ທິມເຍົາວະຊົນລາວ ໄດ້ຮັບໄຊຊະນະ

ທິມເຕະບານ ເຍົາວະຊົນ ລາວ ອາຍຸຕໍ່າກວ່າ 18 ໄດ້ຣັບ ລາງວັນ ໄຊຊະນະ ຣະດັບ ສໍາຄັນຂອງໂລກ.
ສົມເນ
2010.07.26

ທິມເຕະບານ ເຍົາວະຊົນ ລາວ ອາຍຸ ຕໍ່າກວ່າ 18 ປີ ໄດ້ຣັບ ລາງວັນ ໄຊຊະນະ ທີ່ສໍາຄັນ ຈາກການ ແຂ່ງຂັນ ເຕະບານ ເຍົາວະຊົນ ທີ່ໃຫຍ່ທີ່ສຸດ ຂອງໂລກ ທີ່ປະເທດ ສະວີເດັນ ທີ່ມີຊື່ວ່າ Gothia cup. ຕາມແຫຼ່ງຂ່າວ ຈາກປະເທດ ສະວີເດັນ ໃນວັນທີ່ 25 ກໍຣະກະດາ ນີ້.

ລາຍງານວ່າ ທິມເຕະບານ ລາວ ຊື່ງເປັນທິມ ທໍາອິດ ໃນປວັດສາດ ຂອງລາວ ທີ່ບໍ່ເຄີຽ ມາແຂ່ງຂັນ ໃນຢູໂຣບ ໄດ້ຮັບ ລາງວັນ ດີເດັ່ນ ໃນຖານະ ຫລິ້ນດີ ມີນໍ້າໃຈ ກິລາ ແລະສາມາດ ເຂົ້າແຂ່ງຂັນ ເຖິງຮອບ ຮອງຊິງ ຊະນະເລີດ ເຍົາວະຊົນ ຕໍ່າກ່ວາ 18 ປີ ໄດ້. ຫລັງຈາກທີ່ ໄດ້ຊະນະ ຫຼາຍທິມ ຮ່ວມທັງທິມ ຈາກ ສະຫະຣັຖ ອະເມຣິກາ 2 ປະຕູຕໍ່ 1, ຊະນະທີມ ບຣາຊີນ 5-0, ຊະນະທິມ ສະວີເດັນ 3-0, ຊະນະທິມ ຮັງກາຣີ 2-0, ຊະນະທິມ ສະກ໊ອດແລັນ 3-2. Gothia cup ເປັນການ ແຂ່ງຂັນເຕະບານ ເຍົາວະຊົນ ທີ່ຮູ້ກັນວ່າ ການແຂ່ງຂັນ ກິລາ ເຕະບານ ເຍົາວະຊົນໂລກ ອາຍຸຕໍ່າກ່ວາ 18 ປີ. ສໍາລັບ ການແຂ່ງຂັນ ໃນປີນີ້ ມີທິມ ເຕະບານ ທັງໝົດ 1,567 ທິມຈາກ 71 ປະເທດ ເຂົ້າຣ່ວມ. ຖ້າໄລ່ເປັນ ຈໍານວນການ ແຂ່ງຂັນແລ້ວ ມີທັງໝົດ 4,500 ຄັ້ງ.

ໃນພິທີ ປິດການ ແຂ່ງຂັນນັ້ນ ທ່ານ Dennis Anderson ປະທານ ການແຂ່ງຂັນ ກິລາ ເຕະບານ Gothia cup ເປັນຜູ້ມອບ ລາງວັນ ໄຊຊະນະ ໃຫ້ແກ່ທິມ ຂອງລາວ ໂດຍມີການ ຖ່າຍທອດ ລາຍການ ສົດທາງ ໂທຣະທັດ ຈາກ ສນາມກິລາ Gamla Ullevi ທີ່ມີ 25,000 ບ່ອນນັ່ງ. ທ່ານ Gareth Carter ຜູ້ນໍາ ທິມລາວ ເຂົ້າແຂ່ງຂັນ ຄັ້ງນີ້ ກ່າວວ່າ ພວກທ່ານ ມີຄວາມພໍໃຈ ຫລາຍທີ່ສຸດ ທີ່ສາມາດ ນໍາເອົາທິມ ເຕະບານ ຈາກປ່າດົງ ຂອງລາວ ມາແຂ່ງຂັນ ຢູ່ໃນເວທີ ການແຂ່ງຂັນ ເຕະບານ ເຍົາວະຊົນ ໂລກ ແລະໄດ້ເຫັນ ພວກເຂົາເຈົ້າ ຫລິ້ນໄດ້ດີ ທີ່ສຸດ ສາມາດ ເອົາຊະນະ ຫຼາຍທິມ ເຕະບານ ທີ່ເໜືອກ່ວາ ເຂົາເຈົ້າຫຼາຍດ້ານ ໂດຍສະເພາະ ມີສະຖານທີ່ ຝືກແອບ ແລະໃຫ້ຄວາມ ສະດວກສະບາຍ ທີ່ສຸດ. ສໍາລັບທິມ ເຍົາວະຊົນ ລາວແລ້ວ ທ່ານວ່າ ມັນເປັນກຽດ ອັນສູງສົ່ງ ທີ່ເຂົາເຈົ້າ ຈະນໍາກັບ ຄືນປະເທດ. ແຕ່ກໍເປັນ ໜ້າເສົ້າໃຈ ທີ່ຄຣູຝືກ ຂອງທິມ ຄືທ້າວ ມະໂນເພັດ ມູ່ຍດວງດີ ໄດ້ເສັຽ ຊີວິດໄປ ຢ່າງກະທັນຫັນ ກ່ອນການ ແຂ່ງຂັນ ຈະເລີ້ມຂື້ນ.

ທິມເຕະບານ ເຍົາວະຊົນ ລາວ ທິມນີ້ ມີຊື່ວ່າ ສະໂມສອນ ກິລາ ເຕະບານລາວ ໂຮງຮຽນ ພັທນາ ພາສາອັງກິດ ຫລື EDS ຊື່ງຕັ້ງຢູ່ ເມືອງໂພນສວັນ ແຂວງ ຊຽງຂວາງ ຊື່ງເປັນເຂດ ທີ່ຖືກຖິ້ມ ລະເບີດໃສ່ ຫຼາຍທີ່ສຸດ ໃນປາງ ສົງຄາມ ວຽດນາມ. ນັກກິລາ ເຍົາວະຊົນ ລາວ ຈໍານວນນື່ງ ໃຫ້ຄໍາເຫັນ ວ່າມັນເປັນ ປະສົພການ ທີ່ລໍ້າຄ່າ ທີ່ໄດ້ມີ ໂອກາດມາ ແຂ່ງຂັນ ທີ່ຢູໂຣບ ເປັນຄັ້ງ ປວັດການ ຂອງລາວ ແລະ ຂອບໃຈນໍາ ປະຊາຊົນ ສະວີເດັນ ພ້ອມກັບ ຜູ້ຈັດຕັ້ງ ແລະໃຫ້ການ ອຸປກາຣະ ໃນການ ນໍາເອົາທິມ ເຕະບານລາວ ເຂົ້າແຂ່ງຂັນ ຄັ້ງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Aug 21, 2010 07:08 AM

congratulation!

Anonymous
Nov 22, 2011 02:13 PM

I pomiss to support lao youth footbal game .