວິດ ຂະເຈົ້າ ດີຂື້ນ ແຕ່ ນັກວິຊາການ ຍັງກັງວົນ ກ່ຽວກັບ ຜົລກະທົບ.
ສິດນີ
2012.11.27

ຊາວບ້ານຫ້ວຍສຸຍ ຊື່ງເປັນບ້ານ ທຳອິດ ທີ່ຈະຖືກ ໂຍກຍ້າຍ ອອກຈາກພື້ນທີ່ ສ້າງເຂື່ອນ ໄຊຍະບູຣີ ໄດ້ເປີດເຜີຍ ຕໍ່ນັກຂ່າວ ສີ່ງແວດລ້ອມ ຂອງໄທ ວ່າ ພວກຂະເຈົ້າ ຫວັງວ່າ ເຂື່ອນ ໄຊຍະບູຣີ ຈະເຮັດໃຫ້ ຊິວີດ ຂອງພວກຂະເຈົ້າ ດີຂື້ນ ເຖິງແມ່ນ ຍັງບໍ່ຮູ້ວ່າ ອະນາຄົດ ຈະເປັນຢ່າງໃດ ຍັງຈະຕຶກປາ ໄດ້ຄືເກົ່າ ຫລືບໍ່ ຫລັງຈາກສ້າງ ເຂື່ອນ. ເລົາເວົ້າວ່າ:

"ຜູ້ເຖົ້າຜູ້ແກ່ ກໍຢາກໄດ້ແທ້ ຢາກໄດ້ນ້ຳໄຫລ ໄຟສະວ່າງ ໄປມາສະດວກ ໄປມາຮູ້ຈັກ ນ້ຳໄຫລ ໄຟສະວ່າງ ເຮັດນາ ສອງຣະດູ ແຫລະ".

ເລົາເວົ້າ ຕໍ່ໄປວ່າ ເຈົ້າຫນ້າທີ່ ຣັຖບານ ໄດ້ເວົ້າຂໍ້ດີ ກ່ຽວກັບ ເຂື່ອນ ໃຫ້ຊາວບ້ານຟັງ ລາວວ່າ ຂໍ້່ດີຂອງ ເຂື່ອນ ໄຊຍະບູຣີ ກໍມີຢູ່ຄືກັນ ບໍ່ມີແຕ່ຂໍ້ເສັຽ ຄືດັ່ງກຸ່ມ ຄັດຄ້າເວົ້າ ຂໍ້ດີຂອງ ເຂື່ອນ ໄຊຍະບູຣີ ກໍຈະນຳ ການພັທນາ ປະເພດຕ່າງໆ ດັ່ງຣະບົບ ນ້ຳປະປາ ໄຟຟ້າ ຖນົນຫົນທາງ ແລະ ໂຄງຮ່າງ ພື້ນຖານ ຮ່ວມທັງຫ້ອງການ ໂຮງໝໍໂຮງ ຮຽນ ເຂົ້າມາໃນພື້ນທີ່ ຊຸມຊົນ ຊາວບ້ານ ໃນເຂດທ້ອງຖິ່ນ ແຕ່ບໍ່ໄດ້ເອີ່ຍເຖິງ ຄວາມເສັຽຫາຍ ທີ່ຈະເກີດຂື້ນ ຈາກການສ້າງ ເຂື່ອນ. ເລົາເວົ້າອີກວ່າ:

"ຂໍ້ດີຂອງເຂື່ອນ ໄຊຍະບູຣີ ນີ້ກໍມີຢູ່ ບໍ່ແມ່ນວ່າ ບໍ່ມີເນາະ ຄືຊ່ອຍ ຍົກຣະດັບ ຊິິວີດ ຂອງຊາວບ້ານ ຢູ່ໃນເຂດນັ້ນ ມີການພັທນາ ເຊັ່ນຖນົນ ຫົນທາງ ແຕ່ວ່າຜົລເສັຽ ມັນກໍມີ ຄືກັນເນາະ ຣັຖບານເຮົາ ຖືຫຸ້ນ ສ່ວນຫນ້ອຍໂພດ ບາງຄົນເຂົ້າໃຈ ວ່າຣັຖບານ ຈະໄດ້ເງີນ ຈາກການຂາຍ ໄຟຟ້າ ແຕ່ວ່າຄວາມຈີງແລ້ວ ຜົລປະໂຫຍດ ເປັນຂອງ ຕ່າງປະເທດ ຂອງຄົນໄທຫມົດ ເປັນຂອງພວກ ນັກລົງທຶນ ຫມົດ".

ຈາກຂໍ້ມູນ ການລົງທຶນ ສ່ວນໃຫຍ່ ເປັນຂອງໄທ ແລະ ໄທ ຈະຊື້ໄຟຟ້າ ທັງຫມົດ 95% ຈາກ ເຂື່ອນ ໄຊຍະບູຣີ ໂດຍ ສປປລາວ ຊຶ່ງເປັນເຈົ້າຂອງ ພື້ນທີ່ ຈະຊື້ໄຟຟ້າ ໂຕເອງ ພຽງແຕ່ 5% ຈາກເຂື່ອນ. ນີ້ກໍສະແດງ ໃຫ້ເຫັນວ່າ ເຂື່ອນດັ່ງກ່າວ ເປັນຂອງໄທ ແຕ່ມາສ້າງ ຢູ່ລາວຊື່ໆ ຫລັງຈາກ 30 ປີ ຈື່ງຈະເປັນ ຂອງລາວ.

ເຂື່ອນ ໄຊຍະບູຣີ ເປັນເຂື່ອນ ໃນນ້ຳຂອງ ແຫ່ງທຳອິດ ຂອງລາວ ຈາກການສ້າງ ຂອງ ບໍຣິສັດ ຊ ການຊ່າງ ແຫ່ງປະເທດໄທ ໃນມູນຄ່າ ປະມານ 3 ຕື້ ກວ່າໂດລາ ເລີ້ມລົງມື້ ສ້າງແລ້ວ ໃນສອງອາທິດ ຜ່ານມາ.

ນັກວິຊາການລາວ ເວົ້າວ່າ ເຂື່ອນແຫ່ງນີ້ ຈະໃຫ້ຜົລ ປະໂຍດ ແກ່ຄົນລາວ ທ້ອງຖິ່ນ ແຕ່ນັກວິເຄາະ ກັງວັນ ກ່ຽວກັບ ຜົລກະທົບ ທີ່ຈະເກີດຂື້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.