ປະຊາຄົມອາຊ໊ຽນ ເລັງກໍາຈັດຢາເສພຕິດ

ສະມາຊິກ ສະມາຄົມ ປະຊາຊາຕ ອາຊ໊ຽນ ຈະເຮັດໃຫ້ ພູມີພາຄ ປອດ ຢາເສພຕິດ ໃຫ້ໄດ້.

0:00 / 0:00

ເຈົ້າໜ້າທີ່ຈາກ ຫ້ອງກາຣຄວບຄຸມ ແລະ ກຳຈັດ ຢາເສພຕິດ ອາຊ໊ຽນ ມີກຳໜົດທີ່ ຈະເຂົ້າຮ່ວມກອງປະຊຸມ ເພື່ອແລກປ່ຽນຂໍ້ມູລ ແລະ ປຶກສາຫາຣື ກ່ຽວກັບ ກາຣປາບປາມ ແລະ ກຳຈັດ ຢາເສພຕິດ ທີ່ມີກຳໜົດ ຈັດຂຶ້ນຢູ່ ບາງກອກ ໃນມື້ ວັນທີ່ 31 ສິງຫາ 2012. ທ່ານ ອາດູລ ສັງແສງແກ້ວ ເລຂາທິກາຣໃຫຍ່ ຂອງ ຫ້ອງກາຣຄວບຄຸມ ແລະ ປ້ອງກັນ ຢາເສພຕິດ ຂອງໄທຽ ໄດ້ແຈ້ງວ່າ ຫົວຂໍ້ສຳຄັນ ທີ່ຈະນຳຂຶ້ນ ພິຈາຣະນາ ທີ່ກອງປະຊຸມ ຄັ້ງນີ້ນັ້ນ ຮວມທັງ ກາຣພິຈາຣະນາ ໃນດ້ານປາບປາມ ຮ່ວມກັບທາງ ເຈົ້າໜ້າທ່ີ່ ກ່ຽວຂ້ອງ ໃນທົ່ວ 10 ປະເທສອາຊ໊ຽນ ເພື່ອໃຫ້ ສາມາຕເຮັດໃຫ້ ພູມີພາຄອາຊ໊ຽນ ເປັນເຂຕປອດ ຢາເສພຕິດ ໃຫ້ໄດ້ ພາຍໃນ ປີ 2015 ນີ້.

ໃນຂນະດຽວກັນ ອາດູລ ກໍໄດ້ ຣາຍງານວ່າ ໃນຣະຫວ່າງ 10 ເດືອນ ຜ່ານມານີ້ ທາງກາຣກ່ຽວຂ້ອງ ຂອງໄທຽ ໄດ້ຕິດຕາມ ແລະ ສາມາຕ ຈັບຜູ້ຕ້ອງຫາ ຄ້າຢາເສພຕິດ ໄດ້ທັງໝົດ 65,000 ຄົນ ພ້ອມກັບ ໄດ້ຊ່ວຍຈັດ ໃຫ້ຜູ້ຕິດ ຢາເສພຕິດ ໄປຮັບກາຣປິ່ນປົວ ຢູ່ຕາມສູນບຳບັຕ ຕ່າງໆ ໃນທົ່ວປະເທສ ບໍ່ຕໍ່າກວ່າ 400,000 ຄົນ ພ້ອມກັບມີ ກາຣເຝົ້າຣະວັງ ແລະ ຕິດຕາມເບີ່ງ ສະພາບ ກາຣເຄື່ອນໄຫວ ຂອງ ຜູ້ຕ້ອງສົງສັຍ ມີກາຣລັກລອບ ຄ້າຢາເສພຕິດ ຕາມໝູ່ບ້ານ ຕ່າງໆ ກວ່າ 4,000 ໝູ່ບ້ານ ນຳອີກ.

ເຖີງຢ່າງໃດ ກໍຕາມ ນອກຈາກ ກາຣຮ່ວມມື ແລະ ປະສານງານກັນ ຣະຫວ່າງ ບັນດາປະເທສ ສະມາຊິກ ອາຊ໊ຽນ ໂດຽທົ່ວໄປ ແລ້ວນັ້ນ ທາງກາຣກ່ຽວຂ້ອງ ຣະຫວ່າງ ລາວ-ໄທຽ-ພະມ້າ ຍັງໄດ້ເພີ່ມ ກາຣກວດກາ ແລະ ຕິດຕາມ ກາຣເຄື່ອນໄຫວ ຂອງກຸ່ມຜູ້ຕ້ອງ ສົງສັຍ ວ່າເປັນຂະບວນກາຣ ຄ້າຢາເສພຕິດ ຕາມເຂຕຊາຍແດນ ໂດຽສະເພາະ ໃນເຂຕ 3 ຫລ່ຽມຄຳ ຢ່າງເຂັ້ມງວດ ຕລອດມາ.