ຜູ້ນໍາ ຍີ່ປຸ່ນ ແລະ 5 ປະເທດ ແມ່ນໍ້າຂອງ ໄດ້ສລຸບ ກອງປະຊຸມ ເມື່ອວັນເສົາຜ່ານມາ ທີ່ໂຕກຽວ ໂດຍສັນຍາ ວ່າ ຈະໃຫ້ທັງເງິນກູ້ຢືນ ແລະ ຊ່ອຍເຫລືອ ຫລາຍກ່ວາ 5 ພັນ 5 ຮ້ອຍລ້ານ ດອນລາສະຫະຣັຖ, ພ້ອມກັບ ສັນຍາວ່າ ຈະສ້າງສາຍສໍາພັນ ໃຫ້ເລິກເຊິ່ງຂຶ້ນ ກ່ວາເກົ່າ, ອີງຕາມຣາຍງານ ຂອງແຫລ່ງຂ່າວ ເອ ເອັຟ ພີ.
ທ່ານ ຢູກີໂອະ ຮາໂທຢາມະ, ກ່າວທີ່ກອງປະຊຸມ ໃຫ້ສັມພາດຂ່າວ ວ່າ ຂົງເຂດແມ່ນໍ້າຂອງ ແມ່ນເຂດ ທີ່ສໍາຄັນ ຕົ້ນຕໍ ສໍາຣັບ ການຊ່ອຍເຫລືອ ດ້ານການພັທນາ ຢ່າງເປັນທາງການ ຂອງຍີ່ປຸ່ນ ໃນຂະນະທີ່ ຍີ່ປຸ່ນ ພວມຫາຊ່ອງທາງ ເພື່ອສົ່ງເສີມ ການພັທນາ ໃນເຂດ ທີ່ອຸດົມສົມບູນ ທາງດ້ານຊັພຍາກອນ.
ໃນຖແລງການຮ່ວມ ເວົ້າວ່າ ຍີ່ປຸ່ນ ສັນຍາວ່າ ຈະຊ່ອຍເຫລືອ ຫລາຍກ່ວາ 500 ພັນລາ ເຢັນ ໃນການຊອ່ຍເຫລືອ ດ້ານການພັທນາ ໃນ 3 ປີ ຂ້າງໜ້າ ເພື່ອເພີ້ມການພັທນາ ຂົງເຂດ ແມ່ນໍ້າຂອງ, ຮວມທັງ ກັມພູຊາ, ລາວ, ວຽດນາມ, ພະມ້າ ແລະ ໄທ. ແລະ ວ່າ ຍີ່ປຸ່ນ ຫລິງເຫັນ ຄວາມຈໍາເປັນ ໃນການສ້າງສາຍສັມພັນ ຣະຫວ່າງ ປະເທດແມ່ນໍ້າຂອງ-ຍີ່ປຸ່ນ ແລະ ການຮ່ວມມື ເພີ້ມທະວີ ປະສິດທິພາບ ໃນຂົງເຂດແມ່ນໍ້າຂອງ.
ທ່ານ ຮາໂຕຢາມະ ກ່າວຕື່ມວ່າ ບໍ່ຍຸຕິທັມເລີຍ ທີ່ເວົ້າວ່າ ການພົວພັນ ຂອງຈີນ ເພີ້ມຂຶ້ນ ໃນຂົງເຂດ ແມ່ນໍ້າຂອງ ນັ້ນ ຈະບໍ່ມີຜົນປໂຍດຫຍັງ ສໍາຣັບ ຍີ່ປຸ່ນ, ໂດຍໃຫ້ຂໍ້ສັງເກດວ່າ ຍີ່ປຸ່ນ ແລະ ຈີນ ກໍໄດ້ເຣີມ ປະສານງານ ທາງດ້ານນະໂຍບາຍ ໃນຂົງເຂດ ແມ່ນໍ້າຂອງ. ແລະ ວ່າ ການສ້າງ ຜົນປໂຍດຮ່ວມກັນ ແມ່ນເປັນເຣື້ອງທີ່ສໍາຄັນຫລາຍ ໂດຍການຮ່ວມມື ຊຶ່ງກັນແລະກັນ ເພື່ອໃຫ້ທຸກຄົນ ໄດ້ຮັບຜົນປໂຍດ ຣະຫວ່າງ ຍີ່ປຸ່ນ, ຈີນ ແລະ ປະເທດແມ່ນໍ້າຂອງ.
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ດາວໂຫລດເຣື້ອງນີ້ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |
|
|
ປັນກັນອ່ານ |
ລາວ-ພະມ້າ ເພີ້ມຄວາມສັມພັນ ເຂດຊາຍແດນ
ໄທຽຈະຊື້ໄຟຟ້າ ຈາກເຂື່ອນນໍ້າງື່ມ 2 ໃນປີ 2011
ກາຣກູ້ຣະເບີດໃນລາວ ອາຈສໍາເຣັຈ ພາຍໃນສິບປີ
ລາວຕຣຽມປະຊຸມ ຍຸຕິກາຣໃຊ້ ຣະເບີດ “ບ໋ອມບີ໋”
ສົນທິສັນຍາ ຫ້າມໃຊ້ ຣະເບີດບອມບີ
ໂຄງການປັກເຂດຊາຍແດນ ສປປລາວ ແລະ ສປຈີນ
ລາວໃຫ້ຈີນຊ່ວຍ ຮ່າງຂໍ້ສເນີ ເຂົ້າອົງກາຣຄ້າໂລກ
ປະເທດໜໍເວ ຊ່ວຍເຫລືອ ເກັບກູ້ຣະເບີດ
ຄວາມເຫັນ
ອອກຄວາມເຫັນຂອງທ່ານດ້ວຍການເຕີມຂໍ້ມູນໃສ່ໃນຟອມຣ໌ຢູ່ດ້ານລຸ່ມນີ້. ຄວາມເຫັນທັງ ໝົດຕ້ອງໄດ້ຮັບອະນຸຍາດຈາກຜູ້ກວດກາຄວາມເໝາະສົມຈຶ່ງນໍາມາອອກໄດ້ທັງໃຫ້ສອດ ຄ່ອງກັບເງື່ອນໄຂໃນການໃຊ້ຂອງວິທຍຸເອເຊັຍເສຣີ. ຄວາມເຫັນທັງໝົດຈະບໍ່ປາກົດອອກ ໃຫ້ເຫັນພ້ອມບາດໂລດ. ວິທຍຸເອເຊັຍເສຣີບໍ່ຮັບຜິດຊອບໃນຂໍ້ມູນເນື້ອຄວາມທີ່ນໍາມາ ອອກ.
ເບິ່ງຄວາມເຫັນທັງໝົດ.