ເສຖກິດພິເສດສວັນເຊໂນ ຕ້ອງການນັກລົງທຶນ

ປະຊາຊົນ ທີ່ຕ້ອງຖືກ ໂຍກຍ້າຍ ຈາກເຂດໂຄງການ ເສຖກິດພິເສດ ສວັນ-ເຊໂນ ກໍພຽງແຕ່ ລໍຖ້າ ຄ່າຊົດເຊີຽ
ສົມເນ
2010.10.28
F-savanh ຂົວມິຕພາບລາວໄທ ຣະຫວ່າງສວັນນະເຂດ ຫາມຸກດາຫານ
RFA/Orathai

ກົດຟັງສຽງ

ປະຊາຊົນ ທີ່ອາໄສຢູ່ ໃນບໍຣິເວນ ເຂດເສຖກິດພິເສດ ສວັນ-ເຊໂນ ໂຊນເອ ທີ່ມີກໍານົດໂຍກຍ້າຍ ອອກຈາກເຂດໂຄງການ ຍັງລໍຖ້າຄ່າຊົດເຊີຍ ຈາກຣັຖບານຢູ່ ກ່ຽວກັບການເວນ ຄືນທີ່ດິນ ມາຮອດຕອນນີ້ ກໍຍັງບໍ່ໄດ້ຄໍາຕອບ ຈາກຣັຖບານເທື່ອ. ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ກ່ຽວຂ້ອງ ເຂດເສຖກິດພິເສດ ສວັນເຊໂນ ໄດ້ໃຫ້ຄວາມ ກະຈ່າງແຈ້ງຕື່ມວ່າ:

"ບໍ່ມີຫຍັງ ປະຊາຊົນເຂົາ ກໍພ້ອມສເມີ ຖ້າມີເງິນມາໃຫ້ເຂົາ ເຣື້ອງທີ່ດິນ ເຂົາກໍບໍ່ໄດ້ ປູກສ້າງຫຍັງ ຢູ່ໃນພື້ນທີ່ຂອງ ໂຄງການ ແຕ່ເຂົາມີແຕ່ຢາກ ໄດ້ເງິນມາຊົດເຊີຽ ເວນຄືນຕາມທີ່ ພວກເຮົາໄດ້ຕັ້ງ ມູນຄ່າ ໄວ້ໃຫ້ເຂົາ ແລ້ວເຂົາກໍຍອມຮັບໄດ້".

ທ່ານວ່າ ຫາງສຽງຂອງປະຊາຊົນ ທີ່ຄາດວ່າຈະຖືກ ໂຍກຍ້າຍນັ້ນ ຕ້ອງການຢາກຮູ້ວ່າ ຈະໃຫ້ເຂົາເຈົ້າ ຍ້າຍອອກຈາກບ້ານເດີມ ຂອງເຂົາເຈົ້າຫລືບໍ່ ຫລືວ່າຕ້ອງການ ໃຫ້ເຮັດແນວໃດ. ເຂົາເຈົ້າວ່າ ຖ້າວ່າຫາກຕ້ອງການ ຢາກໃຫ້ຍ້າຍອອກ ກໍຂໍໃຫ້ມາຕົກລົງກັນ ເຣື້ອງເງິນຄ່າຊົດເຊີຽ ໃຫ້ຮຽບຮ້ອຍ ເສັຽກ່ອນ.

ການສ້າງໂຄງຮ່າງພື້ນຖານ ຢູ່ໃນເຂດ ເສຖກິດພິເສດ ສວັນ-ເຊໂນ ໂຊນເອ ລ້າຊ້າໄປຍ້ອນວ່າ ຍັງບໍ່ທັນມີ ບໍຣິສັດໃດເຂົ້າມາ ລົງທືນເທື່ອ. ເມື່ອມໍ່ໆຜ່ານມານີ້ ບໍຣິສັດຈາກ ປະເທດມາເລເຊັຽ ກໍສະແດງ ຄວາມສົນໃຈ ແຕ່ກໍຍັງບໍ່ ປາກົດວ່າເຂົ້າມາ ດໍາເນີນການອັນໃດ. ພື້ນທີ່ ໂຊນເອ ຂອງເຂດເສຖກິດ ພິເສດ ສວັນ-ເຊໂນ ມີເນື້ອທີ່ທັງໝົດ 270 ha. ຕາມການວາງ ແຜນນັ້ນ ຈະເຮັດເປັນສູນ ການຄ້າ ການລົງທືນ ແລະການບໍຣິການ ພາກພື້ນ ໂດຍຣັຖບານຈະຖືຫຸ້ນ ພຽງແຕ່ 30% ເທົ່ານັ້ນ ສ່ວນເຫລືອກໍຫວັງ ໃຫ້ເປັນການລົງທືນ ຂອງຕ່າງປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.