ກົມພາສີອາກອນລາວ ຈະໃຊ້ເຄືອຂ່າຍອີນເຕີເນດ

ກົມພາສີ ອາກອນ ສປປລາວ ຈະໃຊ້ຣະບົບ ເຄືອຂ່າຍ ອີນເຕີແນັດ ໃນການເກັບ ຂໍ້ມູນ ສີນຄ້າ ເຂົ້າ-ອອກ.
ສິດນີ
2011.02.16

ກົດຟັງສຽງ

ທ່ານ ບຸນປະເສີດ ສີນກຸນນະບຸດ ຫົວຫນ້າຜແນກການ ຄຸ້ມຄອງ ການນຳເຂົ້າ-ສົ່ງອອກ ສີນຄ້າ ທີ່ກົມພາສີອາກອນ ສປປລາວ ກ່າວວ່າ ທາງຫ້ອງການ ຈະໃຊ້ຣະບົບ ເຄືອຂ່າຍ ອີນເຕີແນັດ ທີ່ເອີ້ນວ່າ ຣະບົບ AsiGoDA ເກັບກຳຂໍ້ມູນ ພາສີສີນຄ້າ ເຂົ້າ-ອອກ ຕາມດ່ານຕ່າງໆ ໃນລາວ, ເພື່ອອຳນວຍ ຄວາມສະດວກໃຫ້ແກ່ ຜູ້ປະກອບການ ແລະ ເຈົ້າຫນ້າທີ່ ໃນການກວດກາ ສີນຄ້າເຂົ້າອອກ. ດັ່ງທ່ານກ່າວ ໃນຕອນນື່ງວ່າ:

"ການນຳໃຊ້ ຣະບົບດ່ັງກ່າວ ໃຫ້ຄວາມ ສະດວກແກ່ຜູ້ ປະກອບການ ນັ້ນຄື; 1-ຫລຸດຜ່ອນການໃຊ້ ຣະບົບເຈັ້ຽສໍ ຕໍ່ໄປພວກເຮົາ ຈະເຊື່ອມໂຍງຕິດຕັ້ງ ຣະບົບໄປສູ່ ຣະບົບ ອາຊິໂກດ້າ ຂອງແຕ່ລະ ບໍຣິສັດ ນັ້ນຄື ຜູ້ປະກອບ ການ ກໍ່ບໍ່ຈຳເປັນ ຈະຕ້ອງເດີນທາງ ໄປດ່ານ".

ທ່ານກ່າວ ຕໍ່ໄປວ່າ ການດຳເນີນການ ແຈ້ງຂໍ້ມູນ ຂອງສີນຄ້າ ໃນເຄືອຂ່າຍ ອີນເຕິແນັດ ຣະບົບ ອາຊີໂກດ້າ ເປັນການອຳນວຍ ຄວາມສະດວກ ໃຫ້ແກ່ທຸກພາກສ່ວນ ທີ່ກ່ຽວຂ້ອງ ທັງກຸ່ມຜູ້ປະກອບການ ແລະ ເຈົ້າຫນ້າທີ່ພາສີ ໃນການນຳເຂົ້າ ແລະ ສົ່ງອອກສີນຄ້າ ຕາມດ່ານຕ່າງໆ ແລະ ກໍ່ເປັນການ ຍົກຣະດັບ ການຂົນສົ່ງສີນຄ້າ ໃຫ້ໄດ້ ມາຕຖາສາກົນ ນຳອີກ. ໃນຂນະດຽວກັນ ກໍ່ເປັນການແກ້ໄຂ ບັນຫາ ການຫລ້າຊ້າ ຈາກຂັ້ນຕອນ ການເຮັດວຽກ ຂອງເຈົ້າຫນ້າທີ່ ຕາມດ່ານໃນລາວ ແລະ ກໍ່ເປັນການງ່າຍ ໃນການກວດກາ ສີນຄ້າ ນຳອີກ.

ໃນວັນທີ 22 ກຸມພາ ກົມພາສີອາກອນ ກະຊວງການເງີນ ສປປລາວ ກໍ່ຈະເຊັນສັນຍາ ກັບອົງການ ສະຫະປະຊາຊາດ ຫ້ອງການ ການຄ້າ ແລະ ການພັທນາ ໃຫ້ມາຕິດຕັ້ງ ການໃຊ້ຣະບົບ ອັຕຕະໂນມັດ ດັ່ງກ່າວ ໃນການຄຸ້ມຄອງ ຂໍ້ມູນ ດ້ານພາສີ ຂອງສີນຄ້າ ທີ່ຈະສົ່ງເຂົ້າຕາມ ດ່ານຕ່າງໆໃນລາວ.

ໂຄງການດັ່ງກ່າວ ຈະຕິດຕັ້ງໃຫ້ແລ້ວ ຕາມດ່ານ ໃນທົ່ວປະເທດ ພາຍໃນ 5 ປີ ຂ້າງຫນ້າ ຊື່ງໃນປັດຈຸບັນ ກົມພາສີ ກຳລັງຕຽມການ ສິດສອນພນັກງານ ກ່ຽວກັບ ການໃຊ້ຣະບົບນີ້ ໃຫ້ມີຄວາມ ຊໍານານ  ແລະ ທັນສມັຍ ຫລາຍຂື້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.