ລາວຕຣຽມສລອງວັນຄົບຮອບ 450 ປີ

ການສເລີມສລອງ ຄົບຮອບ 450 ປີ ຂອງນະຄອນຫລວງ ວຽງຈັນ ຈະເປັນໄປ ຕາມກໍານົດ ເວລາເດີມ.
ສົມເນ
2010.10.26
F-450-years ຖນົນເສັ້ນທາງດ້ານຫລັງ ບໍຣິເວນ ພຣະທາດຫລວງ ກໍາລັງຢູ່ໃນການພັທນາ ຂຍາຍອອກໃຫ້ເປັນ 4 ແຖວ
SN/RFA

ກົດຟັງສຽງ

ຄນະກັມມະການ ກະຕຣຽມຈັດງານ ສລອງນະຄອນຫລວງ ວຽງຈັນ ຊື່ງຖືກສະຖາປະນາ ເປັນເມືອງເອກ ຂອງລາວ ຄົບຮອບ 450 ປີ, ປັດຈຸບັນນີ້ ກໍາລັງຂຸ້ນຂ້ຽວ ທົບທວນວຽກງານ ກະກຽມຢູ່ເພື່ອ ຢາກຮູ້ວ່າ ມີຄວາມກຽມພ້ອມ ໜ້ອຍຫລາຍປານໃດ. ເຈົ້າໜ້າທີ່ລາວວ່າ ວຽກງານກະກຽມ ມີຫລາຍສິ່ງຫລາຍຢ່າງ ທີ່ຕ້ອງໄດ້ປັບປຸງ ໃຫ້ດີ ແລະວ່າ ການສລອງນີ້ ຈະເປັນໄປຕາມ ກໍານົດ ເວລາເດີມ ດັ່ງເຈົ້າໜ້າທີ່ ຄນະກັມມະການ ຈາກນະຄອນຫລວງ ໄດ້ກ່າວໃນວັນ ອັງຄານ ນີ້ວ່າ:

"ອັນສລອງນັ້ນເຮົາ ຍັງກໍານົດວ່າ ໃຫ້ມີ  7 ມື້ 7 ຄືນ ເນາະ ລະແມ່ນເລີ້ມ ແຕ່ວັນທີ 15 ໄປຮອດວັນທີ 21, ແຕ່ວ່າງານໃຫ່ຽ ຂອງພວກເຣົາຫັ້ນນະ ຈະຈັດຕັ້ງການ ສເລີມສລອງ ມີການສແດງ ສິລປະວັນນະຄະດີ ມີການແຫ່ຂະບວນ ການມະຫາຊົນ ອີ່ຫຍັງຕ່າງໆ ແມ່ນສີ່ຈັດໃສ່ ວັນທີ 19".

ທ່ານວ່າລາຍການ ສເລີມສລອງຕ່າງໆ ຍັງຈະຕ້ອງມີການ ກວດແກ້ ແລະປັບປຸງເນື້ອໃນ ໃຫ້ດີຂື້ນຕື່ມ ເຊັ່ນວ່າຮູບການ ຂອງການສລອງເປັນຕົ້ນ. ຕາມລາຍງານຂ່າວ ທາງການລາວນັ້ນ ວຽກງານການ ກະຕຣຽມ ການສເລີມສລອງ ນີ້ມີຫລາຍດ້ານ ເຊັ່ນວ່າ ການທົບທວນປວັດສາດ ການຄົ້ນຄວ້າຜັງເມືອງ ການປະດັບປະດາ ການຕິດຕັ້ງປ້າຍ ລະບົບໄຟຟ້າ ການສະແດງ ວັນນະຄະດີ ແລະອື່ນໆ.

ນອກນັ້ນກໍຍັງມີ ວຽກງານກໍ່ສ້າງ ຫລາຍໂຄງການ ເຊັ່ນວ່າໂຄງການ ສວນສາທາຣະນະ ເຈົ້າອານຸວົງ ທີ່ຕັ້ງຢູ່ ແຄມແມ່ນໍ້າຂອງ ຊື່ງເກືອບຈະແລ້ວ ຢ່າງສົມບູນແລ້ວ, ການກໍ່ສ້າງຫໍ  ທັມມະສາລາ ໃນບໍຣິເວນ ເດີ່ນທາດຫລວງ, ການກໍ່ສ້າງຖນົນ 4 ເລນ ດ້ານເຂົ້າທາງຫລັງ ຂອງພຣະທາດຫລວງ ການກໍ່ສ້າງໜອງ ສະພັງເລນ. ການສລອງກໍານົດ ຈັດຂື້ນຢູ່ທີ່ ສນາມກິລາແຫ່ງຊາດ ຫລັກ 16 ແລະ ຢູ່ທີ່ເດີ່ນ
ພຣະທາດຫລວງ. ງານສລອງນີ້ຈະຖືກ ລະຍະດຽວກັນກັບ ງານສລອງປະຈໍາປີ ບຸນພຣະທາດຫລວງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.